ເບິ່ງເລີຍ ຄົນເກີດ 3 ລາສີນີ້ ດວງປີ 2021 ຈະເປັນແນວໃດ?

231

ຄໍລໍາທໍານາຍດວງຊາຕາໃນມື້ນີ້ ມາຕາມນັດສົ່ງທ້າຍເດືອນມັງກອນດ້ວຍການກວດເບິ່ງໂຊກຊາຕາຂອງຜູ້ທີ່ເກີດ 3 ລາສີນີ້ຄື ລາສີຕຸນ, ລາສີພະຈິກ ແລະ ລາສີທະນູ ມາອ່ານເບິ່ງວ່າດວງຂອງ 3 ລາສີໃນປີ 2021 ນີ້ ຈະເປັນແນວໃດ?.

ລາສີຕຸນ ( ຜູ້ທີ່ເກີດລະຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ )

ເລື່ອງວຽກງານ: ວຽກງານແມ່ນໂດດເດັ່ນຫຼາຍ, ຈະໄດ້ເລື່ອນຕໍາແໜ່ງ ມີຊັບສົມບັດເປັນຂອງຕົວເອງ; ກິດຈະການ ຫຼື ທຸລະກິດທີ່ເຮັດຢູ່ຂະຫຍາຍຕົວດີ ເປີດສາຂາເພີ່ມຂຶ້ນ.

ດ້ານການເງິນ: ໄດ້ປົດໜີ້, ໃຊ້ຈ່າຍຄ່ອງຂຶ້ນ ຫາກເລັ່ງເຮັດຜົນງານແຕ່ຕົ້ນປີກໍຈະໄດ້ຜົນຕອບແທນທີ່ດີສົມ ຄວາມຕັ້ງໃຈ.

ດ້ານຄວາມຮັກ ແລະ ສຸຂະພາບ: ເປັນຄົນໂຊກດີເລື່ອງຄວາມຮັກ ແລະ ຄອບຄົວ, ມີຄົນຮັກທີ່ຊ່ວຍເຫຼືອເກື້ອກູນກັນດີ, ຄົນໂສດຈະໄດ້ເລີ່ມຕົ້ນຄວາມສໍາພັນກັບຄົນທີ່ຖືກໃຈ ແລະ ແມ່ນເນື້ອຄູ່. ສ່ວນສຸຂະພາບ ອາການເຈັບປ່ວຍກໍປິ່ນປົວເຊົາໄດ້ ປີນີ້ໃຫ້ເອົາໃຈໃສ່ເບິ່ງແຍງສະພາບຈິດໃຈຂອງຕົນໃຫ້ດີ ວຽກຫຼາຍອາດເຮັດໃຫ້ກົດດັນ ແລະ ເພີ່ມຄວາມຕຶງຄຽດໄດ້ງ່າຍ.

ในภาพอาจจะมี กลางคืน, ท้องฟ้า, รูปวาด, ภูเขา และชายหาด, ข้อความพูดว่า "Scorpio"

ລາສີພະຈິກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ )

ເລື່ອງວຽກງານ: ຈະມີຈຸດປ່ຽນໄປໃນທາງທີ່ດີກວ່າເກົ່າ ແລະ ມີໂອກາດໄດ້ພົບກັບສັງຄົມໃໝ່ທີ່ດີຂຶ້ນລື່ນຫຼັງ.

ເລື່ອງການເງິນ: ໃຊ້ຄໍາວ່າອົດທົນຢ່າງດຽວ, ລຸຍ ແລ້ວຈະມີເງິນກ້ອນໃຫຍ່, ລະຫວ່າງປີອາດມີໂຊກລາບກ້ອນໃຫຍ່ແບບບໍ່ຄາດຝັນ.

ເລື່ອງຄວາມຮັກ ແລະ ສຸຂະພາບ: ຈະໄດ້ພົບຄົນທີ່ຖືກໃຈ ແລະ ແມ່ນເນື້ອຄູ່ ແທ້, ຄົນທີ່ບໍ່ແມ່ນຈະຈົບກັນໄປ, ຄົນຮັກຂອງຄົນເກີດລາສີນີ້ ເປັນຄົນຮູບຮ່າງໜ້າຕາດີ, ມີສະເໜ່ ແຕ່ງກິນເກັ່ງ. ສ່ວນເລື່ອງສຸຂະພາບຮ່າງກາຍສົມບູນແຂງແຮງດີ ຍົກເວັ້ນສຸຂະພາບຈິດໃຈທີ່ຄິດຫຼາຍ ມີເລື່ອງຈຸກຈິກເລັກໜ້ອຍກໍຄິດໄປຫຼາຍ.

ในภาพอาจจะมี ข้อความพูดว่า "Sagittarius"

ລາສີທະນູ ( ຜູ້ທີ່ເກີດລະຫວ່າງວັນທີ 16 ທັນວາ ຫາ 15 ມັງກອນ )

ເລື່ອງວຽກງານ: ຄົນທີ່ເກີດລາສີນີ້ຖືວ່າຈະມີຄວາມໝັ້ນຄົງ ຮັ່ງມີ ແຕ່ຕ້ອງວາງແຜນດີໆ ສິ່ງໃດທີ່ມີຜົນຕອບແທນໄວໃຫ້ທຶນຄືນໄວ ຄວນເຮັດຈະໄດ້ຜົນກໍາໄລດີ.

ເລື່ອງການເງິນ: ທ່ານເປັນຄົນທີ່ມີເຄດິດດີ ຈຶ່ງເຮັດໃຫ້ຊ່ອງທາງການສ້າງເງິນໄດ້ດີ ການຕິດຕໍ່ເຈລະຈາກໍເປັນໄປໄດ້ດ້ວຍດີ.

ເລື່ອງຄວາມຮັກ ແລະ ສຸຂະພາບ: ຄວາມຮັກບໍ່ແມ່ນເລື່ອງເດັ່ນໃນປີນີ້ໃຫ້ລົມໄປເລື້ອຍໆກ່ອນ ຢູ່ແບບໝູ່ໄປກ່ອນ ຈຶ່ງຈະບໍ່ເສຍວຽກ. ສ່ວນສຸຂະພາບມີໂອກາດເຈັບປ່ວຍຕາມຈຸດເສື່ອມຂອງຮ່າງກາຍ ປວດຂາ, ປວດຫຼັງ ໃຫ້ໝັ່ນໄປກວດເຊັກຮ່າງກາຍໃຫ້ດີ.