ນອຍເອີ ທໍາລາຍສະຖິຕິບໍ່ເສຍປະຕູຫຼາຍນັດທີ່ສຸດຂອງ ໂອລິເວີຄານ

337

ມານູເອລ ນອຍເອີ ຜູ້ຮັກສາປະຕູຂອງ ບາເຢິນ ມິວນິກ ສ້າງປະຫວັດສາດເປັນຜູ້ຮັກສາປະຕູທີ່ບໍ່ເສຍປະຕູຕະຫຼັກ 197 ນັດໄດ້ໄວທີ່ສຸດໃນປະຫວັດສາດຂອງການແຂ່ງຂັນບານເຕະ ບຸນເດສລີກາ ເຢຍລະມັນ ຈາກການໃຊ້ເວລາ 423 ນັດ ຫຼັງນັດຫຼ້າສຸດຊ່ວຍໃຫ້ ບາເຢິນ ມິວນິກ ບໍ່ເສຍປະຕູນັດທີ່ຊະນະ ຊາເກ້ 04 ຂາດລອຍ 4-0 ເມື່ອວັນທີ 24 ມັງກອນ 2021.

ເປັນການທໍາລາຍສະຖິຕິຂອງ ໂອລິເວີ ຄານ ຕໍານານຜູ້ຮັກສາປະຕູຂອງ ບາເຢິນ ມິວນິກ ທີ່ໃຊ້ເວລາລວມໄປເຖິງ 557 ນັດຈາກການລົງແຂ່ງຂັນໃຫ້ກັບ ບາເຢິນ ມິວນິກ ແລະ ຄາລສຣູ ກວ່າທີ່ຈະສ້າງສະຖິຕິບໍ່ເສຍປະຕູ 197 ນັດ.

ນອກນັ້ນ ໄຊຊະນະນັດດັ່ງກ່າວຍັງຊ່ວຍໃຫ້ ບາເຢິນ ມິວນິກ ເກັບເພີ່ມເປັນ 42 ຄະແນນ ຢຶດທີມນໍາຕາຕະລາງຄະແນນລວມຂອງ ບຸນເດສລີກາ ເຢຍລະມັນ, ສ່ວນອັນດັບ 2 ເປັນຂອງ ໄລຊິກ ມີ 35 ຄະແນນ ແລະ ອັນດັບ 3 ບາເຢິນ ເລເວີຄູເຊັນ 32 ຄະແນນ ຈາກການລົງແຂ່ງຂັນ 18 ນັດເທົ່າກັນ.