ຊົມເຊີຍຄົນສູ້ຊີວິດ! ແອ່ ພອນວິໄຊມົງຄົນ ສູນເສຍຫຼາຍຢ່າງໃນຊີວິດ ແຕ່ບໍ່ທໍ້ ສູ້ ອົດທົນ ສານຝັນຕໍ່ ຈົນມີ 4 ທຸລະກິດຂອງຕົນເອງ ໄວພຽງ 27 ປີ

128

ໜຸ່ມ ແອ່ ພອນວິໄຊມົງຄົນ ໄຊຍະລາດ ຄົນວົງໃນວົງບັນເທີງລາວຄົງຮູ້ຈັກດີ (ແອ່ ຜູ້ຈັດການດາລາ) ໜຶ່ງຄົນທີ່ຢູ່ເບື້ອງຫຼັງຂອງຄວາມສຳເລັດດາລາຫຼາຍຄົນ ທີ່ຜ່ານຜ່າອຸປະສັກມາຫຼາຍໆຢ່າງໃນຊີ ຈາກເດັກຕ່າງແຂວງມາສູ້ຊີວິດໃນເມືອງໃຫຍ່ ອາຍຸພຽງ 27 ປີ ປັດຈຸບັນກຳລັງເປີດ ເຖິງ 4 ທຸລະກິດ ທີ່ຝັນ ແລະ ຕັ້ງໃຈໄວ້.


ຂໍແນະນຳໃຫ້ຮູ້ກ່ອນວ່າ ໜຸ່ມຄົນນີ້ ຜ່ານຫຍັງມາແນ່ ແອ່ ເປັນຄົນຕ່າງແຂວງ ແຂວງຫຼວງນ້ຳທາ ພົບອຸປະສັກ ແລະ ມໍລະສຸມຊີວິດ ທີ່ຮ້າຍແຮງມາຫຼາຍໆຢ່າງ ທັງ ເຮືອນໄຟໄໝ້, ສູນເສຍນ້ອງຊາຍ, ການເສຍສະລະອະນາຄົດຂອງຕົນເອງ ເພື່ອຄອບຄົວ, ຄອບຄົວລົ້ມລະລາຍ, ຕ້ອງກາຍມາເປັນຫົວໜ້າຄອບຄົວ ຕໍ່ສູ້ມາເປັນເວລາຫຼາຍປີ ຂຶ້ນມາຮຽນ, ມາເຮັດວຽກຢູ່ນະຄອນຫຼວງວຽງຈັນ


ກ່ອນໜ້ານີ້ ແອ່ ເຮັດວຽກຢູ່ບໍລິສັດ Kaona Laos Advertising ເປັນຜູ້ຈັດການດາລາໃນສັງກັດ ຕໍ່ມາຄິດຢາກສານຕໍ່ຄວາມຝັນ ເລີຍເປີດ Modeling ເປັນຂອງຕົນເອງ ຮ່ວມກັບ ເອື້ອຍວຽງໄລ ເຈົ້າຂອງ ຮ້ານວຽງໄລເສີມຄວາມງາມ ຢູ່ແຂວງຫຼວງນໍ້າທາ ເພື່ອສານຕໍ່ຄວາມຝັນນ້ອງໆໃນບ້ານເກີດທີ່ຢາກເຂົ້າວົງການໃຫ້ໄດ້ມີໂອກາດເຂົ້າວົງການບັນເທີງ ແລະ ຫຼ້າສຸດ ໜຸ່ມແອ ໄດ້ກຽມເປີດ 4 ທຸລະກິດ ໃນນະຄອນຫຼວງວຽງຈັນ ຄື
1 ບໍລິສັດ ມົງຄຸນ ເອັນເຕີເທັນເມັຮ ອີເວນ ແອັນ ອໍການາຍສ໌ ( Mong khoun Entertainment Event & Organizer) ເຮັດກ່ຽວກັບການຈັດງານອີເວັນ,ງານດອງແລະງານຕ່າງໆທີ່ລູກຄ້າຕ້ອງການ ແລະ ຮັບເຮັດການຕະຫຼາດ Online ແລະ Offline ໃຫ້.


2 VL Modeling Agency LNT ໃຜທີ່ຕ້ອງການນາງແບບ,ນາຍແບບ,ນັກສະແດງທີ່ແຕກຕ່າງທີ່ມີເອກະລັກຕ່າງແຂວງສາມາດເອີ້ນໃຊ້ວຽກໄດ້.
3 Air Flower Room ເປັນຮ້ານດອກໄມ້ທີ່ແຕກຕ່າງບໍ່ຄືໃຜ. ໃຜທີ່ມັກແຕກຕ່າງບໍ່ຄືໃຜເຊີນໄດ້.


4 ຮ້ານເຂົ້າຊອຍແຫ້ງ ອິນເຕີ ຫຼວງນໍ້າທາ ໄວໆນີ້ ກຳລັງຈະເປີດ “ຮ້ານເຂົ້າຊອຍແຫ້ງ ອິນເຕີ” ຫຼວງນໍ້າທາ ໃຜທີ່ຍັງບໍ່ເຄີຍກິນເຂົ້າຊອຍແຫ້ງອິນເຕີຫຼວງນ້ຳທາ ເຊີນມາຊີມໄດ້ ແລ້ວຈະຕິດໃຈ.


ທຸກໆ ທຸລະກິດທີ່ເຮັດ ເຮັດເຕັມທີ່ເຮັດດ້ວຍໃຈເພື່ອຈະເຮັດໃຫ້ອອກມາໃຫ້ດີທີ່ສຸດ ເຊິ່ງບໍລິສັດ ມົງຄຸນ ເອັນເຕີເທັນເມັນ ອີເວນ ແອັນ ອໍການາຍສ໌, VL Modeling Agency LNT, Air Flower Room ແລະ ຮ້ານ ເຂົ້າຊອຍແຫ້ງ ອິນເຕີ ຫຼວງນໍ້າທາ ຕັ້ງຢູ່ ບ້ານ ສີດຳດວນ ຮ່ອມ9  ເມືອງ ຈັນທະບູລີ  ນະຄອນຫຼວງວຽງຈັນ ແວ່ອຸດໜຸນ ແລະ ໃຊ້ບໍລິການໄດ້