ຂ່າວດີສຸດ ສຳລັບຜູ້ລ້ຽງງົວຕະຫຼາດຈີນຈະຮັບຊື້ປີລະ 4 ແສນໂຕສັນຍາ 30 ປີ

528

ນັບເປັນຂ່າວທີ່ໜ້າຍິນດີສຸດໆສຳລັບຊາວກະສິກອນຜູ້ລ້ຽງງົວ ແລະຜູ້ກຳລັງຄິດຈະລ້ຽງງົວເປັນສິນຄ້າ ເນື່ອງຈາກທາງຕະຫຼາດ ສປ ຈີນ ທີ່ມີພົນລະເມືອງຫຼາຍ ມີຄວາມຕ້ອງການບໍລິໂພກສູງເປີດໃຈຈະຮັບຊື້ງົວຈາກລາວຫຼາຍເຖິງ 4 ແສນໂຕຕໍ່ປີເປັນເວລາຍາວນານເຖິງ 30 ປີ, ຕອນນີ້ກຳລັງຢູ່ໃນຂັ້ນຕອນການລິເລີ່ມໂຄງການ ດ້ວຍການສ້າງຕັ້ງບໍລິສັດທີ່ຈະອຳນວຍຄວາມສະດວກແກ່ຂະບວນການລ້ຽງນັບແຕ່ແນວພັນຮອດຂັ້ນຕອນການລ້ຽງ ແລະການຈັດສົ່ງສູ່ປາຍທາງ.

ຊິ່ງໃນວັນທີ 26 ມັງກອນ 2021 ນີ້ ກະຊວງປ້ອງກັນປະເທດ (ກປທ) ຮ່ວມກັບ ບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ ສ້າງຕັ້ງ ບໍລິສັດຮ່ວມທຶນກະສິຄົບວົງຈອນຈໍາກັດ ໄດ້ມີພິທີເຊັນສັນຍາຮ່ວມກັນ ໂດຍມີເປົ້າໝາຍເພື່ອສົ່ງເສີມວຽກງານການສົ່ງອອກງົວໄປຂາຍໃຫ້ ສປ ຈີນ ລວມທັງການດໍາເນີນກິດຈະການຟາມລ້ຽງສັດ, ຕະຫຼາດຊຶື້ຂາຍສັດໃຫຍ່ ແລະ ສູນພັດທະນາເຕັກນິກກະສິກໍາ-ລ້ຽງສັດ ແລະອື່ນໆ.

ການເຊັນສັນຍາສ້າງຕັ້ງບໍລິສັດດັ່ງກ່າວ ລົງນາມໂດຍ ທ່ານ ພັນໂທ ບຸນນໍາ ວົງນະດີ ຮອງຫົວໜ້າກົມຜະລິດ-ກະສິກໍາ ກົມໃຫຍ່ພະລາທິການ ກປທ ແລະທ່ານ ນາງ ຄອນສະຫວັນ ແສງວິໄວ ປະທານອໍານວຍການ ບໍລິສັດ ສາງຈ່ຽງລົງທຶນລາວ ຈໍາກັດຜູ້ດຽວ, ໂດຍມີ ທ່ານ ພົນຕີ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການ ກປທ ພ້ອມດ້ວຍສອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.


ອີງຕາມຂໍ້ມູນ ໃຫ້ຮູວ່າ: ຫຼັງຈາກສ້າງຕັ້ງບໍລິສັດສໍາເລັດແລ້ວ ກໍ່ຈະມີການສ້າງຕັ້ງໂຄງການ ໂດຍມີແຜນລົງທຶນທັງໝົດ 300 ຮ້ອຍໂດລາສະຫະລັດ ເຊິ່ງຈະຈັດຕັ້ງປະຕິບັດໃນໄລຍະ 30 ປີ ໂດຍແບ່ງອອກເປັນ 3 ໄລຍະລົງທຶນ, ໄລຍະທີ1: ແມ່ນກໍານົດເອົາສູນລ້ຽງສັດໃຫຍ່ບ້ານຖ້ໍາ ເປັນສູນຕົວແບບຂອງໂຄງການ, ຖ້າຫາກວ່າ ໄລະຍທີ 1 ມີຜົນ ໄດ້ຮັບສູງ ສອງຝ່າຍຈະພ້ອມພາກັນນໍາສະເຫນີຂໍອະນຸມັດສືບຕໍ່ ໄລຍະ 2 ແລະ3 ການຈັດຕັ້ງປະຕິບັດປະກອບດ້ວຍການລ້ຽງສັດໃຫຍ່, ຂະຫຍາຍພັນສັດ, ດໍາເນີນການປູກພືດກະສິກໍາ, ຈໍາຫນ່າຍຜະລິດຕະພັນກະສິກໍາ, ອາຫານສໍາເລັດຮູບ ແລະ ຜະລິດຕະພັນແປຮູບຈາກສັດ ຢູ່ພາຍໃນ ແລະ ສົ່ງອອກ.

ດໍາເນີນການສ້າງໂຮງງານຂ້າສັດທັນສະໄຫມ ແລະ ໂຮງງານແປຮູບຜະລິດຕະພັນຈາກສັດ. ດໍາເນີນການສ້າງຟາມສັດໃຫຍ່, ຟາມທອມສັດໃຫຍ່, ສູນສັດຕະວະແພດ, ສູນກັກກັນສັດໃຫຍ່ ແລະສູນບໍລິການ, ພິເສດການຮ່ວມມືສອງຝ່າຍແມ່ນເອົາໃຈໃສ່ໃນການຂໍໂກຕ້າການສົ່ງອອກງົວ, ຜະລິດຕະພັນຈາກງົວທີ່ຜະລິດຈາກໂຄງການ, ເພື່ອບັນລຸເປົ້າໝາຍສົ່ງອອກງົວໄປ ສປ ຈີນ 400,000 ໂຕ/ປີ. ຕາມຮ່າງສັນຍາຍັງໄດ້ລະບຸໄວ້ວ່າອາຍຸການຮ່ວມມືຂອງສອງຝ່າຍແມ່ນ 30 ປີ, ໃນນີ້ແມ່ນສາມາດສືບຕໍ່ເຊັນສັນຍາໄດ້ອີກ 2 ຄັ້ງ,ຄັ້ງລະ 30 ປີ.


ທ່ານ ບຸນສູງ ຢາທໍ່ຕູ້ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ມີຄໍາເຫັນວ່າ: ການສ້າງຕັ້ງບໍລິສັດຮ່ວມທຶນດັ່ງກ່າວນີ້, ບໍພຽງແຕ່ເປັນການຮ່ວມມືຂອງທັງສອງພາກສ່ວນເທົ່ານັ້ນ, ມັນຍັງເປັນການສ້າງຄວາມເຂັ້ມແຂງວຽກງານກະສິກໍາ-ລ້ຽງສັດ ຢ່າງຮອບດ້ານໃຫ້ກັບກອງທັບປະຊາຊົນລາວ ກໍ່ຄືປະຊາຊົນລາວ ແລະຍັງເປັນການປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນລາວອີກດ້ວຍ.

ພາບ-ຂ່າວ: CRI-FM93