ຈີນ ປະກາດຊ້ອມຮົບໃນເລຈີນໃຕ້ ໃຫ້ຫຼີກລຽງເຂົ້າອ່າວຕັງເກ໋ຍ 27-30 ມັງກອນນີ້

266
FILE PHOTO: Royal Australian Navy guided-missile frigate HMAS Parramatta (FFH 154) (L) sails with U.S. Navy Amphibious assault ship USS America (LHA 6), Ticonderoga-class guided-missile cruiser USS Bunker Hill (CG 52) and Arleigh-Burke class guided missile destroyer USS Barry (DDG 52) in the South China Sea, April 18, 2020. Picture taken April 18, 2020. Petty Officer 3rd Class Nicholas Huynh/U.S. Navy/Handout via REUTERS ATTENTION EDITORS - THIS IMAGE HAS BEEN SUPPLIED BY A THIRD PARTY. To match Special Report AUSTRALIA-CHINA/RELATIONS/File Photo

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການຈີນໄດ້ປະກາດວ່າ ຈະຊ້ອມຮົບໃນທະເລຈີນໃຕ້ໃນລະຫວ່າງວັນທີ 27-30 ມັງກອນຈະເຖິງນີ້ ຈຶ່ງເຕືອນເຮືອ ໃຫ້ຫຼີກລຽງເຂົ້າໄປໃນພື້ນທີ່ອ່າວຕັງເກ໋ຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງມະຫາສະໝຸດເຫຼີຍໂຈວ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ.


ທັງນີ້ ເມື່ອວັນຈັນຜ່ານມາ ຈີນໄດ້ຍື່ນໜັງສືຄັດຄ້ານສະຫະລັດອາເມຣິກາທີ່ມັກສົ່ງເຮືອບັນທຸກ ແລະ ເຮືອບິນເຂົ້າມາເຂດທະເລຈີນໃຕ້ ເຊິ່ງເປັນໜຶ່ງໃນເສັ້ນທາງສັນຈອນທາງທະເລທີ່ມີການຂົນສົ່ງສິນຄ້າທີ່ມີມູນຄ່າຫຼາຍລ້ານລ້ານໂດລາສະຫະລັດຕໍ່ປີ ໂດຍຈີນລະບຸວ່າ ການກະທຳຂອງອາເມຣິກາ ເປັນການສະແດງອຳນາດ ເຊິ່ງຈະບໍ່ໄດ້ຊ່ວຍໃຫ້ເກີດສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດ.


ກ່ອນໜ້ານີ້ ຂະບວນເຮືອບັນທຸກເຮືອບິນຂອງອາເມຣິກາ ນຳໂດຍກຳປັ່ນຢູເອສເອສທີໂອດໍຣ໌ ຣູສເວລຕ໌ ໄດ້ແລ່ນເຂົ້າໄປຍັງນ່ານນ້ຳທະເລຈີນໃຕ້ ໂດຍອ້າງວ່າ ເພື່ອສົ່ງເສີມເສລີພາບໃນການເດີນເຮືອ, ທັງນີ້ ເຂດທະເລຈີນໃຕ້ໄດ້ເປັນພື້ນທີ່ປະເຊີນໜ້າກັນລະຫວ່າງສະຫະລັດອາເມຣິກາ ກັບ ສປ ຈີນ ໂດຍອາເມຣິກາໄດ້ເພີ່ມການປະຕິບັດການທາງທະຫານເພີ່ມຂຶ້ນໃນໄລຍະຜ່ານມາ.