ບໍ່ຢາກເປັນ “ ສິວ ” ກິນຫຍັງດີ ?

186

ແທ້ຈິງແລ້ວທີ່ວ່າ “ ສິວ ” ເກີດໄດ້ຫຼາຍສາເຫດ ເຊັ່ນ: ຮໍໂມນ, ຄວາມຄຽດ, ກຳມະພັນ, ຄວາມສະອາດ ຈົນເຮັດໃຫ້ຜິວໜັງເກີດເປັນຈຸດທີ່ອັກເສບ, ບວມແດງ ຫຼື ມີໜອງ. ສ່ວນຫຼາຍຈະເກີດຂຶ້ນບໍລິເວນໜ້າ, ລຳຄໍ, ໜ້າເອິກ, ບ່າໄຫຼ່ ຫຼື ຫຼັງເປັນຕົ້ນ ເຊິ່ງສ່ວນໃຫຍ່ໃນໄລຍະໄວໜຸ່ມທີ່ມີການປ່ຽນແປງຂອງຮໍໂມນຈະເກີດສິວຂຶ້ນກັບຫຼາຍໆຄົນ.

ແຕ່ຮູ້ບໍ່ວ່າວິຕາມິນຕ່າງໆ ແລະ ເສັ້ນໃຍອາຫານຊ່ວຍຄວບຄຸມໄຂມັນຜິວໜັງບໍ່ໃຫ້ເປັນສິວໄດ້ ໂດຍສະເພາະວິຕາມິນບີ 1 ແລະ ບີ 2. ນອກຈາກນີ້, ຍັງຕ້ອງອາໄສວິຕາມິນອີ ເພື່ອໃຫ້ເລືອດໄຫຼວຽນ ດີຊ່ວຍປ້ອງກັນຄວາມຜິດປົກກະຕິຂອງຂະບວນການສ້າງເຊວຜິວໃໝ່ ແລະ ການສ້າງເມັດສີ ແລະ ທີ່ສຳຄັນລະວັງຢ່າໃຫ້ຖອກທ້ອງ ເພາະອາການຖອກທ້ອງເປັນຕົ້ນເຫດຈາກການເກີດສິວນໍາອີກ, ແຫຼ່ງອາຫານບາງປະເພດທີ່ມີເສັ້ນໃຍຊ່ວຍຫຼຸດບັນຫາໜ້າສິວ ມີດັ່ງນີ້:

ในภาพอาจจะมี อาหาร

– ວິຕາມິນບີ 2 – ໄຂ່ນົກກະທາ

ໃນໄຂ່ນົກກະທາມີສານທີ່ຊ່ວຍໃຫ້ຫຼອດເລືອດແຂງແຮງ ແລະ ກະຕຸ້ນການເຜົາຜານນ້ຳຕານ ແລະ ໄຂມັນໃນຮ່າງກາຍ.

ในภาพอาจจะมี ชุดสูท และอาหาร

– ວິຕາມິນອີ – ໝາກອຶ

ໃນໝາກອຶມີວິຕາມິນອີ ທີ່ມີສັບພະຄຸນໂດດເດັ່ນໃນການຕ້ານອະນຸມູນອິດສະຫຼະ, ຊະລໍໄວ, ຕ້ານຄວາມເສື່ອມຊອງເຊວບຳລຸງຜິວພັນໃຫ້ຊຸ່ມຊື່ນ ແຖມຍັງຊ່ວຍຫຼຸດການອັກເສບຂອງຜິວໄດ້ ແລະ ຫາກຮັບປະທານວິຕາມິນອີ ຄວບຄູ່ໄປກັບວິຕາມິນເອ ແລ້ວ ກໍຈະຊ່ວຍໃນການປິ່ນປົວຮອຍດຳຈາກສິວໃຫ້ຈາງລົງໄວໄດ້ອີກ.

ในภาพอาจจะมี อาหาร

– ເສັ້ນໃຍອາຫານ – ຖົ່ວແດງ

ຖົ່ວແດງມີສັບພະຄຸນກຳຈັດພິດທັງຍັງອຸດົມດ້ວຍເສັ້ນໃຍອາຫານ. ທັງນີ້, ຄວນນຳມາປຸງກັບເຂົ້າ ຫຼື ໃສ່ໃນເຂົ້າຕົ້ມ ເພື່ອໄດ້ສານສົມດຸນລະຫວ່າງວິຕາມິນ ແລະ ກົດອາມິໂນ.