ກອງປະຊຸມໃຫຍ່ ຄັ້ງທີ 6 ຂອງສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ ໄຂຂຶ້ນໃນວັນທີ 28 ມັງກອນ 2021 ນີ້ ຢູ່ໂຮງແຮມຫຼວງພະບາງວີວ ໂດຍການເປັນປະທານຂອງ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ມີຄະນະສະພາການຄ້າ ແລະອຸດສາຫະກຳແຂວງ, ຕາງໜ້າພະແນກການຂອງແຂວງ, ຫົວໜ່ວຍທຸລະກິດ, ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະອຸດສາຫະກຳ ແຂວງຫຼວງພະບາງ ໄດ້ມີຄຳເຫັນກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເຄື່ອນໄຫວວຽກງານ 5 ປີ 2015 ຫາ 2020 ແລະ ທິດທາງແຜນການ 5 ປີ 2020 ຫາ 2025 ໂດຍໄດ້ຍົກໃຫ້ຜົນງານຫຼາຍດ້ານ ລວມທັງດ້ານດີ, ກ້ານອ່ອນ, ບົດຮຽນທີຖອດຖອນໄດ້ ແລະ ຂໍ້ຄົງຄ້າງ ທີ່ສະພາການຄ້າແລະ ອຸດສາຫະກຳແຂວງ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ຫນ້າ ໃຫ້ມີຜົນສຳເລັດ ແລະມີການພັດທະນາດີຂຶ້ນ ຕາມເງື່ອນໄຂ ແລະ ທ່າແຮງຂອງການປ່ຽນແປງໃໝ່.
ໃນກອງປະຊຸມຄັ້ງນີ້ຜູ້ແທນທີ່ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານແຜນງົບປະມານ 2015 ຫາ 2020, ຮັບຟັງການປະກອບຄຳຄິດຄຳເຫັນຈາກປະທານສະພາການຄ້າແຫ່ງຊາດລາວ ແລະ ຕ່າງໜ້ານັກທຸລະກິດໜຸ່ມຂອງແຂວງ ເພື່ອເປັນເອກະພາບຮັບຮອງເອົາເນື້ອໃນບົດສະຫຼຸບວຽກງານ 5 ປີຜ່ານມາ ແລະເປັນເອກະພາບຮັບຮອງເອົາແຜນການ 5 ປີຕໍ່ໜ້າ.
ກອງປະຊຸມຄັ້ງນີ້ຜູ້ແທນສົມບູນ ກໍໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະພາການຄ້າແຂວງຊຸດໃໝ່ ຈໍານວນ 23 ສະຫາຍ,ໃນນີ້ໄດ້ເລືອກເອົາຄະນະປະຈໍາສະພາການຄ້າ ແລະ ອຸດສາຫະກໍາແຂວງ 7 ທ່ານ,ຍິງ 1 ທ່ານ ແລະ ເປັນເອກະສັນເລືອກເອົາທ່ານ ບຸນທ່ຽງ ສຸລິວັນ ເປັນປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ອີກຕື່ມ 1 ສະໄໝ; ເລືອກເອົາທ່ານ ນາງ ແວວມະນີ ດວງດາລາ, ທ່ານ ສຸກນະສິງ ຊະນະແກ້ວ, ທ່ານ ທອງວັນ ວົງສາລີ, ທ່ານ ກົງຈັກກີ ພັນທະສົມບັດ, ທ່ານ ອາຄົມ ພົມມະຫານ, ທ່ານ ຄໍາສິງ ຈັນທະວົງ ເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ. ພ້ອມດຽວກັນນີ້ກໍໄດ້ເລືອກເອົາ ທ່ານ ຄໍາສຸກ ໄຊເກີຢ່າຈົງຕົວ ເປັນປະທານກວດກາ,ທ່ານ ດຣ ພະນົມໄຊ ພະການ ແລະ ທ່ານ ສົມລັກ ສີສົມພອນ ເປັນຮອງປະທານກວດກາ.
ກອງປະຊຸມທີ່ມີຄວາໝາຍຄວາມສໍາຄັນຄັ້ງນີ້ ກໍໄດ້ຮັບຟັງຄຳເຫັນຊີ້ນຳຈາກການນຳຂອງແຂວງ ແລະ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໂດຍລວມໄດ້ເນັ້ນໃຫ້ຄະນະບໍລິຫານງານ ສຄອ ແຂວງຫຼວງພະບາງ ຕ້ອງມີຄວາມສາມັກຄີ, ມີຈິດໃຈຮັກຊາດ, ເຊື່ອໝັ້ນການນໍາພາຂອງພັກ ແລະ ລັດຖະບານ,ຕັ້ງໜ້າປະຕິບັດວຽກງານຕາມພາລະບົດບາດແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ, ເອົາໃຈໃສ່ຜັນຂະຫຍາຍຍຸດທະສາດ 6 ເສົາຄໍ້າ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທີຜົນ, ຕ້ອງມີລະບອບການເຮັດວຽກທີ່ມີແບບແຜນ,ລວມສູນ, ປະຊາທິປະໄຕ,ມີລະບຽບ, ມີຄວາມໂປ່ງໃສ,ຊີ້ນຳ-ນຳພາສະມາຊິກ ແລະ ສ້າງຂະບວນການດ້ານຕ່າງໆ ເພື່ອເປັນທິດທາງອັນສຳຄັນໃຫ້ຄະນະ ແລະ ສະມາຊິກເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນໃນສະໄໝຕໍ່ຕໍ່ໄປ ແລະ ອື່ນໆ.
ທີ່ປະຊຸມຍັງໄດ້ຜ່ານຂໍ້ຕົກລົງຍ້ອງຍໍບຸກຄົນດີເດັ່ນ ໃນການປະກອບສວ່ນວຽກງານຢູ່ສະພາການຄ້າ ແລະ ອຸດສາຫະກໍາແຂວງຈໍານວນ 100ກວ່າທ່ານຕື່ມອີກ.
ຂ່າວ: ເພັດສາຄອນ ສິມມະວົງ