ແຂວງຜົ້ງສາລີ ປະກາດຈົບຊັ້ນມັດທະຍົມສຶກສາບຳລຸງ ເປັນແຂວງທີ14 ຂອງປະເທດ

235

ພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງຜົ້ງສາລີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ມັງກອນ ປີ 2021 ທີ່ສະໂມສອນໃຫຍ່ຂອງເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕິ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ມີບັນດາທ່ານ ຮອງເຈົ້າແຂວງ 7 ແຂວງພາກເໜືອ ກຳມະການພັກແຂວງ ຫົວໜ້າພະແນກຕະຫຼອດຮອດຄູອາຈານ ແລະ ນັກຮຽນທີຈົບມັດທະຍົມເຂົ້າຮ່ວມນຳ.


ໃນພິທີຄະນະຈັດຕັ້ງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາວ່າດ້ວຍການອະນຸມັດໃຫ້ແຂວງຜົ້ງສາລີຈັດພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງ ຈາກນັ້ນ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກສຶກສາທີການ ແລະ ກິລາ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການຮຽນການສອນ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວແຂວງ ແລະ ແຜນພັດທະນາການສຶກສານອກໂຮງຮຽນ.


ໃນສົກຮຽນ 2020-2021 ທົ່ວແຂວງມີໂຮງຮຽນມັດທະຍົມຕອນຕົ້ນ 32 ແຫ່ງ ມີນັກຮຽນທັງໝົດ 12.026 ຄົນ ຍິງ 5.586 ຄົນ ມີຄູສອນ 505 ຄົນ ຍິງ 354 ຄົນ. ແຕ່ປີ 2013-2014 ເປັນຕົ້ນມາໄດ້ເກັບກຳຂໍ້ມູນກຸ່ມເປົ້າໝາຍ ແລະ ວາງແຜນອອກຂໍ້ຕົກລົງຈັດຕັ້ງບຸກຄະລາກອນລົງພາກປະຕິບັດຕົວຈິງ ເພື່ອຈັດຕັ້ງ ແລະ ຊຸກຍູ້ການຮຽນການສອນບຳລຸງຍົກລະດັບຊັ້ນມັດທະຍົມຕອນຕົ້ນໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍໃນເກນອາຍຸ 15-35 ປີ ເພື່ອບັນລຸເປົ້າໝາຍດັ່ງກ່າວໄດ້ນຳໃຊ້ຄູສອນມັດທະຍົມຕອນຕົ້ນ ແລະ ຕົ້ນປາຍທີ່ປະຈຳຢູ່ແຕ່ລະເຂດ ເປັນຄູອາສາສະໝັກ ກ່ຽວກັບການຮຽນການສອນຢູ່ແຕ່ລະບ່ອນແຕກຕ່າງກັນບາງເຂດຮຽນຕອນກາງຄືນ ແຕ່ເວລາ 19:00ໂມງ -21:00 ໂມງ ແລະ ມີບາງບ່ອນຮຽນ ວັນເສົາວັນທິດ ແລະ ໄດ້ຈັດຕັ້ງປະຕິບັດຢ່າງເປັນຂະບວນກວ້າງຂວາງເຊິ່ງກວມເອົາ 7 ເມືອງທົ່ວແຂວງ ໃນນັ້ນໄດ້ເຂົ້າເຖິງ 437 ບ້ານ ມີຜູ້ເຂົ້າຮຽນ 18.409 ຄົນ ຍິງ 8.228 ຄົນ ກວມ 96,22%.


ນອກຈາກນັ້ນນັບແຕ່ປີ 2001-2020 ສູນການສຶກສານອກໂຮງຮຽນແຂວງຍັງໄດ້ຈັດຕັ້ງການຮຽນ-ການສອນບຳລຸງຊັ້ນມັດທະຍົມຕອນຕົ້ນຕອນປາຍໃຫ້ແກ່ນາຍ ແລະ ພົນທະຫານ ລວມທັງພະນັກງານລັດຖະກອນທີ່ບໍ່ທັນຈົບມັດທະຍົມຕອນຕົ້ນ ຕອນປາຍ ແລະ ນັກຮຽນທີ່ປະລະຈາກສາຍສາມັນ ເຊິ່ງໄດ້ຮັບຕົວຈິ່ງທັງໜົດ 1.052 ຄົນຍິງ 118 ຄົນ; ໃນນີ້ບຳລຸງຈົບຊັ້ນມັດທະຍົມຕອນຕົ້ນ 347 ຄົນ ຍິງ21 ຄົນ ແລະ ຈົບມັດທະຍົມຕອນປາຍ 705 ຄົນ ຍິງ 97 ຄົນ.


ຈາກຜົນສຳເລັດດັ່ງກ່າວ ເຮັດໃຫ້ແຂວງຜົ້ງສາລີ ສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຢູ່ໃນທົ່ວແຂວງໃນວັນທີ 19 ມັງກອນ 2021ເປັນແຂວງທີ 14 ຂອງປະເທດ.


ຈາກນັ້ນທ່ານ ນາງແສງເດືອນ ຫຼ້າຈັນທະບູນ ກໍໄດ້ໃຫ້ກຽດຂຶ້ນມອບ ໃບຢັ້ງຢືນ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງຜົ້ງສາລີ ໃຫ້ກຽດຂຶ້ນຮັບຂອງ ທ່ານ ຄຳຜອຍ ວັນນະສານ. ພ້ອມກັນນັ້ນຍັງໄດ້ເຊັນບົດບັນທຶກຄວາມຊ່ວຍຈຳ ລະຫວ່າງຫ້ອງການກະຊວງສຶກສາທີການ ແລະ ກິລາ ກັບ ຫ້ອງວ່າການແຂວງຜົ້ງສາລີ.

ຈາກນັ້ນ ທ່ານນາງແສງເດືອນ ຫຼ້າຈັນທະບູນ ແລະ ທ່ານ ຄຳຜອຍ ວັນນະສານ ໄດ້ຂຶ້ນຕັດແຖບຜ້າ ເປີດປ້າຍ ແລະ ລ້ານຄ້ອງ 9 ບາດ ເພື່ອເປັນການຢັ້ງຢືນແຂວງຜົ້ງສາລີເປັນແຂວງປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງຢ່າງເປັນທາງການ.