ສື່ມວນຊົນ ໄດ້ຮັບການຍົກລະດັບວຽກງານອະນຸລັກ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ

192

ສື່ມວນຊົນຈາກພາກສ່ວນຕ່າງໆທັງສູນກາງ ແລະ ທ້ອງຖິ່ນຫຼາຍກວ່າ 10​ ທ່ານ ໄດ້ເຂົ້າຮ່ວມການສໍາມະນາເພື່ອຍົກລະດັບຄວາມຮູ້ກ່ຽວກັບການລາຍງານຂ່າວເພື່ອອະນຸລັກ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ພາຍໃຕ້ຫົວຂໍ້: “ການສົ່ງເສີມການມີສ່ວນຮ່ວມຂອງສື່ມວນຊົນເຂົ້າໃນວຽກງານຕ້ານອາດຊະຍາກໍາທາງສັດປ່າ” ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການອະນຸລັກສັດປ່າ ( WCS) ຈັດຂຶ້ນໃນລະຫວ່າງວັນທີ 18-24 ມັງກອນ 2021 ຢູ່ຫ້ອງປະຊຸມຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ  ເມືອງຮ້ຽມ ແຂວງ ຫົວພັນ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ ຮ່ວມມືເຢຍລະມັນ ຫຼື (GIZ) ປະຈໍາລາວ.

ການສໍາມະນາຄັ້ງນີ້ ສໍາມະນາກອນກໍຄືສື່ມວນຊົນ ໄດ້ຮັບຟັງ ແລະ ແລກປ່ຽນຄວາມຮູ້ຫຼາຍວຽກງານສໍາຄັນຈາກເຈົ້າໜ້າທີ່ກ່ຽວຂ້ອງທັງຈາກພາກລັດ ແລະ ເຈົ້າໜ້າທີ່ຈາກອົງການ WCS ທີ່ຮັບຜິດຊອບວຽກງານຕ່າງໆ ໃນການຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເປັນຕົ້ນ: ວຽກງານອະນຸລັກສັດປ່າ, ການຄຸ້ມຄອງທໍາມະຊາດ, ການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນໃນການອະນຸລັກສັດປ່າ ແລະ ທໍາມະຊາດ, ການສົ່ງເສີມໃຫ້ປະຊາຊົນມີລາຍຮັບຈາກການບໍລິການທ່ອງທ່ຽວອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຜ່ານສອງກິດຈະກໍາ ຄື: ການລ່ອງເຮືອເພື່ອຊົມສັດປ່າໃນຍາມຄໍ່າຄືນ ແລະ ການຍ່າງປ່າເພື່ອຊົມສັດປ່າ ແລະ ທໍາມະຊາດຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ, ການສົ່ງເສີມໃຫ້ປະຊາຊົນໃຫ້ມີອາຊີບອື່ນຂອງອົງການ WCS ເພື່ອບໍ່ໃຫ້ປະຊາຊົນເຂົ້າໄປບຸກລຸກອຸທິຍານ ເປັນຕົ້ນ: ການຈັບຈອງດິນເພື່ອທໍາການຜະລິດ, ການຂຸດຄົ້ນໄມ້ ແລະ ການລ່າສັດປ່າ.

ນອກຈາກນີ້,​ ຍັງໄດ້ຮັບຟັງກ່ຽວກັບສະພາບການຄ້າຂາຍສັດປ່າ ກໍຄືອາດຊະຍາກໍາທາງສັດປ່າ ທີ່ເກີດຂຶ້ນໃນພາກພື້ນ ແລະ ໃນລາວ ທີ່ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງໃນຫຼາຍຮູບແບບ, ພ້ອມນີ້ ຍັງໄດ້ແລກປ່ຽນບົດຮຽນໃນການຖ່າຍພາບ ແລະ ວິດີໂອກ່ຽວກັບສັດປ່າ ແລະ ຮັບຟັງກ່ຽວກັບບົດບາດຂອງສື່ມວນຊົນລາວຕໍ່ວຽກງານອະນຸລັກ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ຈາກຜູ້ຕາງໜ້າສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໃນໄລຍະຜ່ານມາຕື່ມອີກ.

ການສຳມະນາ ໃນຄັ້ງນີ້,​ ສໍາມະນາກອນຍັງໄດ້ແບ່ງອອກເປັນສອງກຸ່ມ ຄື: ກຸ່ມລ່ອງເຮືອຊົມສັດປ່າໃນຍາມກາງຄືນ ແລະ ກຸ່ມຍ່າງປ່າ ເພື່ອຊົມສັດປ່າ ແລະ ທໍາມະຊາດທີ່ສວຍງາມຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ, ລວມເຖິງເບິ່ງສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງໃນການຄຸ້ມຄອງອຸທິຍານດັ່ງກ່າວ ເພື່ອເຮັດໃຫ້ສໍາມະນາກອນທີ່ເຂົ້າຮ່ວມການສໍາມະນາໄດ້ຮັບຮູ້ ແລະ ສໍາຜັດຕົວຈິງ ເຊິ່ງຈະເປັນຜົນດີໃຫ້ແກ່ການຂຽນຂ່າວ, ຂຽນບົດ ແລະ ການຜະລິດລາຍການຕ່າງໆ ກ່ຽວກັບການອະນຸລັກ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າໃນ ສປປ​ ລາວ​ ໃຫ້ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງ ແລະ ນັບມື້ກວ້າງຂວາງຂຶ້ນກວ່າເກົ່າ.

ໄລຍະຜ່ານມາ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ອົງການອະນຸລັກສັດປ່າ ແລະ ອົງການ ຈີໄອແຊດ (GIZ) ປະຈໍາລາວ ເຄີຍຈັດສໍາມະນາກ່ຽວກັບການປ້ອງກັນອາດຊະຍາກໍາທາງສັດປ່າໃຫ້ສື່ມວນຊົນທັງຈາກສູນກາງ ແລະ ທ້ອງຖິ່ນຢູ່ນະຄອນຫຼວງວຽງຈັນມາ ໃນລະ ຫວ່າງວັນທີ 6-7 ສິງຫາ 2020 ຜ່ານມາ ເພື່ອແນໃສ່ເຮັດໃຫ້ສຳມະນາກອນໄດ້ຮຽນຮູ້, ແລກປ່ຽນປະສົບການ ກໍຄື ການຍົກລະດັບຄວາມອາດສາມາດໃນການລາຍງານຂ່າວ ແລະ ໂຄສະນາ ກ່ຽວກັບວຽກງານອະນຸລັກສັດປ່າຢູ່ ສປປ ລາວ ໃຫ້ມີປະສິດທິຜົນຫລາຍຂຶ້ນ ແລະ ເຮັດໃຫ້ການຄ້າຂາຍສັດປ່າໃນລາວນັບມື້ຫຼຸດລົງ.​

ຂ່າວ: ສັນຕິ, ພາບ: ເອ້ວ ທະນູໄຊ