ອາກອນ ນວ ເກັບລາຍຮັບໄດ້ເກີນແຜນ

357

ເຖິງແມ່ນວ່າປີ 2020 ຜ່ານມາຈະມີສິ່ງທ້າທາຍຫຼາຍດ້ານ ແຕ່ຍ້ອນການຊີ້ນໍາ – ນໍາພາຈາກຄະນະພັກ, ຄະນະອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຄະນະພັກ, ຄະນະນໍາພະແນກການເງິນ; ພ້ອມທັງໄດ້ອອກຫຼາຍມາດຕະການໃໝ່ທີ່ຈໍາເປັນ ເພື່ອຊຸກຍູ້ການເກັບລາຍ ຮັບເຮັດໃຫ້ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ( ນວ ) ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ລື່ນແຜນການ 8,32%.

ທ່ານ ຄໍາພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນໃຫ້ສໍາພາດວ່າ: ປີ 2020 ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 1.124,73 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ທັງໝົດ 1.218,33 ຕື້ກີບ ເທົ່າກັບ 108,32% ຂອງແຜນການປີ, ລື່ນແຜນການ 8,32% ຄິດເປັນເງິນປະມານ 93,59 ຕື້ກີບ.

ໃນນັ້ນ, ຂັ້ນນະຄອນຫຼວງ ປະຕິບັດໄດ້ 861,65 ຕື້ກີບ ເທົ່າກັບ 110,04% ຂອງແຜນການປີ, ຂັ້ນເມືອງ ປະຕິບັດໄດ້ 356,67 ຕື້ກີບ ເທົ່າກັບ 104,38% ຂອງແຜນການປີ, ລາຍຮັບໄດ້ຈາກອາກອນປົກກະຕິ, ລາຍຮັບຈາກທີ່ດິນ, ລາຍຮັບຈາກຄ່າທໍານຽມ ແລະ ບໍລິການວິຊາການ, ລາຍຮັບຈາກວິຊາການ ແລະ ກອງທຶນ.

ในภาพอาจจะมี 1 คน, กำลังนั่ง และภาพระยะใกล้

ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບປີ 2020 ສາມາດປະຕິບັດໄດ້ລື່ນແຜນການຍ້ອນໄດ້ສຸມໃສ່ການຈັດຕັ້ງປະຕິບັດຫຼາຍວຽກງານ ເປັນຕົ້ນ: ໄດ້ລົງເລິກຫຼາຍບັນຫາ ໂດຍສະເພາະແມ່ນການປະຕິຮູບກົນໄກການເຮັດວຽກ ເປັນຕົ້ນການສົ່ງພະນັກງານໄປຝຶກອົບຮົມກ່ຽວກັບວຽກງານສ່ວຍສາອາກອນ, ວຽກງານບັນຊີໂດຍສະເພາະວຽກທີ່ສໍາຄັນເລັ່ງດ່ວນວຽກງານການຫັນເປັນທັນສະໄໝປີ 2020 ໄດ້ລົງເລິກການຄຸ້ມຄອງລະບົບ TaxRis ເຂົ້າໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ລະດົມໃຫ້ຜູ້ປະກອບການແຈ້ງທາງອອນລາຍຜ່ານລະບົບທະນາຄານຫຼີກເວັ້ນຫາງສຽງ ແລະ ຄວາມແອອັດຢູ່ປ່ອງບໍລິການເຮັດໃຫ້ການແຈ້ງຜ່ານປ່ອງບໍລິການໜ້ອຍລົງ, ປັດຈຸບັນສໍາເລັດການແນະນໍາວິທີແຈ້ງດ້ວຍຕົນເອງສໍາເລັດເຖິງ 800 ກວ່າບໍລິສັດ.

ຄຽງຄູ່ກັນນີ້, ການຂະຫຍາຍລະບົບ TaxRis ໃຫ້ກັບສ່ວຍສາອາກອນປະຈໍາເມືອງແມ່ນສໍາເລັດແລ້ວ 9 ເມືອງໃນນະຄອນຫຼວງວຽງຈັນ, ພ້ອມທັງໄດ້ລົງເລິກຊຸກຍູ້ຫົວໜ່ວຍທີ່ແຈ້ງເສຍອາກອນຕໍ່າ, ແຈ້ງສູນ, ບໍ່ມາແຈ້ງ ໂດຍດໍາເນີນການກວດກາເປັນແຕ່ລະເດືອນຕິດຕາມການເຄື່ອນໄຫວແລ້ວລົງຊຸກຍູ້ລາຍຮັບ, ແນະນໍາໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍໂດຍລົງເລິກຕົວຈິງເຖິງເຈົ້າຂອງວິສາຫະກິດໃຫ້ຮັບຮູ້ໃນການປະຕິບັດພັນທະອາກອນ ຕາມກົດໝາຍສ່ວຍສາອາກອນສະບັບປັບປຸງໃໝ່ ຮອດປັດຈຸບັນປະຕິບັດໄດ້ແລ້ວ 3.000 ຫົວໜ່ວຍ, ເຮັດໃຫ້ລາຍຮັບປົກກະຕິທີ່ຫົວ ໜ່ວຍທຸລະກິດມາແຈ້ງເພີ່ມຂຶ້ນປີ 2020 ບັນລຸເຖິງ 765 ຕື້ກີບ, ທັງໄດ້ລົງເລິກວຽກກວດກາໄລ່ລຽງບັນຊີປະຈໍາປີທີ່ເປັນທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, หน้าจอ, สำนักงาน, ตาราง และสถานที่ในร่ม

ນອກນັ້ນ, ຍັງໄດ້ລົງເລິກວຽກງານປະສານກັບພະແນກການອ້ອມຂ້າງ ເພື່ອຈົດຮັບ – ຈົດຈ່າຍລາຍຮັບຄ່າທໍານຽມ ແລະ ຄ່າບໍລິການວິຊາການ, ປະສານກັບຂະແໜງການຄ້າ ສໍາລັບຫົວໜ່ວຍວິສາຫະກິດເກີດຂຶ້ນໃໝ່, ລົງເລິກວຽກງານຄຸ້ມຄອງບໍລິສັດ ຂາອອກ – ຂາເຂົ້າ ຮ່ວມກັບ ຂະແໜງພາສີຕາມແຈ້ງການຂອງກະຊວງການເງິນ, ວຽກງານການຫັນຫົວໜ່ວຍເຂົ້າສູ່ລະບົບອາກອນມູນຄ່າເພີ່ມເປົ້າໝາຍຊຸກຍູ້ຫົວໜ່ວຍທີ່ມີລາຍຮັບເກີນ 400 ລ້ານກີບຕໍ່ປີໃຫ້ຖືບັນຊີ ແລະ ເຂົ້າສູ່ລະບົບອາກອນ ມູນຄ່າເພີ່ມ, ພ້ອມທັງຊຸກຍູ້ຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບລະຫວ່າງ 50 ລ້ານກີບ ຫາ 400 ລ້ານກີບ ປະຕິບັດອັດຕາອາກອນລາຍໄດ້ຂອງຈຸນລະວິສາຫະກິດໃຫ້ສອດຄ່ອງກັບກົດໝາຍອາກອນລາຍໄດ້.

ສົມທົບກັບຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ເພື່ອປະສານຂໍ້ມູນ ແລະ ຄິດໄລ່ອາກອນນໍາບັນດາບໍລິສັດທີ່ຮັບເໝົາພາຍໃນເຂດລວມທັງບໍລິສັດຜູ້ພັດທະນາ ໂດຍສະເພາະແມ່ນເຂດບຶງທາດຫຼວງ, ເຂດກວມລວມໄຊເສດຖາ, ທາງລົດໄຟ ເຊິ່ງເປັນຖານລາຍຮັບໃໝ່ ແລະ ເປັນແຫຼ່ງລາຍຮັບທີ່ມີສ່ວນຮ່ວມເຮັດໃຫ້ລາຍຮັບລື່ນແຜນການ.

[ ຂ່າວ: ອາພັດສະລາ ຈັນທະວົງ ]