ຍີ່ປຸ່ນ ຊ່ວຍປັບປຸງສະຖານບໍລິການສາທາລະນະສຸກ ແລະ ໂຮງຮຽນ

188

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກສອງໂຄງການໃນ ແຂວງຊຽງຂວາງ ແລະ ແຂວງ ວຽງຈັນ ແລະ ສາມໂຄງການດ້ານການສຶກສາຢູ່ແຂວງ ຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ( GGPs ).

ພິທີເຊັນສັນຍາໂຄງການໄດ້ຖືກຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ ໃນວັນທີ 20 ມັງກອນ 2021 ລະຫວ່າງທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ບັນດາຕົວແທນຈາກການນຳຂັ້ນເມືອງ ແລະ ແຂວງທີ່ໄດ້ຮັບໂຄງການດັ່ງກ່າວ.

ໜຶ່ງໃນໂຄງການດ້ານສາທາລະນະສຸກ ແມ່ນການສ້າງສູນສຸຂະພາບຫຼັງໃໝ່ຢູ່ບ້ານພຽງດ່ານ ແຂວງຊຽງຂວາງ ເນື່ອງຈາກອາຄານຫຼັງເກົ່າເປ່ເພຍ້ອນຖືກໄພນ້ຳຖ້ວມໃນປີ 2018 ແລະ ອີກໜຶ່ງໂຄງການແມ່ນການສ້າງສູນສຸຂະພາບແມ່ ແລະ ເດັກ ຢູ່ເມືອງຫີນເຫີບແຂວງວຽງຈັນ; ໂຄງການດັ່ງກ່າວມີຈຸດປະສົງເພື່ອຍົກລະດັບຄວາມສາມາດ ແລະ ປັບປຸງສະພາບແວດລ້ອມໃນການເບິ່ງແຍງແມ່ໃນລະຫວ່າງທີ່ຖືພາ.

ไม่มีคำอธิบายรูปภาพ

ໂຄງການດ້ານການສຶກສາ ແມ່ນການກໍ່ສ້າງອາ ຄານໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນນ້ຳບໍ່ ແຂວງ ຫຼວງນ້ຳທາ, ມັດທະຍົມຕອນຕົ້ນພູວຽງໄຊ ແຂວງອຸດົມໄຊ ແລະ ໂຮງຮຽນອະນຸບານບ້ານທາດແຂວງໄຊຍະບູລີ ເພື່ອປັບປຸງສິ່ງແວດລ້ອມໃນການສຶກສາ ໂດຍການສ້າງອາຄານຮຽນຫຼັງໃໝ່ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ.

ໃນກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ – ຍີ່ປຸ່ນ ຄັ້ງທີ 13 ທີ່ຈັດຂຶ້ນໃນເດືອນກໍລະກົດ ປີ 2020 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ເນັ້ນໜັກວ່າຈະຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ເປັນມູນຄ່າ 1 ຕື້ເຢນ ພາຍໃນໄລຍະທ້າຍເດືອນມີນາ 2021, ໃນຮູບແບບຂອງແຜນລິ ເລີ່ມ KUNASONE ( ຮາກ ຫຍ້າ ) ເພື່ອສົ່ງເສີມເປົ້າໝາຍການພັດທະນາທີ່ຍືນຍົງໃຫ້ແກ່ພາກພື້ນແມ່ນ້ຳຂອງ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດ – ສັງຄົມຂອງແຕ່ລະທ້ອງຖິ່ນຂອງທຸກປະເທດໃນພາກພື້ນແມ່ນ້ຳຂອງ ເຊິ່ງລວມທັງ ສປປ ລາວ ເພື່ອຮັບປະກັນ “ ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ, ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ.