ບໍ່ວ່າສະພາບການທາງດ້ານເສດຖະກິດຈະເປັນແນວໃດ ການຂາຍຍ່ອມປາສະຈາກບໍ່ໄດ້ໃນບັນຫາຂອງລາຄາ ແລະ ການບໍລິການ. ສະນັ້ນເວົ້າໄດ້ເລີຍວ່າ: ການຕັ້ງລາຄາສິນຄ້າເປັນອີກປັດໄຈໜຶ່ງທີ່ສໍາຄັນຂອງການຈຳໜ່າຍ ຫຼື ການຂາຍ. ທັງນີ້, ກໍຕ້ອງອີງຕາມກຸ່ມຜູ້ບໍລິໂພກ, ຄວາມຕ້ອງການ ແລະ ຄວາມສາມາດໃນການຊື້.
ວິທີກຳນົດລາຄານັ້ນຈຸດປະສົງຫຼັກໆຄື ເພື່ອພິຈາລະນາຜົນກຳໄລ, ດ້ານຍອດຂາຍ, ດ້ານສະຖຽນລະພາບຂອງລາຄາ ( ຕະຫຼາດ ) ເຊິ່ງຫຼັກໆມີ 2 ວິທີ ຄື:
1. ການຕັ້ງລາຄາແບບຢຶດຕົ້ນທຶນການຜະລິດເປັນຫຼັກ
ວິທີນີ້ຕ້ອງແນ່ໃຈວ່າຈຳນວນຜະລິດຕະພັນທີ່ຜະລິດອອກມາ ຈະຕ້ອງຂາຍໄດ້ທັງໝົດຈຶ່ງຈະມີກຳໄລຕາມທີ່ຕ້ອງການ ເພາະຫາກສິນຄ້າເຫຼືອ ຫຼື ຂາຍບໍ່ໝົດກໍຈະກາຍເປັນການຂາດທຶນ ໂດຍທີ່ລາຄາຂາຍເທົ່າກັບຕົ້ນທຶນທັງໝົດບວກກັບກຳໄລທີ່ຕ້ອງການ.
ໝາຍຄວາມວ່າການຕັ້ງລາຄາແບບເອົາຕົ້ນທຶນເປັນທີ່ຕັ້ງ ຫວັງເອົາກໍາໄລຫຼັງການຂາຍສິນຄ້າທັງໝົດ ກໍຈະເຮັດໃຫ້ລາຄາບໍ່ສູງຂາຍໄດ້ສະດວກ ແຕ່ກໍມີຄວາມສ່ຽງກໍລະນີທີ່ຂາຍບໍ່ໝົດກໍາໄລກໍຈະບໍ່ໄດ້ຕາມຄາດໄວ້ ຈຶ່ງເໝາະສົມສໍາລັບການຜະລິດແລ້ວຂາຍສົ່ງໃຫ້ລູກຄ້າ ຫຼື ຜູ້ໃຊ້ບໍລິການປະຈໍາ.
2. ການຕັ້ງລາຄາໂດຍຜູ້ຕ້ອງການຂອງຕະຫຼາດເປັນສິ່ງສຳຄັນ
ຖ້າຕະຫຼາດຈຳໜ່າຍມີຄູ່ແຂ່ງໜ້ອຍ ຂະນະທີ່ຄວາມຕ້ອງການຊື້ມີຫຼາຍ ເຮົາກໍສາມາດກຳນົດລາຄາໄວ້ສູງໄດ້ ເພາະຈັ່ງໃດເຂົາກໍບໍ່ມີບ່ອນຊື້ຢູ່ດີ ເຊິ່ງຕະຫຼາດແບບນີ້ມີໂອກາດສ້າງກຳໄລງາມໃນໄລຍະທຳອິດ ແຕ່ກໍຕ້ອງເບິ່ງກໍາລັງຊື້ ຫຼື ກຸ່ມຜູ້ບໍລິໂພກຕົວຈິງມີຫຼາຍ – ໜ້ອຍພຽງໃດ.
ຖ້າມີຄູ່ແຂ່ງຈຳນວນຫຼາຍກໍຈົ່ງຢ່າພະຍາຍາມກຳນົດລາຄາຕາມໃຈ ຫຼື ຢ່າໃຊ້ນະໂຍບາຍແຂ່ງຂັນຂາຍຫຼາຍດ້ວຍການຫຼຸດລາຄາ ຫຼື ເອົາກໍາໄລໜ້ອຍ ເພາະຈະພາໃຫ້ເກີດສົງຄາມລາຄາ ແລ້ວທ້າຍທີ່ສຸດກໍຈະພາກັນປິດກິດຈະການ.
ວິທີການຕັ້ງລາຄາຄວນຕັ້ງໃຫ້ເໝາະສົມໃນລາຄາທີ່ໃກ້ຄຽງ ຫຼື ທຽບເທົ່າກັບຄູ່ແຂ່ງ ແຕ່ທີ່ສໍາຄັນຄວນໃຊ້ນະໂຍບາຍຕ່າງໆມາຊ່ວຍໃນການຂາຍປະກອບກັບການບໍລິການທີ່ດີສະເໝີຕົ້ນສະເໝີປາຍ ຜູ້ໃຊ້ບໍລິການກໍຈະສັດທາ ແລະ ເຊື່ອໝັ້ນໄປດົນໆ.
ປັດໄຈອື່ນໆປະກອບການພິຈາລະນາເລື່ອງລາຄາ:
-
ສາມາດເພີ່ມລາຄາເຂົ້າໄປໄດ້ຫາກມີການບໍລິການທີ່ດີ ກວ່າຄູ່ແຂ່ງ ແຕ່ກໍຕ້ອງເບິ່ງຜົນຕອບຮັບຕົວຈິງໄປນໍາ.
-
ຫາກສິນຄ້າຂາດຕະຫຼາດ ຫຼື ມີໃນຕະຫຼາດໜ້ອຍ ສິນຄ້ານັ້ນສາມາດກຳນົດລາຄາໄດ້ສູງກວ່າປົກກະຕິເປັນການຊົ່ວຄາວ.
-
ຫາກພາບພົດສິນຄ້າດີ ກວ່າກໍສາມາດກຳນົດລາຄາທີ່ສູງກວ່າ ເພາະມີກຸ່ມຜູ້ໃຊ້ບໍລິການທີ່ສັດທາ ແລະ ເຊື່ອໝັ້ນຢູ່ແລ້ວນັ້ນເອງ.
-
ກໍານົດລາຄາຜິດດ່ຽງເລັກໆໜ້ອຍໆ ເພື່ອໃຫ້ຜູ້ໃຊ້ບໍລິການຮູ້ສຶກໄດ້ປຽບ ຫຼື ມີ ຄວາມຍຸຕິທໍາ ເຊັ່ນ: ຕົວເລກເສດ 1. 900, 2.900 ແລະ ອື່ນໆ.