ໄຟຟ້າລາວທາບທາມການກຳນົດຕຳແໜ່ງງານໃຫ້ສາຂາ ແລະລະບົບສາຍສົ່ງພາກເໜືອ

110

ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຮັບໃຊ້ວິຊາສະເພາະໃຫ້ມີຄວາມສອດຄ່ອງແທດເໝາະຕາມພາລະບົດບາດຂອງ ລັດວິສາຫະກິດໄຟຟ້າລາວ ໃນຂອບເຂດທົ່ວປະເທດ ໃນການກໍານົດພະນັກງານຄຸ້ມຄອງທຸກຂັ້ນໃຫ້ເປັນລະບົບ ແລະ ຕໍ່ເນື່ອງແມ່ນມີຄວາມສຳຄັນຫຼາຍ ດັ່ງນັ້ນ, ໃນວັນທີ 25 ມັງກອນ 2021, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ເຂົ້າຮ່ວມເປັນປະທານ ກອງປະຊຸມທາບທາມກໍານົດຕໍາແໜ່ງງານ ຂັ້ນສາຂາ ແລະ ລະບົບສົ່ງໄຟຟ້າພາກເໜືອ ຢູ່ທີ່ສະໂມສອນ ທະຫານແຂວງຫຼວງພະບາງ.

ໃນພິທີມີຫົວໜ້າຝ່າຍຈັດຕັ້ງບໍລິຫານ, ຝ່າຍກວດກາ, ຝ່າຍແຜນການການເງິນ, ຝ່າຍຄຸ້ມຄອງລະບົບ, ຝ່າຍລະບົບຈໍາໜ່າຍ, ລະບົບສົ່ງໄຟຟ້າພາກເໜືອ ແລະ ພະນັກງານຫຼັກແຫຼ່ງສາຂາແຂວງຫຼວງພະບາງເຂົ້າຮ່ວມ.

ໃນກອງປະຊຸມ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຫຼວງພະບາງ ແລະ ຫົວໜ້າພະແນກຄຸ້ມຄອງລະບົບສົ່ງໄຟຟ້າພາກເໜືອ ໄດ້ຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ໃນໄລຍະ 1 ປີຜ່ານມາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ເຫັນວ່າຫຼາຍໜ້າວຽກມີຜົນສຳເລັດເປັນຢ່າງດີ ຫຼັງຈາກນັ້ນ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ໃຫ້ກຽດໂອ້ລົມ ທ່ານໄດ້ຍົກໃຫ້ເຫັນ ການບໍລິການ ການນໍາພາ ການຈັດຕັ້ງບຸກຄະລາກອນ ໃຫ້ສອດຄ່ອງກັບວຽກວິຊາສະເພາະ ເພື່ອຍົກສູງວຽກງານຂອດບໍລິການໃຫ້ທັນກັບສະພາບເສດຖະກິດ-ສັງຄົມ ແລະ ກອງປະຊຸມກໍ່ໄດ້ປິດລົງໃນວັນດຽວກັນ.