ຄວາມຈີງເລື່ອງວັກຊີນປ້ອງກັນໂຄວິດຈາກ ສ.ຣັດເຊຍ

215

ປະຈຸບັນ ພະຍາດໂຄວິດກຳລັງລະບາດແຮງຢູ່ຫຼາຍປະເທດ ລວມທັງປະເທດເຮົາເອງກໍ່ຍັງມີກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນ ແລະບໍ່ມີຫຍັງມາຮັບຮອງວ່າອະນາຄົດຈະຕ້ອງປອດໄພ ດັ່ງນັ້ນ, ການທີ່ໄດ້ວັກຊີນມາສັກໄວ້ປ້ອງກັນຈິ່ງເປັນຄວາມຫວັງ ແລະຄວາມຕ້ອງການຈາກທົ່ວໂລກ ຈິ່ງບໍ່ແປກທີ່ປະຊາຊົນລາວຈະຕື່ນເຕັ້ນກັບຂ່າວທີ່ວ່າປະເທດລາວຈະໄດ້ຮັບວັກຊີນຈາກ 3 ແຫຼ່ງ ເຊິ່ງຫຼ້າສຸດບັນດາສື່ອອນລາຍກໍ່ໄດ້ລາຍງານຄວາມຄືບໜ້າກ່ຽວກັບວັກຊິນຈາກ ຣັດເຊຍທີ່ມອບ-ຮັບກັນໃນອາທິດແລ້ວນີ້ຫາກເປັນຕົວເລກທີ່ຜິດພ້ຽນຈາກຕົວຈີງ.

ຕໍ່ກັບຈຳນວນວັກຊີນດັ່ງກ່າວກ່າວ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອະທິບາຍວ່າຄວາມຈີງແລ້ວ ປະເທດລາວໄດ້ຮັບວັກຊິນປ້ອງກັນພະຍາໂຄວິດ19 ສະປຸດນິກ 5 ຂອງຣັດເຊຍ ເຊິ່ງມີການມອບ-ຮັບໃນວັນທີ 21 ມັງກອນນັ້ນ ໄດ້ຮັບພຽງ 1000 ໂດສ ເທົ່ານັ້ນ ບໍ່ແມ່ນຈຳນວນ 2 ລ້ານໂດສ ດັ່ງທີ່ເປັນຂ່າວໃນສື່ສັງຄົມອອນລາຍ.


ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສໍາພາດວ່າ: ປະເທດລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ19 ສະປຸດນິກ 5 ຂອງຣັດເຊຍ ໃນວັນທີ 21 ມັງກອນ 1.000 ໂດສ ສາມາດສັກໃຫ້ອາສາສະໝັກ ທີ່ເປັນກຸ່ມສ່ຽງໄດ້ 500 ຄົນເທົ່ານັ້ນ ແລະ ໃນມື້ນັ້ນທ່ານທູດຣັດເຊຍ ໄດ້ສະເໜີວ່າຖ້າປະເທດລາວ ລົງທະບຽນວັກຊິນ ສະປຸດນິກ 5 ໄດ້ໄວ ຝ່າຍຣັດເຊຍ ຈະຮັກສາໄວ້ໃຫ້ 2ລ້ານໂດສ ທີ່ລາວສາມາດຈັດຊື້ໄດ້ພາຍໃຕ້ເງື່ອນໄຂໃດໜຶ່ງ.


ອີງຕາມຂໍ້ມູນຈາກສະຖານທູດຣັດເຊຍ ປະຈໍາລາວ ໃຫ້ຮູ້ວ່າ: ພິທີມອບຮັບວັກຊິນສະປຸດນິກ5 ຂອງຣັດເຊຍ ໃນອາທິດແລ້ວນີ້ ສະຖານທູດຣັດເຊຍ ປະຈຳລາວ ຍັງໄດ້ຕາງໜ້າໃຫ້ກອງທຶນເພື່ອການພັດທະນາ ລົງນາມກັບບໍລິສັດ ລາວແອັດແລນຕິກ ເຊິ່ງແມ່ນກະຊວງສາທາລະນະສຸກຂອງລາວ ໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອສະໜອງວັກຊິນໃນປະລິມານທີ່ສອງຝ່າຍໄດ້ຕົກລົງເຫັນດີ ແລະ ເປັນເອກະພາບກັນນັບແຕ່ປີນີ້ເປັນຕົ້ນໄປ.

ຂ່າວຈາກ: Lao National Radio