ຈີນ – ອິນໂດເນເຊຍ ເພີ່ມທະວີການຮ່ວມມືໃນການພັດທະນາ ຄວາມສາມາດ ແລະ ເຕັກໂນໂລຊີດ້ານຄວາມປອດໄພທາງອິນເຕີເນັດ

322

ຕາມການລາຍງານຂອງສື່ທ້ອງຖິ່ນ, ຈີນ ແລະ ອິນໂດເນເຊຍ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການພັດທະນາຄວາມສາມາດໃນການຮ່ວມມືດ້ານຄວາມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີ ເຊິ່ງເປັນຂີດໝາຍຂອງສັນຍາຄວາມປອດໄພທາງອິນເຕີເນັດຄັ້ງທຳອິດທີ່ ຈີນ ໄດ້ເຊັນກັບຕ່າງປະເທດ.

ຕາມການລາຍງານໃນເວັບໄຊຂອງກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນມື້ວັນພຸດທີ່ຜ່ານມາ, ບົດບັນທຶກຄວາມເຂົ້າໃຈ MOU ເຊິ່ງຈະສະໜອງປະກອບເຂົ້າໃນການຮ່ວມມືການພັດທະນາຄວາມສາມາດ ແລະ ເຕັກໂນໂລຊີດ້ານຄວາມປອດໄພທາງອິນເຕີເນັດ ໄດ້ຖືກລົງນາມໃນລະຫວ່າງການຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການຂອງທ່ານ ຫວັງອີ້ ( Wang Yi ) ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ.

ໃນການພົບປະລະຫວ່າງ ທ່ານ ຫວັງອີ້ ແລະ ທ່ານ Luhut Binsar Pandjaitan, ຜູ້ປະສານງານດ້ານການຮ່ວມມືຂອງອິນໂດເນເຊຍ ກັບ ຈີນ, ທ່ານ ຫວັງອີ້ ໄດ້ຕັ້ງຂໍ້ສັງເກດທັງສອງປະເທດ ຄວນຮ່ວມກັນປົກປັກຮັກສາຄວາມປອດໄພດິຈິຕອນ ແລະ ສ້າງຊຸມຊົນຮ່ວມກັນສຸມໃສ່ຄວາມປອດໄພທາງອິນເຕີເນັດ.

ອີງຕາມບົດບັນທຶກຄວາມເຂົ້າໃຈ “ MoU ” ລະຫວ່າງ National Cyber and Crypto Agency ແຫ່ງຊາດອິນໂດເນເຊຍ ແລະ Cyberspace Administration ຂອງຈີນ, ຜູ້ເຂົ້າຮ່ວມຈະຢຶດໝັ້ນຫຼັກການ, ເຄົາລົບອະທິປະໄຕຂອງລັດກ່ຽວກັບພື້ນທີ່ cyber ແລະ ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ການຈັດຕັ້ງການຮັກສາຄວາມປອດໄພດ້ານຂໍ້ມູນລະຫວ່າງປະເທດແບບປະຊາທິປະໄຕ ທີ່ໂປ່ງໃສ ແລະ ການສ້າງສະຖຽນລະພາບ, ຄວາມປອດໄພ, ເປີດເຜີຍ, ຮ່ວມມື, ຮັບຜິດຊອບ ແລະ ເປັນລະບຽບຮຽບຮ້ອຍທາງອິນເຕີເນັດ ກໍຄືການພັດທະນາໄອຊີທີ.

ຜູ້ຊ່ຽວຊານດ້ານຄວາມປອດໄພທາງອິນເຕີເນັດ ຂອງສູນຄົ້ນຄວ້າຄວາມປອດໄພດ້ານລະບົບສື່ສານ ແລະ ຂໍ້ມູນຂ່າວສານອິນໂດເນເຊຍ ( CISSReC ) ທ່ານ Pratama Persadha ກ່າວວ່າ: ການຮ່ວມມືລະຫວ່າງອິນໂດເນເຊຍ ແລະ ຈີນ ໃນດ້ານຄວາມປອດໄພ ແລະ ເຕັກໂນໂລຊີອິນເຕີເນັດແມ່ນບາດກ້າວທີ່ຖືກຕ້ອງ ຕາບໃດທີ່ມີປະໂຫຍດເຊິ່ງກັນ ແລະ ກັນ. ຍິ່ງໄປກວ່ານັ້ນ, ປັດຈຸບັນປະເທດຈີນ ໄດ້ຮັບການຍອມຮັບວ່າເປັນປະເທດໜຶ່ງທີ່ນຳໜ້າໃນການພັດທະນາເຄືອຂ່າຍ 5G ຜ່ານຫຼາຍບໍລິສັດເຕັກໂນໂລຊີ.

ในภาพอาจจะมี 2 คน

ທ່ານ Pratama ກ່າວວ່າ: “ ໃນຫຼັກການແລ້ວ, ອິນໂດເນເຊຍ ຕ້ອງສາມາດປະຕິບັດ ຄວາມເປັນກາງໄດ້ ເພາະວ່າຕ້ອງມີຄວາມກົດດັນຈາກສະຫະລັດ ”.

ທ່ານ Pratama ຫວັງວ່າຈະມີການເລັ່ງລັດໃນການພັດທະນາພື້ນຖານໂຄງລ່າງເຄືອຂ່າຍອິນເຕີເນັດ ໂດຍສະເພາະແມ່ນອິນໂດເນເຊຍ ມີລະບົບທີ່ດີທາງອິນເຕີເນັດແລ້ວ, ທີ່ມີນາມວ່າແຫວນ Palapa, ພ້ອມກັບການເພີ່ມເຕັກໂນໂລຊີ 5G ຂອງຫົວເຫວີຍ, ທ່ານກ່າວວ່າ: ສິ່ງນີ້ສາມາດເລັ່ງການພັດທະນາພື້ນຖານໂຄງລ່າງ 5G ໃນປະເທດ, ທ່ານໄດ້ຍົກຕົວຢ່າງເຖິງວິທີທີ່ຈີນສ້າງເມືອງເຊິນເຈີ້ນເປັນເມືອງທີ່ນຳໃຊ້ເຕັກໂນໂລຊີ 5G ໄດ້ດີ.

ໃນຂະນະດຽວກັນ, ຜູ້ຊ່ຽວຊານດ້ານໄອທີ Onno W Purbo ກ່າວວ່າ: ມັນບໍ່ມີບັນຫາຫຍັງເລີຍທີ່ອິນໂດເນເຊຍຮ່ວມມືກັບຈີນ, “ ພວກເຮົາສາມາດເຮັດວຽກຮ່ວມກັນໄດ້ໂດຍບໍ່ຂຶ້ນກັບປະເທດອື່ນໆ ລວມທັງສະຫະລັດ, ເອີຣົບ ແລະ ຈີນ. ອິນໂດເນເຊຍ ພະຍາຍາມທີ່ຈະເປັນເອກະລາດ ໂດຍຢ່າງໜ້ອຍແມ່ນຜະລິດເຕັກໂນໂລຊີຂອງຕົນເອງ ”.

ນັກວິເຄາະອຸດສາຫະກຳ ຄາດວ່າຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນໃນຄວາມໝັ້ນຄົງທາງອິນເຕີເນັດ ລວມທັງຂໍ້ກຳນົດກ່ຽວກັບການເປີດກວ້າງຕະຫຼາດໂທລະຄົມເຊິ່ງກັນ ແລະ ກັນ ແລະ ສຳຄັນທີ່ສຸດຄືໃຫ້ຄຳໝັ້ນສັນຍາວ່າປະເທດໃດໜຶ່ງຈະບໍ່ຮຽກຮ້ອງໃຫ້ບໍລິສັດຂອງຕົນໃຫ້ສະໜອງ ຫຼື ບໍລິການທາງຫຼັງ ເພື່ອຢຶດເອົາຂໍ້ມູນຂອງປະເທດອື່ນ.

ດ້ວຍ GDP ປະມານ 1 ພັນຕື້ໂດລາສະຫະລັດ, ປະເທດອິນໂດເນເຊຍແມ່ນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ການເຄື່ອນໄຫວອາດຈະມີຜົນກະທົບໃນລະດັບໃດໜຶ່ງຕໍ່ບັນດາປະເທດອື່ນໃນອາຊີຕາເວັນອອກສ່ຽງໃຕ້, ນັກວິເຄາະກ່າວວ່າຂໍ້ຕົກລົງນີ້ອາດຈະດຶງດູດບັນດາປະເທດໃນພາກພື້ນທີ່ເປັນກາງທາງເສດຖະກິດໃຫ້ປະຕິບັດຕາມ.

ທ່ານ Ma Jihua ນັກວິເຄາະດ້ານອຸດສາຫະກຳນັກຮົບເກົ່າກ່າວຕໍ່ Global Times ວ່າ: “ ຂໍ້ຕົກລົງກັບອິນໂດເນເຊຍ ກ່ຽວກັບຄວາມປອດໄພທາງອິນເຕີເນັດຈະເປັນຕົວຢ່າງໃຫ້ແກ່ບັນດາພື້ນຖານເສດຖະກິດອື່ນໆຂອງ ອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນພື້ນຖານການພົວພັນດ້ານເສດຖະກິດທີ່ໃກ້ຊິດກວ່າເກົ່າລະຫວ່າງຈີນ ແລະ ບັນດາປະເທດຕ່າງໆທີ່ໄດ້ຮັບຜົນປະໂຫຍດທັງສອງຝ່າຍ ”.