ໃນວັນທີ 18 ມັງກອນ 2021 ໄດ້ມີອຸປະຕິເຫດລົດໃຫຍ່ປີ້ນ ຢູ່ທາງເລກທີ 2, 6313 ຢູ່ເຂດບ້ານນາຫ້ວຍໄລ່ ( ຫ້ວຍລະຄຶ ) ປະເພດຫລົດຍີ່ຫໍ້ ເຊິ່ງມີຜູ້ໂດຍສານທັງໝົດ 40 ຄົນ ຍິງ 28 ຄົນ ໃນນັ້ນມີ ເດັກນ້ອຍ 14 ຄົນ ຍິງ 8 ຄົນ.
ເມືອເຫັນເປັນດັ່ງນັ້ນ ພາກສ່ວນກ່ຽວຂ້ອງ ຈຶ່ງລົງໃຫ້ການຊ່ວຍເຫຼືອໂດຍດ່ວນ ແລະ ນຳສົ່ງໂຮງໝໍ ຈາກນັ້ນທາງການນຳເມືອງທ່າປາງທອງ ເຊິ່ງນຳໂດຍ ທ່ານ ຄຳປະສົງ ຂົງຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ ກໍໄດ້ຢ້ຽມຢາມ ແລະ ລົງຕິດຕາມສະພາບການດັ່ງກ່າວ ຢູ່ໂຮງໝໍຂອງເມືອງ ແລະ ໄດ້ເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງເພື່ອບັນເທົາທຸກໃຫ້ຜູ້ປະສົບອຸບັດເຫດ.
ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ບາດເຈັບທັງໝົດ 38 ຄົນ ຍິງ 27 ຄົນ ບາດເຈັບເລັກໜ່ອຍ 21 ຄົນ ຍິງ 12 ຄົນ ໃນນັ້ນເດັກນ້ອຍ 8 ຄົນ ຍິງ 3 ຄົນ, ບາດເຈັບສົມຄວນ ປິ່ນປົວຢູ່ໂຮງໝໍເມືອງ 10 ຄົນ ຍິງ 9 ຄົນ ເດັກນ້ອຍ 5 ຄົນຍິງ 4 ຄົນ, ບາດເຈັບສາຫັດ ແລະ ນຳສົ່ງໂຮງໝໍແຂວງ 7 ຄົນເສຍຊີວິດ 2 ຄົນຊາຍ ເດັກນ້ອຍ 1 ຄົນ.
ຕາມການສືບສ່ວນ-ສອບສວນຂອງເຈົ້າໜ້າທີ່ ເຊິ່ງລົດດັ່ງກ່າວແມ່ນມາຈາກ ບ້ານແດນສະຕຶງ ຈະມຸ້ງໜ້າໄປພຣະທາດໂຜ່ນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເພື່ອຈະໄປກາບໄຫວ້ບູຊາ ເມື່ອເດີນທາງມາຮອດຈຸດເກີດເຫດ ຈຶ່ງເຮັດໃຫ້ລົດເສຍຫຼັກປີ້ນລົງກະທັນຫັນ ເຮັດໃຫ້ຜູ້ໂດຍສານບາດເສຍຫັດ ແລະ ເສຍຊີວິດ.