ຂ່າວດີເຊັ່ນເຄີຍ! ມື້ນີ້ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

96

ຂໍ້ມູນຖະແຫຼງຂ່າວກ່ຽວກັບໂຄວິດ-19 ປະຈໍາວັນທີ 21 ມັງກອນ 2021 ໃຫ້ຮູ້ວ່າການລະບາດຂອງໂຄວິດ-19 ທົ່ວໂລກ ຍັງສືບຕໍ່ເພີ່ມຈຳນວນຜູ້ຕິດເຊື້ອຂຶ້ນຢ່າງຕໍ່ເນື່ອງ ປັດຈຸບັນມີຜູ້ຕິດເຊື້ອສະສົມແລ້ວ 97 ລ້ານກວ່າຄົນ ໃນນີ້ເສຍຊີວິດ 2 ລ້ານກວ່າຄົນ; ສະເພາະປະເທດລາວເຮົາເອງແມ່ນຍັງເປັນຂ່າວດີ ບໍ່ພົບຜູ້ຕິດເຊື້ອເພີ່ມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງາຍປະຈຳວັນທີ 21 ມັງກອນ 2021 ວ່າ:
ສໍາລັບການເຝົ້າລະວັງໂຄວິດ-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 20 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.203 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ທັ້ງນີ້, ໃນວັນທີ 20 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 149 ຄົນ, ໃນນັ້ນ ມີ 72 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 21 ຕົວຢ່າງ; ແຮງງານຈີນບໍ່ມີອາການ 53 ຕົວຢ່າງ ແລະ ແຮງງານຫວຽດນາມ 3 ຕົວຢ່າງ. ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 20 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 20 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 99.672 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສໍາລັບຄົນເຈັບຕິດເຊື້ອໂຄວິດ-19 ທັງ 41 ຄົນ, ມາຮອດປັດຈຸບັນ ແມ່ນໄດ້ອອກໂຮງໝໍໝົດທຸກຄົນແລ້ວ ແລະ ສືບຕໍ່ຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ປັດຈຸບັນ ມີລາຍງານຜູ້ຕິດເຊື້ອສະສົມໃນທົ່ວໂລກ ຈາກພະຍາດໂຄວິດ-19 ສູງເຖິງ 97 ລ້ານກວ່າຄົນແລ້ວ, ເສຍຊີວິດ 2 ລ້ານກວ່າຄົນ, ຫຼາຍປະເທດ ລວມທັງປະເທດໃກ້ຄຽງ ຍັງຄົງໜ້າເປັນຫ່ວງ ເພາະມີລາຍງານຜູ້ຕິດເຊື້ອສູງຂຶ້ນຢ່າງຕໍ່ເນື່ອງ; ຕໍ່ກັບສະພາບການດັ່ງກ່າວ ພວກເຮົາບໍ່ຄວນປະໝາດຢ່າງເດັດຂາດ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ວາງອອກຢ່າງເຂັ້ມງວດ.

ພາບປະກອບຂ່ວເທົ່ານັ້ນ

ສິ່ງສຳຄັນແມ່ນ ພວກເຮົາທຸກຄົນ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເຊັ່ນ: ໃສ່ຜ້າປິດ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ, ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງການຊຸມນຸມກັນ, ຮັກສາມາລະຍາດໃນການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ ແລະ ປາກ.