ຕິດຕາມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ແລະຜົນການເລືອກຕັ້ງ

181

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ພັກກອມມູນິດຫວຽດນາມໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງຮາໂນ້ຍ ໂດຍມີສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ມີການນຳພັກ-ລັດ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ທ່ານ ຫວງຽນ ຟູ ຈ້ອງ ກ່າວວ່າ: ຄວາມເຊື່ອໝັ້ນຂອງປະຊາຊົນຫວຽດນາມ ທີ່ມີຕໍ່ການນຳພາຂອງພັກ ໄດ້ເຮັດໃຫ້ຫວຽດນາມປະສົບຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນດ້ານເສດຖະກິດ ແລະ ການພັດທະນາໂຄງລ່າງພື້ນຖານທີ່ມີການພັດທະນາ ແລະ ຂະຫຍາຍຕົວຢ່າງວ່ອງໄວ.


ທ່ານ ຫງວຽນ ຟູ ຈ້ອງ ກ່າວອີກວ່າ: ປີ 2020 ຜ່ານມາ ທົ່ວໂລກໄດ້ປະເຊີນກັບການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດຢ່າງໜັກໜ່ວງ ເຮັດໃຫ້ຫຼາຍປະເທດຈີດີພີຕິດລົບ ແຕ່ຫວຽດນາມກໍໄດ້ບືນຕົວ ເຮັດໃຫ້ເສດຖະກິດຂະຫຍາຍຕົວ 2,9%, ແນວໃດກໍຕາມຫວຽດນາມຍັງມີຄວາມທ້າທາຍນາໆປະການ ໂດຍໃນອະນາຄົດຫວຽດນາມຕ້ອງເພິ່ງພາຕົນເອງໃຫ້ຫຼາຍຂຶ້ນ ແລະ ຕ້ອງເລັ່ງບໍລິຫານຈັດການໃຫ້ມີຄວາມຍືນຍົງ, ພ້ອມທັງຮັກສາການພົວພັນຢ່າງສະເໝີຕົ້ນສະເໝີປາຍກັບປະເທດເພື່ອບ້ານໃກ້ຄຽງ ລວມທັງປະເທດທີ່ມີເສດຖະກິດຂະໜາດໃຫຍ່.


ກອງປະຊຸມຄັ້ງນີ້ ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູກາງພັກກອມມູນິດຫວຽດນາມຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມໃຫ້ມີຄວາມມັ່ງຄັ່ງ, ເຂັ້ມແຂງ, ສີວິໄລ ແລະ ຍຸຕິທຳ.