ການນຳແຂວງສະຫວັນນະເຂດ,ເຂົ້າວາງພວງມາລາ, ກະຕ່າດອກໄມ້ ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ອະນຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ

172

ໃນຕອນເຊົ້າວັນທີ 20 ມັງກອນ 2021 ນີ້ ການນຳແຂວງສະຫວັນນະເຂດ ແລະພາກສ່ວນພະແນກການ ກົມກອງອ້ອມຂ້າງແຂວງ ,ໄດ້ພ້ອມກັນເຂົ້າວາງພວງມາລາ ,ກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ອະນຸສອນສະຖານ ປະທານໄກສອນ ພົມວິຫານ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ

ເຊິ່ງນໍາພາໂດຍທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ,ເຈົ້າແຂວງ ສະຫວັນນະເຂດ.

ມີ ຄະນະ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈຳແຂວງ,ສະມາຊິກສະພາປະຊາຊົນແຂວງ, ຄະນະນຳຈາກກອງບັນຊາການທະຫານແຂວງ ກອງບັນຊາການ ປກສ ແຂວງ ຄະນະພັກ ຄະນະການນຳນະຄອນໄກສອນພົມວິຫານ,ພາກສ່່ວນພັກ ພະນັກງານ ແລະອົງການຈັດຕັ້ງມະຫາຊົນ,ພາກສ່ວນຂົງເຂດວັດທະນະທຳ-ສັງຄົມ,ຄະນະບໍລິຫານງານຊາວໜຸ່ມແຂວງ,ພາກສ່ວນຕຸລາການ,ພາກສ່ວນເສດຖະກິດ,ລັດວິສາຫະກິດ, ພາກສ່ວນຄູອາຈານ ແລະນັກສຶກສາ ຈາກສະຖາບັນການສຶກສາແຫ່ງຕ່າງໆ