ການທີ່ເຮົາຈະຮຽນຮູ້ພາສາອັງກິດໃຫ້ໄດ້ໄວນັ້ນ ຈະຕ້ອງເລີ່ມຕົ້ນດ້ວຍການເປີດໃຈວາງເປົ້າໝາຍໃນການຮຽນໄວ້ຢ່າງຊັດເຈນ. ຈາກນັ້ນ, ໃຫ້ຄ່ອຍໆໃສ່ໃຈນຳເນື້ອຫາ, ຄຳສັບຕ່າງໆ ລວມເຖິງການຝຶກຝົນ, ເວົ້າ, ອ່ານ, ຂຽນຟັງຢ່າງສະໝໍ່າສະເໝີ.
ມື້ນີ້ຜູ້ຂຽນຈະນຳເອົາ 5 ເຕັກນິກໃນການຝຶກພາສາອັງກິດທີ່ຈະຊ່ວຍໃຫ້ເຂົ້າໃຈ, ເກັ່ງ ແລະ ໄດ້ຮັບຜົນສຳເລັດ.
1. ພາສາອັງກິດຢູ່ອ້ອມຮອບຕົວເຮົາ
ບໍ່ວ່າຈະເປັນການຟັງເພງ, ເບິ່ງຮູບເງົາ ເຮົາກໍສາມາດໃຊ້ເວລານັ້ນເປັນຕົວຊ່ວຍໃນການຝຶກພາສາອັງກິດຂອງເຮົາໄດ້ ຫຼື ຖ້າບໍ່ມີເວລາຟັງຈະເປີດປະໄວ້ໃຫ້ມີສຽງເພງ ຫຼື ສຽງຄົນເວົ້າພາສາອັງກິດຢູ່ຕະຫຼອດກໍສາມາດເຮັດໄດ້ ແລ້ວປ່ອຍສະໝອງຄ່ອຍໆຈື່ຈຳເອົາສຳນຽງ, ຈັງຫວະການເວົ້າ ແລະ ຝຶກໄປເທື່ອລະໜ້ອຍ.

2. ຝຶກເວົ້າກັບຫຼາຍຄົນ
ຢາກເວົ້າພາສາອັງກິດເກັ່ງ ເຮົາກໍຕ້ອງຝຶກເວົ້າ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຕົວເອງ, ການທີ່ເຮົາຈະໄດ້ເວົ້າກັບຄົນຕ່າງປະເທດນັ້ນສາມາດເຮັດໄດ້ຫຼາຍວິທີ ໂດຍສະເພາະໃນຍຸກປັດຈຸບັນຍິ່ງເປັນການງ່າຍ ໂດຍຮຽນທາງອອນລາຍ ແລະ ເວົ້າກັບຄົນຕ່າງປະເທດໃນສະຖານທີ່ທ່ອງທ່ຽວຕ່າງໆ ນີ້ກໍຈະສາມາດຊ່ວຍເຮົາຝຶກເວົ້າພາສາອັງກິດໄດ້.
3. ອ່ານທຸກຢ່າງທີ່ເປັນພາສາອັງກິດ
ບໍ່ຈຳກັດວ່າຕ້ອງອ່ານປຶ້ມເທົ່ານັ້ນ ຕ້ອງອ່ານໜັງສືພິມ, ເວັບໄຊ, ສື່ມີເດຍຕ່າງໆ ກໍສາມາດຊ່ວຍເຮົາຝຶກພາສາອັງກິດໄດ້ ມີແຕ່ຄວາມພະຍາຍາມໃນການຮຽນຮູ້ຄຳສັບຕ່າງໆໃໝ່ໆຢູ່ເລື້ອຍໆ ເພາະຄຳສັບນັ້ນອາດຈະມີຄຳສັບທີ່ເຮົາຄຸ້ນເຄີຍ, ຄຳສັບທີ່ເຮົາຮູ້ຄວາມໝາຍຢູ່ແລ້ວ ແຕ່ມາໃຊ້ໃນ ຄວາມໝາຍທີ່ແຕກຕ່າງກັນໄປ.

4. ຝຶກການສົນທະນາ, ເວົ້າໃຊ້ໃນຊີວິດປະຈຳວັນ
ສາມາດຝຶກໃຊ້ໃນຊີວິດປະຈຳວັນ, ການສອບຖາມ, ຊື້ສິ່ງຂອງ ຫຼື ສັ່ງອາຫານ ຖ້າເຮົາຕ້ອງສື່ສານທຸກຢ່າງເປັນພາສາອັງກິດ ເຮົາຈະຕ້ອງເວົ້າແນວໃດ ເຊິ່ງຖ້າເຮົາຄິດບໍ່ອອກໃຫ້ກັບມາອ່ານຈາກປຶ້ມ ຫຼື ແຫຼ່ງຂໍ້ມູນຕ່າງໆທີ່ເປັນພາສາອັງກິດ ວ່າບົດສົນທະນາໃນສະຖານະການໃຊ້ເປັນແນວໃດ ແລະ ການເວົ້າແນວໃດ ວິທີນີ້ຈະຊ່ວຍໃຫ້ເຮົາຈື່ຈຳ ແລະ ເຂົ້າໃຈປະໂຫຍກສົນທະນາໄດ້ໃນການເວົ້າ.
5. ໃຫ້ກຳລັງໃຈຕົນເອງວ່າເຮົາສາມາດເວົ້າໄດ້
ການຮຽນພາສາອັງກິດ ເຖິງຈະບໍ່ແມ່ນເລື່ອງຍາກ ແຕ່ກໍບໍ່ແມ່ນເລື່ອງງ່າຍໃນການທີ່ຮຽນຮູ້ຕ້ອງໃຊ້ຄວາມຕັ້ງໃຈ, ຄວາມເອົາໃຈໃສ່ ແລະ ຝຶກຝົນຢູ່ເລື້ອຍໆ ເມື່ອຮູ້ສຶກວ່າຮຽນ ແລະ ເວົ້າບໍ່ໄດ້, ບໍ່ເຂົ້າໃຈ, ໃຫ້ປ່ຽນວິທີການຮຽນໃໝ່ດ້ວຍການຮຽນນຳຄູ – ອາຈານ ແລະ ຕັ້ງກຸ່ມຮຽນນຳໝູ່, ດັ່ງນັ້ນຈົ່ງເຕືອນສະຕິຕົນເອງຢູ່ສະເໝີວ່າເຮົາສາມາດເຮັດໄດ້, ເກັ່ງໄດ້ ແລະ ພ້ອມທີ່ຈະຝຶກຝົນໄດ້.