ຈີນເປີດຕົວ JingOS ຄ້າຍຄື iPadOS ທັງໜ້າຕາ ແລະ ຟີເຈີການໃຊ້ງານ

408

ເຖິງວ່າ Apple ເປີດຕົວ ແລະ ພັດທະນາ iPadOS ພ້ອມຟີເຈີໃໝ່ໆ ເຊິ່ງຫຼ້າສຸດບໍລິສັດໃນຈີນໄດ້ເປີດຕົວ JingOS ຕົວໃໝ່ທີ່ມີພື້ນຖານເປັນ Linux ໂດຍຕົວໜ້າຕາ ແລະ ພື້ນຖານການໃຊ້ງານນັ້ນຄ້າຍຄືກັບ iPadOS.

JingOS ຖືກພັດທະນາຂຶ້ນໂດຍແນວຄິດທີ່ຈະປັບປຸງພື້ນຖານການເຮັດວຽກ ໂດຍລວມຂອງແທັບເລັດ ເຊິ່ງທີມພັດທະນາທີ່ຢູ່ເບື້ອງຫຼັງ JingOS ນີ້ ຈະໄດ້ຮັບແຮງບັນດານໃຈຈາກ Apple – iPadOS ໂດຍກົງ ດ້ວຍການນຳສະເໜີ UI ຫຼື ໜ້າຕາສະແດງຜົນທີ່ລຽບງ່າຍ, ສະອາດຕາ ແຕ່ມີປະສິດທິຜົນ ແລະ ມີປະສິດທິພາບ ຊ່ວຍໃຫ້ໝັ້ນໃຈວ່າແທັບເລັດທີ່ໃຊ້ JingOS ນັ້ນ ຈະສາມາດໃຊ້ງານເປັນຄອມພິວເຕີຂະໜາດນ້ອຍໄດ້ ແລະ ຍັງສາມາດໃຊ້ງານຟັງຊັນຂອງ Linux distro ໄດ້ຢ່າງຄົບຖ້ວນ.

JingOS ຮັບການເຊື່ອມຕໍ່ເມົາສ໌ ແລະ ຄີບອດໄຮ້ສາຍຢ່າງເຕັມຮູບແບບ ແລະ ຕົວລະບົບເອງກໍຮັບການເຮັດວຽກທັງແບບ Touch mode ແລະ Desktop mode ຄອນເຊັບນີ້ຄ້າຍກັບ Windows 10 ເຊິ່ງສາມາດໃຊ້ງານອຸປະກອນໄດ້ທັງຮູບແບບແທັບເລັດ ແລະ ເດັສທັອບ.

ປັດຈຸບັນ JingOS ຈະເປີດໃຫ້ໃຊ້ງານໃນ Huawei MateBook 14 ແລະ Microsoft Surface 6 ກ່ອນ ເລີ່ມວັນທີ 31 ມັງກອນ 2021 ນີ້ ກັບ JingOS ເວີຊັນ 0.6 ນອກນັ້ນ, ນັກພັດທະນາໄດ້ເລີ່ມສ້າງ JingOS ສຳລັບເວີຊັນສະມາດໂຟນ ໂດຍຈະເປີດໃຫ້ໃຊ້ງານໃນທ້າຍປີນີ້.