ເຈົ້າແຂວງສະຫວັນນະເຂດ ລົງຢ້ຽມຢາມ ແລະ ໃຫ້ກຳລັງໃຈພະນັກງານແພດ-ໝໍ ທີ່ໂຮງໝໍທະຫານແຂວງ

170

ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະໃຫ້ກຳລັງໃຈຄະນະພັກ-ຄະນະບັນຊາ, ພະນັກງານແພດ-ໝໍຂອງໂຮງໝໍທະຫານແຂວງສະຫວັນນະເຂດ ພ້ອມທັງມອບເຄື່ອງຊ່ວຍເຫຼືອໃຫ້ຄົນເຈັບທີ່ມາປິ່ນປົວຢູ່ທີ່ໂຮງໝໍແຫ່ງດັ່ງກ່າວ ເມື່ອວັນທີ 20 ມັງກອນ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ(20/1/1949-20/1 /2021)


ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົຈ ສີ ທະວີໄຊ ກຳມະການປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ທ່ານ ພັທ ບຸນແຂວງ ຣາຊະພົນ ຫົວໜ້າການເມືອງ ຜູ້ອຳນວຍການໂຮງໝໍທະຫານແຂວງ ພ້ອມຄະນະ.

ທ່ານ ພັທ ບຸນແຂວງ ຣາຊະພົນ ກໍໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບການເຄື່ອນ ໄຫວວຽກງານຂອງໂຮງໝໍທະຫານແຂວງໃນໄລຍະ 1 ປີຜ່ານມາວ່າ: ໂຮງໝໍທະຫານແຂວງສະຫວັນນະເຂດ ເປັນໂຮງໝໍນ້ອຍ ຖັດຈາກໂຮງໝໍບໍລິເວນ 109 ແລະໂຮງໝໍສູນກາງ 103 ປະກອບມີ 30 ຕຽງນອນ, ມີຈຳນວນພົນ 112 ສະຫາຍ, ຍິງ 85 ສະຫາຍ, ຊຶ່ງມີໜ້າທີ່ກຽມພ້ອມສູ້ຮົບ, ຮັບໃຊ້ໃນການສູ້ຮົບເມື່ອປະເທດຊາດຮຽກຮ້ອງຕ້ອງການ ແລະມີໜ້າທີ່ຮັໃຊ້ປິ່ນປົວຄົນເຈັບໃຫ້ນາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ, ພະນັກງານປົກຄອງ, ພຣະສົງ, ຕະຫຼອດຮອດປະຊາຊົນ, ຊັ້ນຄົນຕ່າງໆ .


ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ໃຫ້ກຽດກ່າວໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ຕະຫຼອດເຖິງພະນັກງານແພດໝໍພາຍໃນໂຮງໝໍທະຫານແຂວງ ໂດຍກ່ອນອື່ນ, ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໂຮງໝໍທະຫານແຂວງສະຫວັນນະເຂດຍາດມາໄດ້ ເຊິ່ງເມື່ອທຽບໃສ່ໄລຍະຜ່ານມາ ເຫັນວ່າທາງໂຮງໝໍພວກເຮົາ ແມ່ນໄດ້ມີການພັດທະນາໃນຫຼາຍດ້ານ ເຮັດໃຫ້ມີໃບໜ້າອັນໃໝ່, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ແລະພັດທະນາກຳລັງຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ອັນສຳຄັນຕ້ອງໄດ້ຢຶດໝັ້ນຕໍ່ອຸດົມການຂອງພັກ.  ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງນະໂຍ ບາຍທີ່ພັກ-ລັດວາງອອກໃນແຕ່ລະໄລຍະ, ຮຽກຮ້ອງໃຫ້ທຸກຄົນປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານ ໃຫ້ໜັກແໜ້ນ, ເລິກເຊິ່ງ ແລະຕໍ່ເນື່ອງ. ຄຽງຄູ່ກັນນີ້, ພະນັກງານແພດໝໍຂອງພວກເຮົາ ກໍ່ຕ້ອງໄດ້ມີການພັດທະນາຕົນເອງດ້ານວິຊາສະເພາະ ຕະຫຼອດເຖິງການຮັກສາຈັນຍາບັນຂອງແພດ-ໝໍ, ພັດທະນາການບໍລິການໃຫ້ດີ ເພື່ອໃຫ້ສັງຄົມໄວ້ວາງໃຈ ແລະຄວາມເຊື່ອໝັ້ນຂຶ້ນກວ່າເກົ່າ.


ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ຕາງໜ້າຄະນະພັກ-ອຳນາດການປົກຄອງແຂວງ ນຳເອົາກະຕ່າຂອງຂວັນ ແລະເງິນຈຳນວນ 5 ລ້ານກີບ ມອບໃຫ້ໂຮງໝໍທະຫານແຂວງ ພ້ອມທັງອວຍພອນໄຊແດ່ຄະນະນຳ ແລະພະນັກງານແພດໝໍຂອງໂຮງໝໍທະຫານ ຈາກນັ້ນ, ທ່ານກໍ່ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈ ແລະມອບເຄື່ອງຊ່ວຍເຫຼືອໃຫ້ຄົນເຈັບ ທີ່ມາປິ່ນປົວທີ່ໂຮງໝໍແຫ່ງດັ່ງກ່າວນຳອີກ.

ຫຼັງຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ພ້ອມຄະນະ ກໍ່ໄດ້ນຳເອົາກະຕ່າຂອງຂວັນ ແລະເງິນສົດຈຳນວນ 5 ລ້ານກີບ ເພື່ອໄປອວຍພອນໄຊອັນປະເສີດແດ່ຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະພົນທະຫານຂອງກອງບັນ ຊາການທະຫານແຂວງສະຫວັນນະເຂດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ເຊິ່ງໃຫ້ກຽດຕ້ອນຮັບໂດຍທ່ານ ພົຈ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມຄະນະ.