ສາລະວັນ ອະຄາເດມີ ຢູ 15 ຕັ້ງເປົ້າເຂົ້າຮອບ 4 ທີມບານເຕະຊີງຂັນ ສຕລ ທີ່ຈໍາປາສັກ

112

ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ຫວັງຜ່ານເຂົ້າຮອບ 4 ທີມສຸດທ້າຍ ໃນການແຂ່ງຂັນບານເຕະຊີງຂັນສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຮຸ່ນອາຍຸບໍ່ເກີນ 15 ປີ ໂດຍຮອບ 8 ທີມສຸດທ້າຍ ສາລະວັນ ຈະລົງສະໜາມພົບກັບ ອັນດັບ 2 ຂອງສາຍ A ກໍຄືທີມ BT.Vapi ທີ່ເລື່ອນມາແຂ່ງຂັນໃນມື້ນີ້ວັນທີ 26 ມັງກອນ 2021.

ທີມບານເຕະສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີພາຍໃຕ້ການນໍາທີມຂອງ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກທີມແຂວງສາລະວັນ ຊຸດບານເຕະທົ່ວປະເທດ ເມື່ອປີ 2020 ເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນ ສຕລ ທີ່ແຂວງຈໍາປາສັກ ໂດຍຖືກຈັບຢູ່ສາຍ B ຮ່ວມກັບ ປາກຊ່ອງ, ປາກເຊ ຢູໄນເຕັດ ແລະ ເສັດຄົດ ເອັຟຊີ ເຊິ່ງ ສາລະວັນ ອະຄາເດມີ ສ້າງຜົນງານໂດດເດັ່ນລົງສະໜາມ 3 ນັດສາມາດຊະນະໄດ້ 2 ແລະ ສະເໝີ 1 ນັດມີ 7 ຄະແນນ ທີມນໍາກຸ່ມ B ຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະແຊັມກຸ່ມໄປພົບກັບ ອັນດັບ 2 ຂອງສາຍ A ຢ່າງທີມ BT.Vapi ໂດຍຈະແຂ່ງຂັນໃນມື້ນີ້ວັນທີ 26 ມັງໂກອນ ເວລາ 15:30 ໂມງ ທີ່ສະໜາມບານເຕະທີ່ ນະຄອນປາກເຊ ແຂວງຈໍາປາສັກ.

ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກ ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ກ່ອນລົງແຂ່ງຂັນຮອບ 8 ທີມສຸດທ້າຍວ່າ ວ່າ: ສໍາລັບ ສາລະວັນ ອະຄາເດມີ ເປັນທີມຈາກແຂວງສາລະວັນ ເຊິ່ງເປັນ 1 ໃນທີມຈາກຕ່າງແຂວງທີ່ບໍ່ແມ່ນແຂວງຈໍາປາສັກ ເຊັ່ນດຽວກັບທີມຈາກ ອັດຕະປື ແລະ ເຊກອງ ເຂົ້າຮ່ວມໃນການແຂ່ງຂັນລາຍການນີ້.

“ ພວກເຮົາແມ່ນຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະທີ 1 ຂອງສາຍເປັນທີ່ແນ່ນອນແລ້ວຈາກຜົນງານຊະນະ 2 ແລະ ສະເໝີ 1 ນັດໂດຍຈະໄປພົບກັບ BT.Vapi ເຊິ່ງທີມດັ່ງກ່າວເປັນອີກທີມຈາກແຂວງສາລະວັນ ທີ່ເປັນທີ 2 ຂອງສາຍ A ແນ່ນອນວ່າ ພວກເຮົາຈະເຮັດໃຫ້ດີທີ່ສຸດໃນນັດນີ້ ແລະ ເປົ້າໝາຍຂອງພວກເຮົາແມ່ນຫວັງເຂົ້າ ຮອບ 4 ທີມເປັນຢ່າງນ້ອຍ ສຳລັບເປົ້າໝາຍຂອງ ສະໂມສອນ ພວກເຮົາມີເປົ້າໝາຍທີ່ຊັດເຈນວ່າ ພວກເຮົາຈະຕ້ອງສ້າງນັກກີລາ ສາລະວັນ ໃຫ້ໄປຮອດທີມຊາດໃຫ້ໄດ້ ” ຫົວໜ້າຄູຝຶກ ສາລະວັນ ອະຄາເດມີ ກ່າວ.

ສຳລັບ ສາລະວັນ ອາຄາເດມີ ລົງສະໜາມໄປ 3 ນັດຍິງໄປ 11 ປະຕູຈາກ ເບີ 29 ໂທນີ ໄຊມັງກອນ ປ່ຽມມະໄລ 7 ປະຕູ, ເບີ 9 ໂອມ ປະສິດ ຫອມສົມບັດ 3 ປະຕູ ແລະ ເບີ 27 ຢູໂລ ສຸກດວງໃຈ ອິນທະລາດ 1 ປະຕູ.

ສ່ວນຕາຕະລາງການແຂ່ງຂັນ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ທີ່ແຂວງຈໍາປາສັກ ຮອບ 8 ທີມສຸດທ້າຍມີດັ່ງນີ້:
+ວັນອັງຄານ 26 ມັງກອນ 2021
-ເວລາ 13:30 ໂມງ ໄອດີຊີເຊກອງ ພົບ ປາກຊ່ອງ ຊິດຕີ້
-ເວລາ 15:30 ໂມງ ສາລະວັນ ອາຄາເດມີ ພົບ ວາປີ BT.Club

+ວັນພຸດ 27 ມັງກອນ 2021
-ເວລາ 13:30 ໂມງ ຟາຍເດ ພົບ ໂຕໂຕ້
ເວລາ 15:30 ໂມງ ປາດ໋ອງ FA ພົບ ໂຮມຊັບ

ຂ່າວ: ຄໍາສອນ; ຮູບຈາກ: F.C.Champasak