ໃຜຍັງບໍ່ທັນຊໍາລະໃຫ້ເລັ່ງມື! ກໍານົດເສຍຄ່າທໍານຽມທາງ 2021 ຮອດ 31 ມີນານີ້

25 Jan 2021

ຄລິກແຊຣ໌ 0 Facebook WhatsApp

ກະຊວງການເງິນອອກແຈ້ງການ ເຖິງບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງ ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະທຸກປະເພດ ໃນທົ່ວປະເທດກຳນົດ​ ການເສຍຄ່າທຳນຽມທາງ 2021​ ຈະສິ້ນສຸດ 31​ ມີນານີ້.

ກະຊວງການເງິນ​ ອອກແຈ້ງການ​ ເລກທີ​ 0375/ກງ, ນະຄອນຫຼວງວຽງຈັນ​ ວັນທີ​ 20​ ມັງກອນ​ 2021​ ເຖິງບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື​ນຳໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ​ ເລື່ອງການເສຍຄ່າທານຽມທາງ ປະຈຳປີ 2021.

ແຈ້ງການດັ່ງກ່າວເຜີຍໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການເສຍຄ່າທຳນຽມທາງ ປະຈຳປີ 2021 ໄດ້ຈັດຕັ້ງປະຕິບັດທັນຕາມກຳນົດເວລາ ແລະມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ກະຊວງການເງິນ ແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫລື ນຳໃຊ້ຍານພາຫະນະ ທຸກປະເພດ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້:

1 ໃນປີ 2021 ໄລຍະເວລາຂອງການເສຍຄ່າທຳນຽມທາງ ແມ່ນຈະສິ້ນສຸດໃນວັນທີ 31 ມີນາ 2021 ເຊິ່ງບຸກຄົນ,​ ນິຕິບຸກຄົນ ແລະ​ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ ມີພັນທະເສຍຄ່າທໍານຽມທາງປະຈຳປີ, ຖ້າບໍ່ເສຍຄ່າທໍານຽມທາງຕາມໄລຍະເວລາດັ່ງກ່າວທີ່ໄດ້ກຳນົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ໃນ ໂລແມັງທີ IV ຂໍ້ທີ 2 ຂອງຄຳແນະນໍາ ສະບັບເລກທີ 3455/ກງ, ລົງວັນທີ 10​ ຕຸລາ 2017.​

2 ກໍລະນີ ບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື​ ນຳໃຊ້ຍານພາຫະນະ ຫາກຍັງບໍ່ທັນໄດ້ເສຍຄ່າທຳນຽມທາງໃນປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ໄດ້ກຳນົດໃນລັດຖະບັນຍັດ ວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະຖືກປະຕິບັດມາດຕະການປັບໃໝດັ່ງນີ້:

  • ຖືກປັບໃຫມ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງຕໍ່ປີ ກໍລະນີບໍ່ໄດ້ເສຍຄ່າທຳນຽມທາງ ນັບແຕ່ປີ 2017,​ 2018 ແລະ 2019.​
    -ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ ກໍລະນີບໍ່ໄດ້ເສຍຄ່າທໍານຽມທາງ ໃນປີ 2020.

3 ການຊຳລະເງິນຄ່າທຳນຽມທາງ ແມ່ນໃຫ້ຊຳລະຜ່ານລະບົບທະນາຄານດ້ວຍ 6 ທາງເລືອກຄື: ຊຳລະຜ່ານລະບົບເຄົາເຕີທະນາຄານ (Counter); ຊຳລະຜ່ານທາງອອນລາຍ (ຊໍາລະຜ່ານ BCEL One ຫລື BCEL i-bank ແລະ​ ຊ່ອງທາງອອນລາຍທະນາ ຄານຕົວແທນ); ຊຳລະຜ່ານຕູ້ເອທີເອັມ (ATM); ຊຳລະຜ່ານຕູ້ອັດຕະໂນມັດ​(Kiosk), ຊຳລະຜ່ານຈຸດໃຫ້ບໍລິການ ທີ່ໄດ້ຮັບອະນຸຍາດ​(BCOME) ແລະ​ ຊຳລະຜ່ານທະນາຄານຕົວແທນ.​

4 ສຳລັບ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃຫມ່ (ພາຫະນະອອກຮ້ານ) ໃນເດືອນຕຸລາ ຫາ​ ເດືອນ ທັນວາ 2021 ແມ່ນໃຫ້ເລີ່ມເສຍຄ່າທໍານຽມທາງໃນປີຖັດໄປ.​

5 ເຈົ້າໜ້າທີ່ຈະລະຈອນ ຈະເຮັດຫນ້າທີ່ກວດກາ, ຊຸກຍູ້ການເສຍຄ່າທໍານຽມທາງ ແລະ​ ນໍາໃຊ້ມາດຕະການຕໍ່ຜູ້ລະເມີດການເສຍຄ່າທຳນຽມທາງ ໃນຂອບເຂດທົ່ວປະເທດ.​

6 ມອບໃຫ້ພະແນກການເງິນແຂວງ, ນະຄອນຫລວງ ສົມທົບກັບສ່ວຍສາອາກອນປະຈໍາແຂວງ,​ນະຄອນຫລວງ, ການເງິນເມືອງ, ສ່ວຍສາອາກອນປະຈໍາເມືອງ, ນະຄອນ ປະສານສົມທົບກັບການປົກຄອງທ້ອງຖີ່ນ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ເຜີຍແຜ່ ການຈັດຕັ້ງປະຕິບັດການເສຍຄ່າທຳນຽມທາງປະຈໍາປີ 2011 ໃຫ້ມີປະສິດທິຜົນ, ໂປ່ງໃສ​ ແລະ ຮັບປະກັນການເກັບລາຍຮັບດັ່ງກ່າວ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.​ ດັ່ງນັ້ນ,ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.​

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ