ລາວໂຕໂຢຕ້າ ເອັຟຊີ ເປີດຕົວນັກເຕະໃໝ່ອະນາຄົດໄກ

279

ລາວໂຕໂຢຕ້າ ເອຟຊີ ແຊັມເປບຊີ ລາວລີກ 1 ລະດູການ 2020 ເປີດຕົວ ສຸກອຳພັນ ພົມມະລີວົງ ນັກເຕະໜຸ່ມນ້ອຍອະນາຄົດໄກຮ່ວມທີມ ກຽມລຸຍລາວລີກ 1 ລະດູການ 2021

ເພຈ໌ທາງການຂອງ ລາວໂຕຢຕ້າ ເອັຟຊີ ລະບຸວ່າ: ສຸກອຳພັນ ພົມມະລີວົງ ຈະໃສ່ເສື້ອໝາຍເລກ 4 ໃນລະດູການນີ້ ເຊິ່ງ ສຸກອໍາພັນ ເກີດວັນທີ 6 ກັນຍາ 2000 ໂດຍປະສົບການເປັນນັກເຕະທີ່ຜ່ານມາມີດັ່ງນີ້:
– 2016 ຫຼິ້ນໃຫ້ສະໂມສອນ VSV united ລາວພຣີເມຍລີກ
– 2017 ຫຼິ້ນໃຫ້ ນະຄອນຫລວງ FC Division 1 ແລະ ທີມຊາດລາວ U 19 ໄປແຂ່ງຂັນທີ່ໄຕ້ຫວັນ
– 2018 ຫຼິ້ນໃຫ້ ຊ້າງນ້ອຍ ເອັຟຊີ

  • ຕິດທີມຊາດລາວຊຸດໃຫຍ່ ໄປເກັບໂຕ ແລະ ອຸ່ນເຄື່ອງ ທີ່ປະເທດແອັດສະປາຍ
  • 2019 ແລະ 2020 ຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ລຸຍລາວລີກ 1
    ຂອບໃຈຮູບຈາກ:​LAO Toyota F.C.