“ ອົດທົນ ແລະ ຢ່າເຮັດວຽກໜ້າດຽວ ” ຂໍ້ຄິດສູ່ຄວາມ ສໍາເລັດຈາກພໍ່ຄ້າຂາຍເຂົ້າປຸ້ນສູ່ເຈົ້າຂອງທຸລະກິດໂຮງແຮມ (ມີວີດີໂອ)

781

ທຸກຄົນເກີດມາລ້ວນມີພື້ນຖານຊີວິດທີ່ແຕກຕ່າງກັນ ແລະ ບໍ່ມີໃຜຮູ້ວ່າອະນາຄົດຂອງຕົນເອງຈະເປັນແນວໃດ, ແຕ່ສິ່ງສໍາຄັນເຖິງແມ່ນວ່າເຮົາເລືອກເກີດບໍ່ໄດ້ ແຕ່ເຮົາສາມາດເລືອກທີ່ຈະເປັນ ເລືອກທີ່ຈະປະສົບ ຄວາມສໍາເລັດໄດ້ ພຽງທ່ານມີຄວາມມານະອົດທົນ, ບໍ່ທໍ້ຖອຍ, ມີໃຈສູ້, ຝ່າຟັນທຸກອຸປະສັກທີ່ເຂົ້າມາ ແລ້ວທ່ານຈະໄປຮອດເປົ້າໝາຍໄດ້ ດັ່ງທ່ານ ປະກາສິດ ຈັນທະປັນຍາ ຜູ້ທີ່ເລີ່ມຕົ້ນລົງມືເຮັດທຸລະກິດຈາກອາຊີບທໍາມະດາ ພຽງຂາຍເຂົ້າປຸ້ນແຄມທາງ ສູ້ສຸດຊີວິດຈົນກາຍເປັນເຈົ້າຂອງໂຮງແຮມທີ່ມີຊື່ສຽງ.

ລາຍການ Business Talk EP2 ພວກເຮົາໄດ້ໂອ້ລົມສົນທະນາກັບ ທ່ານ ປະກາສິດ ຈັນທະປັນຍາ ເຈົ້າຂອງໂຮງແຮມຈັນທະປັນຍາ ທັງເປັນປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ເຊິ່ງໄດ້ເຜີຍກ່ຽວກັບຊີວິດສ່ວນຕົວ ແລະ ການດໍາເນີນທຸລະກິດຂອງຕົນວ່າ: ຕົນເອງຮຽນຈົບວິຊາຊີບສາຍສາຂາເອເລັກໂຕຣນິກ ເຊິ່ງຫຼັງຮຽນຈົບກໍຖືກສັບຊ້ອນໄປເປັນພະນັກງານສາຍຮູບເງົາ ແລະ ນີ້ກໍເປັນຈຸດເລີ່ມຕົ້ນຂອງຄວາມຄິດໃນການກ້າວມາເປັນນັກທຸລະກິດ ແທນທີ່ຈະເປັນພະນັກງານຫ້ອງການ ບວກກັບຄໍາເວົ້າຈາກພີ່ນ້ອງທີ່ເຮັດໃຫ້ຕ້ອງຄິດຄືນເລືອກທາງເດີນຊີວິດຂອງຕົວເອງໃໝ່ ວ່າຈະເປັນພະນັກງານລັດນັ່ງຫ້ອງການ ຫຼື ອອກມາເປັນພໍ່ຄ້າຫາເງິນມື້ ແຕ່ທັງໝົດນີ້ກໍຍັງມີຂໍ້ຈໍາກັດບາງຢ່າງທີ່ເຮັດໃຫ້ຕ້ອງໜັກໃຈ ເນື່ອງຈາກຕົນເອງສ້າງຄອບຄົວມີລູກແລ້ວ. ດັ່ງນັ້ນ, ການຈະອອກມາເປັນພໍ່ຄ້າ ຫຼື ເຮັດທຸລະກິດສ່ວນຕົວມັນກໍບໍ່ແມ່ນເລື່ອງງ່າຍ.

ในภาพอาจจะมี 1 คน

ຫຼັງຈາກຕັດສິນໃຈ ທ່ານ ປະກາສິດ ເລີ່ມເຮັດທຸລະກິດທໍາອິດຂອງຕົນເອງ ໃນປີ 1984 ດ້ວຍການຂາຍເຂົ້າປຸ້ນນໍ້າແຈ່ວຢູ່ແຄມທາງຮ່ວມກັບເມຍ ເຊິ່ງຊີວິດປະຈໍາວັນໃນຕອນນັ້ນ ກໍຄືການຕົ້ມນ້ຳເຂົ້າປຸ້ນເພື່ອໃຫ້ເມຍຂາຍຢູ່ແຄມທາງ ສ່ວນຕົນເອງກໍໄດ້ກັບເຂົ້າໄປເບິ່ງລູກ ແລະ ມ້ຽນເຮືອນຖ້າເມຍຂາຍເຂົ້າປຸ້ນແລ້ວ ເພື່ອຈະໄດ້ກັບເຂົ້າມາກິນເຂົ້າທ່ຽງຮ່ວມກັນ. ວັດຖຸດິບຫຼັກໃນການຂາຍເຂົ້າປຸ້ນໃນຕອນນັ້ນແມ່ນປາແດກ ເຊິ່ງຫຼັງລົງມືຂາຍເຂົ້າປຸ້ນໄປ 1 ເດືອນ ກໍບໍ່ມີຫຍັງເພີ່ມຂຶ້ນມາ ເງິນທຸກກີບທີ່ລົງທຶນໄປຍັງຄືເກົ່າບໍ່ເຫັນກໍາໄລ ໄດ້ພຽງທຶນຄືນເທົ່ານັ້ນ, ຈຶ່ງຕັດສິນໃຈຢຸດເຊົາ ແລະ ປ່ຽນອາຊີບໃໝ່.

ในภาพอาจจะมี 4 คน

ທ່ານ ປະກາສິດ ຈັນທະປັນຍາ ເຜີຍອີກວ່າ: ຫຼັງຢຸດເຊົາການຂາຍເຂົ້າປຸ້ນ ກໍປ່ຽນອາຊີບໃໝ່ມາເລື້ອຍໆທັງເປັນພະນັກງານແລ່ນຊິບປິ້ງ, ຈາກນັ້ນມາເປີດຮ້ານຄ້າຊີ້ນຳ ເຊິ່ງຈຸດນີ້ເຮັດໃຫ້ຫາເງິນໄດ້ກ້ອນໃຫຍ່ຈາກທີ່ອົດຢາກ ບໍ່ເຄີຍກິນຂອງແຊບ ກໍໄດ້ຂອງກິນດີໆມາຮອດທ້ອງ, ພ້ອມສ້າງກໍາລັງໃຈໃຫ້ຕົນ ແລະ ເມຍໃນການຫາເງິນສູ້ຊີວິດຕໍ່. ຕົກມາໃນປີ 1985 ກໍໄດ້ປ່ຽນໄປຂາຍຄຳຢູ່ຕະຫຼາດເຊົ້າ ເຊິ່ງເປັນຮ້ານຂອງພໍ່ເຖົ້າ ໂດຍມີໜ້າທີ່ໄປເຝົ້າຮ້ານ ໄປຂາຍຄໍາໃຫ້ເພິ່ນ. ໃນໄລຍະທີ່ເປັນພໍ່ຄ້າຂາຍຄຳນັ້ນ ເນື່ອງດ້ວຍບໍ່ມີບົດຮຽນ ແລະ ປະສົບການໃນການຂາຍຄຳ ຈຶ່ງເຮັດໃຫ້ຕົນເອງຖືກຕົ້ມ, ຖືກຕົວະຫຼາຍຮູບແບບ ພາຍຫຼັງທີ່ໄດ້ເຮັດທຸລະກິດກ່ຽວກັບຮ້ານຄຳ ກໍເຫັນຊ່ອງທາງໃໝ່ກ່ຽວກັບການເຮັດທຸລະກິດໂຮງແຮມ ແຕ່ໃນຄວາມຄິດທຳອິດແມ່ນຢາກເຮັດພຽງແຕ່ເຮືອນພັກ ເພາະດ້ວຍການສອບຖາມຈາກພີ່ນ້ອງທີ່ໄດ້ເຮັດເຮືອນພັກມາກ່ອນໜ້ານີ້ ເຫັນວ່າມີແຂກເຂົ້າໃຊ້ບໍລິການດີ ກໍເລີຍໄດ້ມີຄວາມຄິດທີ່ຈະເລີ່ມເຮັດໃນໄລຍະປີ 1997 – 1998. ຕົກມາໄລຍະປີ 2000 ເລີ່ມມີນັກທ່ອງທ່ຽວເຂົ້າມາ ເຮັດໃຫ້ຕົນເອງໄດ້ເຮັດທີ່ພັກເປັນເຮືອນພັກ ( Guesthouse ), ຈົນມາຮອດປີ 2002 – 2003 ກໍໄດ້ຮັບອະນຸຍາດປ່ຽນເປັນໂຮງແຮມຈັນທະປັນຍາ ທີ່ຮູ້ຈັກກັນໃນປັດຈຸບັນ ໂດຍໂຮງແຮມດັ່ງກ່າວນີ້ແມ່ນໄດ້ສ້າງຕັ້ງ ແລະ ສຳເລັດໃນປີ 2006.

ในภาพอาจจะมี 1 คน, กำลังยืน และภาพระยะใกล้

ທ່ານ ປະກາສິດ ຈັນທະປັນຍາ ຍັງບອກອີກວ່າ: ກ່ອນຈະມາເຖິງຈຸດນີ້ໄດ້ບໍ່ແມ່ນເລື່ອງງ່າຍ ໄດ້ລົ້ມລຸກຄຸກຄານ ຜ່ານຄວາມທຸກຍາກຫຼາຍໆຢ່າງ ກ່ອນຈະເຮັດໃຫ້ຕົນເອງມີຖານະຂຶ້ນມາ. ນອກຈາກນີ້, ທ່ານຍັງໄດ້ຜ່ານເລື່ອງລາວຕ່າງໆບໍ່ວ່າຈະກິນເຝີຖ້ວຍດຽວກັນກັບເມຍ ຫຼື ໝູ່ເພື່ອນທີ່ເວົ້າໃຫ້ວ່າບໍ່ຮັກໝູ່ ແຕ່ໃນຄວາມເປັນຈິງແລ້ວ ທ່ານຕັ້ງໃຈໃນການສ້າງຕົນເອງໃຫ້ມີ ຈຶ່ງເຮັດໃຫ້ ທ່ານ ປະກາສິດ ຍອມທີ່ຈະຕັດທາງໂລກ ແລະ ຕັ້ງໃຈຫາເງິນເພື່ອໃຫ້ຄອບຄົວມີຢູ່ມີກິນ.

ไม่มีคำอธิบายรูปภาพ

ນອກຈາກນີ້, ທ່ານ ປະກາສິດ ຈັນທະປັນຍາ ກໍໄດ້ຝາກບອກກັບທຸກຄົນທີ່ໄດ້ອ່ານບົດນີ້ວ່າ: ທຸກບັນຫາມີທາງແກ້ ແລະ ກໍມີທາງອອກ ພຽງແຕ່ຄ່ອຍໆແກ້ບັນຫາ ເພາະບັນຫາມັນບໍ່ສາມາດແກ້ມື້ນີ້ມື້ອື່ນໄດ້ ທຸກຢ່າງລ້ວນແຕ່ໃຊ້ເວລາ ເຊັ່ນດຽວກັບຂ້າພະເຈົ້າເອງກໍໄດ້ໃຊ້ເວລາກ່ອນທີ່ຈະມາເຖິງຈຸດນີ້ໄດ້ບໍ່ແມ່ນເລື່ອງງ່າຍ ພະຍາຍາມສູ້ສຸດຊີວິດ ຢຶດເອົາ “ ອ ” ອົດທົນ ແລະ ຖືຄະຕິ “ ເກົ້າອົດ ເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ ” ມາສະເໝີ. ພ້ອມນີ້, ການປະຢັດກໍເປັນສິ່ງໜຶ່ງທີ່ທຸກຄົນຄວນປະຕິບັດ ແລະ ອີກສິ່ງໜຶ່ງທີ່ທ່ານຕ້ອງການບອກ ກໍຄືການທີ່ເຮົາເຮັດວຽກບໍ່ຄວນເຮັດວຽກໜ້າດຽວ ແຕ່ຕ້ອງມີວຽກອື່ນທີ່ສຳຮອງໄວ້ ເມື່ອເວລາມີບັນຫາກໍຈະໄດ້ມີອັນໜຶ່ງຄ້ຳຈູນເຮົາໄດ້ ເຊັ່ນກັບໄມ້ຄ້ຳກ້ວຍ ກ້ວຍຄ້ຳໄມ້.