ກັນລະຍາການຄ້າ ຕັ້ງເປົ້າ ປີ 2021 ຈະນໍາເຂົ້າ-ສົ່ງອອກສັດໄປຕ່າງປະເທດ ໃຫ້ໄດ້ 1 ແສນກວ່າໂຕ

87

ທ່ານ ນາງ ແກ້ວວັນນາລີ ພູມສະຫວັນ ຮອງປະທານກຸ່ມ ບໍລິສັດ ກັນລະຍາ ຈໍາກັດ ເຜີຍ ໃນໂອກາດ ບໍລິສັດກັນລະຍາມຟາມ ຈັດພິທີສະຫລຸບຜົນງານການເຄື່ອນໄຫວ ໃນປີ 2020 ແລະ ວາງທິດທາງແຜນການໃນປີ 2021 ຂອງກຸ່ມບໍລິສັດກັນລະຍາຈໍາກັດ ເມື່ອບໍ່ດົນມານີ້ ວ່າ ໃນປີ 2021 ນີ້ ຈະສູ້ຊົນ ນໍາເຂົ້າ-ສົ່ງອອກສັດໄປຕ່າງປະເທດ ໃຫ້ໄດ້ 1 ແສນກວ່າໂຕ ພ້ອມເຮັດພັນທະໃຫ້ລັດ 14 ຕື້ກວ່າກີບ.

ທ່ານ ນາງ ແກ້ວວັນນາລີ ພູມສະຫວັນ ໃຫ້ຮູ້ວ່າ: ໃນປີທີ່ຜ່ານມາບໍລິສັດ ກັນລະຍາຂາເຂົ້າ-ຂາອອກ ໄດ້ເຮັດໜ້າທີ່ນໍາເຂົ້າ ແລະສົ່ງ ອອກສິນຄ້າປະເພດສັດລ້ຽງຕ່າງໆ ເປັນຕົ້ນແມ່ນນໍາສັດລ້ຽງຈາກປະເທດໄທເຂົ້າມາຂຸນຢູ່ ສປປ ລາວ ຄືແຂວງ ສະຫວັນນະເຂດໃນໄລຍະໜຶ່ງ ແລ້ວກໍ່ຈັດສົ່ງໄປຂາຍຢູ່ ສສ ຫວຽດນາມ ແລະ ສປຈີນ ໃນນີ້ ມີຄວາຍ 4.656 ໂຕ, ງົວ 20.146 ໂຕ, ໝູ 28.313ໂຕ, ແບ້ 46.770 ໂຕ ແລະ ມ້າ ເກືອບ 100 ໂຕ. ບໍລິສັດກັນລະຍາຂາເຂົ້າ -ຂາອອກພວກເຮົາເສຍພາສີອາກອນໃຫ້ລັດແຂວງສະຫວັນ ນະເຂດປີ 2020 ໄດ້ 764 ລ້ານ ກວ່າກີບ, ຈາກນັ້ນຍັງໄດ້ ເຮັດພັນທະໃຫ້ກັບເມືອງສອງ ຄອນຕື່ມອີກ ຈໍານວນ 50 ກວ່າ ລ້ານກີບ.

ທັ້ງນີ້, ໃນປີ 2021 ນີ້ ບໍລິສັດຕັ້ງເປົ້າ ຈະສົ່ງ ຄວາຍໄປຍັງຫວຽດນາມປະ ມານ 6.000 ໂຕ, ງົວ26.000 ໂຕ, ໝູ 36.000 ໂຕ, ແບ້ 60.000 ໂຕ, ມ້າ 130 ໂຕ ແລະຄາດໝົດປີຈະໄດ້ເຮັດພັນທະໃຫ້ລັດ 14 ຕື້ກວ່າກີບ.

ຂອບໃຈຂໍ້ມູນຈາກ: ສະຫວັນພັດທະນາ ຂ່າວ / Savanhphathana News