ແຕ່ງຕັ້ງ ທ່ານ ສຸກສະຫວາດ ວົງພູມເຫຼັກ ແລະ ທ່ານ ຕົ່ງມົວ ຊົວໂກ້ ເປັນຮອງເຈົ້າແຂວງໄຊສົມບູນ

502

ໃນຕອນບ່າຍຂອງວັນທີ 21 ມັງກອນ 2021 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຮອງເຈົ້າແຂວງ, ປະທານອົງການກວດກາລັດ ແລະ ຫົວໜ້າພະແນກການເງິນແຂວງ ລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນທີ່ສະໂມສອນເມືອງອະນຸວົງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົຕ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ.


ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊສົມບູນ ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງໄຊສົມບູນ, ແຕ່ງຕັ້ງປະທານອົງການກວດກາລັດ ແລະ ຫົວໜ້າພະແນກການເງິນແຂວງ ຜູ້ໃໝ່. ໂອກາດດັ່ງກ່າວ ທ່ານ ພອຍຄໍາ ຮຸ່ງບຸນຍວງ ແລະ ທ່ານ ແດງປະທຸມທອງ ຮອງເຈົ້າແຂວງໄຊສົມບູນ, ຫົວໜ້າພະແນກການເງິນ ແຂວງ ແລະ ປະທານອົງການກວດລັດ ແຂວງ ຜູ້ເກົ່າ ໄດ້ຜ່ານບົດສະຫລຸບ ການຊີ້ນໍາ-ນໍາພາວຽກງານ ທີ່ຕົນໄດ້ຮັບຜິດຊອບໃນໄລຍະຜ່ານມາ ພ້ອມທັງກ່າວມອບໜ້າທີ່ດັ່ງກ່າວນີ້ ໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດຕໍ່ໄປ.

ຈາກນັ້ນ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ຜູ້ເກົ່າ ກັບ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງ ຜູ້ໃໝ່ ຜູ້ຊີ້ນໍາວຽກງານເສດຖະກິດ;

ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງ ຜູ້ເກົ່າ ກັບ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງຜູ້ໃໝ່ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ.

ທ່ານ ສຸກສະຫວາດ ວົງພູມເຫຼັກ ຫົວໜ້າພະແນກການເງິນແຂວງ ຜູ້ເກົ່າ ກັບ ທ່ານ ປອ ທອງປະເສີດ ໄຊຍະລາດ ຫົວໜ້າພະແນກການເງິນແຂວງ ຜູ້ໃໝ່. ທ່ານແກ້ວຈະເລີນ ເຊ່ຍຢີ້ງຢ່າງ ປະທານອົງການກວດກາລັດ ຜູ້ເກົ່າ ແລະ ທ່ານ ນາງເພັດສະໄໝ ໂພໄຊຍະວົງ ປະທານອົງການກວດກາລັດແຂວງ ຜູ້ໃໝ່ ຢ່າງເປັນທາງການ.


ໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ພົຕ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຕ່າງໆ ທີ່ຮອງເຈົ້າແຂວງ ແລະ ຫົວໜ້າຜູ້ເກົ່າ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ ຕະຫລອດໄລຍະປະຈໍາການ ໂດຍໄດ້ສຸມທຸກສະຕິປັນຍາ ເຫື່ອແຮງເຂົ້າໃນພາລະກິດຂອງຊາດ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫລາຍດ້ານ. ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນ ຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ຂັ້ນເທິ່ງມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ເຕົ້າໂຮມຄວາມສາມັກຄີ ໃຫ້ບັນດາສະມາຊິກພັກ,ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນ ທັງປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບ.

ຂ່າວ-ພາບ: ພາພອນ ນະວົງໄຊ