ການນໍາແຂວງ ໄຊຍະບູລີ ວາງພວງມະລາ ຢູ່ສຸສານທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ

119

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 72 ປີທີ່ໝູນວຽນມາອີກວາລະໜຶ່ງນັ້ນ, ໃນຕອນເຊົ້າວັນທີ 20 ມັງກອນ 2021, ການນໍາຂອງ ແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍການນໍໍາທຸກພາກສ່ວນຂອງແຂວງ ໄດ້ເຂົ້າວາງພວງມະລາທີ່ສຸສານທະຫານ.

ທັງນີ້ກໍ່ເພື່ອເປັນການໄຫວ້ອາໄລ ແລະ ລະນຶກເຖິງບຸນຄຸນ-ຄຸນງາມຄວາມດີຂອງດວງວິນຍານພະນັກງານ-ນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດເລືອດເນື້ອໃນປາງສົງຄາມ, ເພື່ອພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ເພື່ອປະຊາຊົນໃນໄລຍະຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເວົ້າລວມ, ເວົ້າສະເພາະ ແມ່ນເຂດນໍ້າແດນດິນຂອງ ແຂວງ ໄຊຍະບູລີ ໄວ້ໃຫ້ໝັ້ນຄົງ.

ການເຂົ້າວາງພວງມະລາຄັ້ງນີ້ປະກອບມີ: ກ້ອນການນໍາຂອງແຂວງ, ກໍາລັງປະກອບອາວຸດ, ກ້ອນເຍົາວະຊົນ, ກ້ອນຊາວໜຸ່ມ, ກ້ອນນັກຮຽນ-ນັກສືກສາ, ກຸ່ມເສດຖະກິດ, ກຸ່ມການເມືອງ , ກຸ່ມວັດທະນະທໍາ-ສັງຄົມ ແລະ ກ້ອນການນໍາເມືອງໄຊຍະບູລີ, ຈາກນັ້ນກໍ່ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 72 ປີ(20/1/1949-20/1/2021)ຕື່ມອີກ, ທີ່ສະໂມສອນ ກອງບັນຊາການ ທະຫານແຂວງ ໄຊຍະບູລີ, ໃຫ້ກຽດເລົ່າຄືນມູນເຊື້ອໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຂົ້າຮ່ວມຮັບຟັງມີບັນດາ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ມີພະນັກງານພາຍໃນກໍາລັງປະກອບອາວຸດ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 200 ກວ່າຄົນ.

ຂ່າວ-ພາບ ອຸ່ນເຮືອນ ໂພທິລັກ