ດີແທ້! ເມືອງໄຊຍະບູລີ ມອບງົວ 30 ໂຕໃຫ້ຜູ້ມີຄວາມສ່ຽງຕໍ່ຜົນກະທົບໄພທຳມະຊາດ

287

ເປັນຂ່າວທີ່ດີຫຼາຍກ່ຽວກັບການຊ່ວຍເຫຼືອປະຊາຊົນແບບໃຫ້ເປັນສິ່ງຂອງບໍ່ແມ່ນເງິນທອງ ເຊິ່ງຜ່ານມາມີບາງເມືອງ, ບາງແຂວງແມ່ນໄດ້ນຳເອົາສັດລ້ຽງໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດລ້ຽງທົດແທນຄວາມເສຍຫາຍ ແລະມື້ນີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີແມ່ນໄດ້ນຳເອົາງົວໄປມອບໃຫ້ຄອບຄົວຜູ້ມີຄວາມສ່ຽງຕໍ່ການເກີດໄພທຳມະຊາດລວມ 30 ໂຕ.

ພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ມັງກອນ 2021 ຜ່ານມານີ້ຢູ່ທີໂຮງຮຽນປະຖົມສົມບູນບ້ານຫ້ວຍເພາະໂດຍເປັນກຽດເຂົ້າຮ່ວມ ທ່ານ ສອນສະຫັວນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ ມີຕາງໝ້າພະແນກກະສິກຳແຂວງ, ຫົວໝ້າຫ້ອງການ, ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານວິຊາການ ,ນາຍບ້ານ ແລະ ຄອບຄົວທີ່ໄດ້ຮັບງົວເຂົ້າຮວ່ມ.

ໃນພິທີ ທ່ານ ຄຳພອນ ສິງງາມ ຫົວໝ້າຫ້ອງກະສິກຳປ່າໄມ້ເມືອງໄຊຍະບູລີ ໄດ້ກ່າວວ່າ: ໂຄງການຈັດສັນຂຶ້ນມາເພື່ອຊ່ວຍເຫຼຶອຄອບຄົວທີ່ມີຄວາມສ່ຽງ ບ້ານຫ້ວຍເພາະ ເນື່ອງຈາກເປັນບ້ານໜຶ່ງທີ່ມີຄວາມສຽ່ງຕໍ່ຈາກໄພພິບັດທໍາມະຊາດ ທົ່ວບ້ານມີ 137 ຄອບຄົວ 11 ໝ່ວຍຜະລິດ ມີຈຳນວນພົນລະເມືອງ 725 ຄົນຍິງ 375 ຄົນ ຖືກໂຄງການຍົກຍ້າຍຈຳນວນ 29 ຄອບຄົວ ໂຄງການດັ່ງກ່າວແມ່ນໄດ້ຮັບທືນອານຸມັດການລົງທືນຂອງລັດສົກປີ 2018 ໂດຍແມ່ນທືນຂອງລັດຖະບານ 100% ສະພາບການຈັດຕັ້ງປະຕິບັດ ໂຄງການໄດ້ຮັບທືນອານຸມັດທັງໝົດ 4ຕື້ກວ່າກີບ.

ໃນນີ້ໄດ້ປະຕິບັດກິດຈະກຳເຊັ່ນ: ກິດຈະກຳຕັດຜັງບ້ານ – ເສັ້ນທາງມູນຄ່າ 1,4 ຕື້ກວ່າກີບ ກິດຈະກຳຍົກຍ້າຍບ່ອນຢູ່ເກົ່າ ມາຢູ່ບ່ອນໃໜ່ ແລະ ປຸກເຮືອນຈຳນວນ 29 ຫຼັງມີມູນຄ່າ 2 ຕື້ກວ່າກີບ ກິດຈະກຳປຸກໂຮງຮຽນ 1 ຫຼັງມູນຄ່າ 600ລ້ານກີບ, ກິດຈະກໍາລັງຕິດຕັ້ງຕາຂ່າຍໄຟຟ້າ ແລະ ເຂົ້າຄົວເຮືອນມູນຄ່າ 184ລ້ານກວ່າກີບ, ກິດຈະກຳນໍ້າລິ້ນມູນຄ່າ 370ລ້ານກີບ, ກິດຈະກຳລ້ຽງສັດໃຫຍ່ປະເພດງົວຕິດພັນກັບການປູກຫຍ້າເປັນອາຫານສັດມູນຄ່າ 923 ລ້ານກີບ ເຊີ່ງແຕ່ລະກິດຈະກຳແມ່ນສຳເລັດ 100% ມາຮອດປີນີ້ແມ່ນໄດ້ມອບກິດຈະກໍາການສົ່ງເສີມການລ້ຽງສັດໃຫຍ່ປະເພດງົວຕິດພັນກັບການປູກຫຍ້າເປັນອາຫານສັດ ແລະ ໄດ້ມອບສັດໃຫ້ຈຳນວນ 10 ຄອບຄົວ,ມີ 30 ໂຕລວມ ມູນຄ່າ 100ລ້ານກວ່າກີບ.


ຕອນທ້າຍພິທີ ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງ ໄຊຍະບູລີ ໄດ້ກ່າວຕໍ່ພໍ່ແມ່ປະຊາຊົນຜູ້ໄດ້ຮັບງົວໃນຄັ້ງນີ້ເຊີ່ງທ່ານໄດ້ເນັ້ນໜັກໃຫ້ຄອບຄົວທີ່ໄດ້ຮັບແນວພັນງົວໄປລ້ຽງຕ້ອງປະຕິບັດຕາມກົດລະບຽບຂອງກອງທືນງົວໃຫ້ເຂັ້ມງວດ, ຮອດກໍານົດເວລາຕ້ອງໝູນວຽນໃຫ້ຜູ້ອື່ນ, ຄອບຄົວອື່ນໄປລ້ຽງຕໍ່ ແລະ ເອົາໃຈໃສ່ລ້ຽງ, ຮັກສາໃຫ້ດີໃຫ້ສັດອອກແມ່ແຜ່ລູກສາມາດສ້າງລາຍຮັບສູ່ຄອບຄົວນັບມື້ຫຼາຍຂຶ້ນ.

Cr:News.XBL