ຫົວໜ້າການເມືອງທະຫານແຂວງບໍ່ແກ້ວ ລົງເຮັດວຽກຢູ່ບັນດາກົມກອງຢູ່ຮາກຖານ

144

ວັນທີ 24 ມັງກອນ 2021 ນີ້, ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມທີມງານ ລົງຢ້ຽມຍາມ ເຮັດວຽກຢູ່ ກອງພັນ 419, ກອງບັນຊາການທະຫານເມືອງເມິງ, ກອງຮ້ອຍທະຫານຊາຍແດນ 121 ແລະ ກອງຮ້ອງທະຫານຊາຍແດນ 122 ທີ່ປະຈໍການບັນດາປ້ອມ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949 – 20 ມັງກອນ 2021).


ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ກ່າວວ່າ: ການລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄັ້ງນີ້ ດ້ວຍຄວາມເປັນຫ່ວງເປັນໃຍບັນດາອ້າຍນ້ອງທີ່ເຮັດຫນ້າທີ່ຢູ່ແນວຫນ້າ, ເຂດຫ່າງໄກຊອກຫຼີກ, ທຸລະກັນດານ, ຈົ່ງມີຄວາມສຸກ ຄວາມຈະເລີນ, ມີສຸຂະພາບແຂງແຮງ, ເຮັດສໍາເລັດຫນ້າທີ່ອັນມີ ກຽດສະຫງ່າທີ່ພັກ-ລັດ ແລະ ກະຊວງປ້ອງກັນປະເທດມອບຫມາຍໃຫ້, ເວລາໃດກໍເປັນກໍາແພງອັນຫນັກແຫນ້ນແຂງແກ່ນຂອງປະເທດຊາດ ແລະ ປະຊາຊົນ ປະກອບສ່ວນ ຢ່າງຕັ້ງຫນ້າເຂົ້າໃນການ ປະຕິບັດຫນ້າທີ່ຕາມແນວທາງ ປ້ອງກັນຊາດທົ່ວປວງຊົນຮອບດ້ານທີ່ພັກວາງອອກ, ຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບ ຫມັ້ນຄົງ, ສັງຄົມ ໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັກສາເຂດນໍ້າແດນດິນອັນ ແສນເຄົາລົບຮັກໃຫ້ມີຄວາມສະຫງົບໂດຍພື້ນຖານ.

ພ້ອມທັງເນັ້ນໜັກໃຫ້ພະນັກງານ – ນັກຮົບ ມີແນວຄິດການເມືອງຫຼັກໝັ້ນເຂັມແຂງ, ມີແບບແຜນການນຳພາ – ບັນຊາ ທີທັນສະໄໝ, ເຊືອມຊືມບັນດານິຕິກຳຕ່າງໆ ຂອງຊາດ ຂອງພັກ ຂອງກອງທັບ ໃຫ້ເລິກເຊິ່ງ, ຮັດແໜ້ນຄວາມສາມັກຄີ ທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນປົກກະຕິ.

ຈັດຕັ້ງລະບົບປະຈຳການ ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ເຝົ້າລະວັງພະຍາດໂຄວິດ-19 ທີ່ກຳລັງຂະຫຍາຍອິດທິພົນຢູ່ພາຍໃນປະເທດເຮົາຢ່າງກວ້າງ ຂວາງ ຕ້ອງເພີມທະວີຕິດຕາມ ກວດກາ ຄົນເຂົ້າ – ອອກເມືອງ ທີ່ບໍ່ຖືກ ຕ້ອງຕາມກົດໝາຍແລະ ກະກຽມຄວບຄຸ້ມໄພພິບັດທາງທຳມະຊາດທີ່ອາດຈະເກີດຂື້ນ. ໂອກາດດັ່ງກ່າວທ່ານກໍ່ໄດ້ມອບວັດຖຸຂອງຂວັນປະເພດອາຫານແຫ້ງ ແລະ ອາຫານສໍາເລັດຮູບຕື່ມອີກ.


ໂດຍ: ວໍລະສິດ ພິດສະຫາຍ,ໜັງສືພິມບໍ່ແກ້ວ Bokeo Newspaper