ການນຳແຂວງຈຳປາສັກ ລົງຊຸກຍູ້ຕິດຕາມການເຝົ້າລະວັງພະຍາດໂຄວິດ-19 ຢູ່ສູນຈຳກັດບໍລິເວນ ຫຼັກ 21

116

Champasak RADIO Station100,7 Mhz, ຕອນບ່າຍວັນທີ 25 ມັງກອນ 2021, ການນຳແຂວງຈຳປາສັກ ນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ທັງເປັນຜູ້ປະຈໍາການ ຊີ້ນຳ ຄະນະກຳມະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະຕອບໂຕ້ການລະບາດ ພະຍາດໂຄວິດ 19, ມີຫົວໜ້າ ຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ສູນຊ່ວຍເຫຼືອຜູ້ດ້ອຍໂອກາດທາງສັງຄົມ (ສູນກັກກັ້ນ ຫຼັກ 21) ເມືອງປະທຸມພອນ ແຂວງຈຳປາສັກ ທີ່ແຂວງກຳນົດເປັນສະຖານທີ່ ຈຳກັດບໍລິເວນ 14 ວັນ ເພື່ອເຝົ້າລະວັງ,ຄວບຄຸມ ແລະສະກັດກັ້ນການລະບາດຂອງ ພະຍາດໂຄວິດ-19 ສຳລັບຜູ້ທີ່ເດີນທາງກັບມາຈາກຕ່າງປະເທດ ທີ່ເຂົ້າມາແຂວງຈຳປາສັກ ສປປ ລາວ.


ທ່ານ ວຽງສະໄໝ ໄຂສະຫວັດດີ ຮອງສູນດັ່ງກ່າວ ໄດ້ລາຍງານສະພາບໂດຍລວມໃຫ້ຮູ້ວ່າ: ຜ່ານມາແມ່ນໄດ້ມີການປະສານສົມທົບກັບພະແນກສາທາລະນະສຸກແຂວງ ແລະພາກສ່ວນກ່ຽວຂ້ອງ, ສູນໄດ້ມີການບໍລິຫານຈັດການໃນການຄຸ້ມຄອງສູນ ປະຊຸມສ່ອງແສງ ,ສະຫຼຸບ ວາງແຜນ ແລະລາຍງານຕາມສາຍຕັ້ງ ຂອງແຕ່ລະພາກສ່ວນ, ສູນໄດ້ເຄື່ອນໄຫວຮັບແຮງງານລາວທີ່ເຄື່ອນຍ້າຍມາແຕ່ຕ່າງປະເທດ ເຂົ້າມາກັກກັ້ນ ຢູ່ພາຍໃນສູນ ນັບແຕ່ວັນທີ 27/4/2020 ຮອດ 21/1/2021 ຕົວເລກສະສົມແມ່ນ 11.364 ຄົນ , ມີພູມລຳເນົາຢູ່ແຂວງຈຳປາສັກ 8.303 ຄົນ;  ປັດຈຸບັນ ຍັງມີໜ້າຢູ່ສູນ 212 ຄົນ ເມື່ອຮອດກຳນົດວັນ ຕາມມາດຕະການຄວບຄຸມພະຍາດໂຄວິດ-19 ແມ່ນໄດ້ສົ່ງກັບຄືນບ້ານ ເພື່ອດຳລົງຊີວິດຕາມປົກກະຕິ.


ການລົງເຄື່ອນໄຫວ ຢ້ຽມຢາມ ຂອງ ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະໃນເທື່ອນີ້ ກໍແມ່ນເພື່ອ ເປັນການຊຸກຍູ້ ໃຫ້ກຳລັງໃຈ ພ້ອມທັງລົງ ຕິດຕາມຢ່າງໄກ້ຊິດ ເພື່ອເຫັນສະພາບການຕົວຈິງ ແລະ ເຫັນໄດ້ເຖິງຄວາມເປັນຫວ່ງ ເປັນໄຍ ຕໍ່ອ້າຍນ້ອງເຈົ້າໜ້າທີ່ ປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະຕອບໂຕ້ການລະບາດ ພະຍາດໂຄວິດ 19 ຕະຫຼອດຮອດ ພໍ່ແມ່ ປະຊາຊົນ ທີ່ຢູ່ສູນດັ່ງກ່າວ ແລະ ການລົງເຄື່ອນໄຫວ ຢ້ຽມຢາມ ຄັ້ງນີ້ ຍັງໄດ້ນຳເອົາ ອຸປະກອນ ການແພດ ປ້ອງກັນພະຍາດໂຄວິດ-19 ແລະ ເຄື່ອງຮັບໃຊ້ ຈຳນວນໜຶ່ງ ມອບໃຫ້ສູນດັ່ງກ່າວເພື່ອຮັບໃຊ້ເຂົ້າໃນວຽກງານໃນຕໍ່ໜ້າ.

ຂ່າວ: ທັດຊະນະ.