ການອະນຸລັກອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຍັງມີສິ່ງທ້າທາຍຈາກການບຸກລຸປ່າເຂົ້າໄປລ່າສັດ

396

ຫົວໜ້າທີມງານກວດກາລາດຕະເວນຕາມເສັ້ນທາງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ເຜີຍວ່າ: ນັບແຕ່ເດືອນທັນວາ 2020 ມາຮອດຕົ້ນເດືອນມັງກອນ 2021 ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ຖືກບຸກລຸກ 40 ກວ່າຄັ້ງ ເຊີ່ງສ່ວນໃຫຍ່ແມ່ນການລັກລອບເຂົ້າໄປລ່າສັດນໍ້າ-ສັດປ່າ ແລະ ຕັດໄມ້.​

ທ່ານ ເອ້ວ ທະນູໄຊ ຮອງຫົວໜ້າໜ່ວຍງານວິຊາການ, ທັງເປັນຫົວໜ້າທີມງານກວດກາລາດຕະເວນຕາມເສັ້ນທາງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ມີເນື້ອ 410.720 ເຮັກຕາ ກວມເອົາ 10​ ເມືອງໃນ​3​ ແຂວງ​ຄື​ ແຂວງຫົວພັນ, ຊຽງຂວາງ​ ແລະ​ ຫຼວງພະບາງ​ ເຊິ່ງດ້ານການຄຸ້ມຄອງພວກເຮົາທີມງານກວດກາລາດຕະເວນ ທີ່ປະກອບມີ 40 ກວ່າຄົນ, ແບ່ງອອກເປັນ 8 ກຸ່ມ, ໃນນີ້.ມີ 2 ກຸ່ມຍາມປ້ອມ ແລະ 6 ກຸ່ມລາດຕະເວນຕາມປ່າ ໂດຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່ເປັນພິເສດ ບໍ່ວ່າໃນລະດູແລ້ງ ແລະ ລະດູຝົນ​ ໃນການຄຸ້ມຄອງອຸທິຍານແຫ່ງນີ້.

ແຕ່ສະພາບການລັກລອບບຸກລຸກອຸທິຍານນໍ້າແອດ-ພູເລີຍ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ,​ ສະເພາະແຕ່ເດືອນທັນວາ 2020 ມາຮອດຕົ້ນເດືອນມັງກອນ 2021​ ມີ 40 ກວ່າຄັ້ງ ທີ່ຈັບຜູ້ກະທໍາຜິດໄດ້ ສ່ວນໃຫຍ່ແມ່ນປະຊາຊົນ, ນອກນີ້ ແມ່ນເຈົ້າໜ້າທີ່ຂອງລັດ ແລະ ຊາວຕ່າງປະເທດຈໍານວນໜຶ່ງ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງໂທດຜູ້ກະທໍາຜິດຕາມລະບຽບການທີ່ກໍານົດໄວ້. ແຕ່ຢ່າງໃດກໍຕາມ​ສະພາບການບຸກລຸ,​ ລະເມີດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ມາຮອດປັດຈຸບັນ ຍັງມີລັກສະນະເທົ່າເກົ່າ ຫຼື ບໍ່ຫຼຸດລົງ.

ທ່ານ ເອ້ວ ທະນູໄຊ​ ໃຫ້ຮູ້ຕື່ມສ່ວນການປະຕິບັດວຽກງານຂອງທີມງານກວດກາລາດຕະເວນ ພົບຄວາມຫຍຸ້ງຍາກຫລາຍ​ ເນື່ອງຈາກຕ້ອງອາໄສການຍ່າງລາດຕະເວນໃນເນື້ອທີ່ທີ່ກວ້າງຂວາງຫລາຍ. ນອກຈາກນີ້ ບາງຄັ້ງມີຄວາມສ່ຽງ ຖືກທໍາຮ້າຍຮ່າງກາຍຈາກຜູ້ທີ່ລັກລອບບຸກລຸກອຸທິຍານ. ໃນຂະນະດຽວກັນ ການແກ້ໄຂບາງຄະດີຂອງເຈົ້າໜ້າທີ່ກ່ຽວຂ້ອງພາຍຫລັງທີ່ທີມງານລາດຕະເວນສົ່ງຜູ້ກະທໍາຜິດໃຫ້ຍັງຫລ້າຊ້າ ແລະ ການແກ້ໄຂບາງຄະດີທີ່ເປັນການລັກລອບລ່າສັດ ປ່າຫວງຫ້າມ ຍັງບໍ່ໄດ້ນໍາເຂົ້າສູ່ຂະບວນການທາງກົດໝາຍຢ່າງເຂັ້ມງວດທີ່ສຸດ.

ສໍາລັບອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ມີເນື້ອທີ່ທັງໝົດ 410.720 ເຮັກຕາ, ກວມເອົາ 10 ເມືອງຂອງ 3 ແຂວງ ຄື: ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ; ເມືອງວຽງຄໍາ, ປາກແຊງ, ວຽງຄໍາ ແລະ ເມືອງໂພນໄຊ ແຂວງຫລວງພະບາງ; ເມືອງພູກູດ ແຂວງຊຽງຂວາງ. ມີບ້ານປະຊາຊົນທີ່ຢູ່ຕິດແປະ ແລະ ໃກ້ຄຽງທັງໝົດ 107 ບ້ານ ມີປະຊາກອນອາໄສຢູ່ 35.000 ກວ່າຄົນ.

ອຸທິຍານດັ່ງກ່າວຍັງມີຄວາມອຸດົມສົມບູນດີ ໂດຍແບ່ງອອກເປັນ 3 ເຂດສໍາຄັນ ຄື: ເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງນໍາໃຊ້ ແລະ ເຂດກັນຊົນ, ໃນນີ້ ມີສັດກິນຊີ້ນຈຳພວກຕະກຸນເສືອອາໄສຢູ່ບໍ່ຫລຸດ 9 ຊະນິດ, ສັດປີກປະເພດນົກປະມານ 300 ຊະນິດ ແລະ ສັດຊະນິດອື່ນໆ.

ໃນໄລຍະຜ່ານມາ ໄດ້ມີຫຼາຍອົງການເຂົ້າໄປໃຫ້ການຊ່ວຍເຫລືອເພື່ອຄຸ້ມຄອງອຸທິຍານດັ່ງກ່າວ, ໃນນີ້ ສະເພາະອົງການອະນຸລັກສັດປ່າ (WCS) ໄດ້ເລີ່ມຕົ້ນເຂົ້າໄປໃຫ້ການຊ່ວຍເຫລືອນັບແຕ່ປີ 2003 ເປັນຕົ້ນມາ ໂດຍໄດ້ການຈັດຕັ້ງປະຕິບັດຫລາຍກິດຈະກໍາຮ່ວມກັບເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງເປັນຕົ້ນ: ໃຫ້ຄໍາປຶກສາໃນການສ້າງນິຕິກໍາເພື່ອຄຸ້ມຄອງສວນອຸທິຍານ, ສົ່ງເສີມການມີສ່ວນຮ່ວມຂອງຊຸມ, ສ້າງກິດຈະກໍາທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ​ ເພື່ອໃຫ້ເຂົາເຈົ້າມີລາຍຮັບ, ສົ່ງເສີມປະຊາຊົນປະກອບອາຊີບອື່ນເພື່ອທົດແທນການລ່າສັດປ່າ,​ ຖ່າງປ່າເຮັດໄຮ່ ແລະ ກິດຈະກໍາອື່ນໆ.

ຂ່າວ: ສັນຕິ, ພາບ: ເອ້ວ ທະນູໄຊ