ແຂວງຈຳປາສັກ ຫາລືຮີບດ່ວນ ກຽມຄວາມພ້ອມຮອບດ້ານ ເພື່ອແກ້ໄຂສະຖານະການ ການລະບາດຂອງພະຍາດໂຄວິດ 19

385

ຈາກກໍລະນີ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງມາຈາກຕ່າງປະເທດ ເພີ່ມອີກ 2 ກໍລະນີ(ກໍລະນີ42 ແລະ 43) ເມື່ອວັນທີ22 ມັງກອນ 2021;  ໃນນີ້ ກໍລະນີ 42 ແມ່ນເກີດຂຶ້ນໃນແຂວງຈຳປາສັກ(ຈຳກັດບໍລິເວນຢູ່ສູນ)

ມາໃນວັນທີ 23 ມັງກອນ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ການນຳແຂວງຈຳປາສັກ, ຄະນະສະເພາະກິດປ້ອງກັນ ສະກັດກັ້ນ ຄວບຄຸມ ແລະຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ໄດ້ປະຊຸມ ປຶກສາຫາລື ກຽມຄວາມພ້ອມຮອບດ້ານ ເພື່ອການຕ້ານ, ສະກັດກັ້ນ, ຄວບຄຸມ ແລະແກ້ໄຂສະຖານະການ ການລະບາດຂອງພະຍາດໂຄວິດ-19 ເປັນບັນຫາຮີບດ່ວນ. ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ເປັນປະທານ, ມີບັນດາ ທ່ານ ຮອງເຈົ້າແຂວງ, ທ່ານ ເຈົ້າເມືອງ-ນະຄອນ, ກອງບັນຊາການ ປກຊ-ປກສ ແຂວງຈຳປາສັກ, ການນຳພະແນກການ ແລະ ພາກສ່ວນ ກ່ຽວຂອງເຂົ້າຮ່ວມ.


ກອງປະຊຸມໄດ້ມີການແບ່ງຄວາມຮັບຜິດຊອບ ເພື່ອແກ້ໄຂສະຖານະການ ແລະຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັັງຄົມ ຢູ່ແຂວງຈຳປາສັກ ກໍຄື ສປປ ລາວ ແລະ ໃຫ້ສືບຕໍ່ປະຕິບັດ 9 ມາດຕະການ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ວາງອອກ ຢ່າງເຂັ້ມງວດ ພ້ອມທັງ ກຳນົດທິດທາງໃນຕໍ່ໜ້າເພື່ອຮັບປະກັນປ້ອງກັນ ແລະ ຄວບຄຸມແກ້ໄຂການແຜ່ລະບາດ

ແຂວງຈະສືບຕໍ່ມາດຕະການທ່ີມີຜົນດີ ຄືໃນໄລຍະການລະບາດເບື້ອງຕົ້ນຂອງພະຍາດດັ່ງກ່າວ ໂດຍໄດ້ອອກແຈ້ງການ ແນະນຳການຈັດຕັ້ງພິທີທາງການ, ງານປະເພນີຕ່າງໆ, ເອົາໃຈໃສ່ຄຸ້ມຄອງຕິດຕາມການເຂົ້າ-ອອກຜ່ານດ່ານ ແລະ ສະກັດກັ້ນການເຂົ້າມາໃນຈຸດທີ່ບໍ່ຜ່ານດ່ານຂອງບັນດາແຮງງານ ລວມທັງການຄຸ້ມຄອງຜູ້ຂັບລົດ ທີ່ນຳເຂົ້າສິນຄ້າຜ່ານດ່ານ.

ໃນກໍລະນີມີແຮງງານຈຳນວນຫຼາຍເຂົ້າມາແມ່ນໄດ້ກຳນົດກັກບໍລິເວນໃນຫຼາຍຈຸດ ພ້ອມກັນນັ້ນກໍມອບໃຫ້ອົງການປົດຄອງເມືອງ, ບ້ານເປັນເຈົ້າການໃນເງື່ອນໄຂມີລູກຫຼານຂອງຕົນເຂົ້າມາບໍ່ຜ່ານດ່ານ ແມ່ນຕ້ອງໄດ້ແຈ້ງເຈົ້າໜ້າທ່ີ, ອົງການປົກຄອງບ້ານ, ເມືອງ, ນະຄອນ ເພື່ອນຳໄປກວດຊອກຫາພະຍາດ ແລະ ກັກບໍລິເວນ ທັງນີ້ກໍ່ເພື່ອຮັບປະກັນບໍ່ໃຫ້ເກີດການລະບາດດັ່ງກ່າວຢູ່ພາຍໃນແຂວງ.

ກອງປະຊຸມໄດ້ ເຫັນດີ ມອບໃຫ້ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ ເປັນຜູ້ປະຈໍາການ ຊ່ວຍຊີ້ນໍາໂດຍກົງ ຄະນະກຳມະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະຕ້ານການລະບາດຂອງພະຍາດໂຄວິດ19 ຢູ່ແຂວງຈຳປາສັກ.

ສຳລັບ ປະຫວັດການເດີນທາງຂອງ ກໍລະນີທີ 42 ແມ່ນ: ເດືອນກໍລະກົດ 2020 ໄປເຮັດວຽກຢູ່ ນະຄອນຫລວງບາງກອກ ປະເທດໄທ, ຍ້ອນສະພາບການລະບາດຂອງພະຍາດໂຄວິດ19 ຢູ່ບ່ອນເຮັດວຽກ ໄດ້ປິດກິດຈະການລົງ, ວັນທີ 18 ມັງກອນ ເດີນທາງກັບຄືນປະເທດ ຈາກນະຄອນຫລວງບາງກອກ ຜ່ານຈັງຫວັດສີສະເກດ, ຮອດຈັງຫວັດອຸບົນ ວັນທີ 19 ມັງກອນ ຈາກນັ້ນເຊົ່າເໝົາລົດຕູ້ ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ຮ່ວມເດີນທາງມານໍາກັນ 8ຄົນ ແລະຖືກຈໍາກັດບໍລິເວນຢູ່ສູນຫລັກ 21 ເມືອງປະທຸມພອນ ແຂວງຈໍາສັກ.

ໄດ້ເກັບຕົວຢ່າງມາກວດ ເຖິງວັນທີ 20 ມັງກອນ ໄດ້ຮັບຜົນກວດຈາກຫ້ອງວິເຄາະແຂວງຈໍາປາສັກ ວ່າເປັນຜົນບວກ ແຕ່ເພື່ອຄວາມແນ່ນອນ ໄດ້ສົ່ງຕົວຢ່າງມາກວດຢູ່ນະຄອນຫລວງວຽງຈັນອີກ ແລະພົບວ່າມີຜົນບວກເປັນກໍລະນີທີ 42.

ປະຈຸບັນໄດ້ແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະບໍ່ມີອາການຜິດປົກກະຕິ ຫລືເປັນໄຂ້ແຕ່ຢ່າງໃດ, ຂະນະດຽວກັນ ຄະນະສະເພາະກິດຂອງແຂວງຈໍາປາສັກ ໄດ້ຕິດຕາມຫາຜູ້ໃກ້ສິດ ທັງໝົດ 40 ຄົນ ມາກວດຫາເຊື້ອພະຍາດ ແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.


ສຳລັບງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2021ແມ່ນບໍ່ໄດ້ຈັດໃຫຍ່ຄືປີຜ່ານມາ ຊຶ່ງໄດ້ມອບໃຫ້ທາງອຳນາດການປົກຄອງເມືອງຈຳປາສັກ-ບ້ານນຳພາຈັດຕັ້ງເຮັດບຸນຕາມຮີດຄອງປະເພນີ ເຊິ່ງໃນນັ້ນທາງແຂວງໄດ້ກຳນົດແຈ້ງຈະບໍ່ໃຫ້ມີການຄົບງັນ, ບໍ່ໃຫ້ມີການຂາຍສິ່ງມຶນເມົາ ຈະອະນຸຍາດໃຫ້ມີແຕ່ການບູຊາ, ຕັກບາດ ແລະ ພິທີວຽນທຽນທ່ີເຄີຍປະຕິບັດມາ.