ສະຫະລັດອາເມຣິກາ ມອບພາຫະນະ ແລະ ອຸປະກອນ ນຳໃຊ້ເຂົ້າໃນວຽກງານເກັບກູ້ລະເບີດ ມູນຄ່າ1ລ້ານກວ່າໂດລາ

229

ໃນວັນທີ 19 ມັງກອນ 2021, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ຮັບພາຫະນະ ແລະ ອຸປະກອນພາກສະໜາມ ພາຍໃຕ້ ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມຣິກາ, ເຊິ່ງພິທີມອບ-ຮັບໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ ສູນຝຶກອົບຮົມໂຄງການເກັບກູ້ລະເບີດແຫ່ງຊາດ, ບ້ານອີໄລໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.


ການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມຣິກາໃນຄັ້ງນີ້ ລວມມີ ລົດໂຕໂຢຕາແລນກຸຍເຊີ ຈຳນວນ 16 ຄັນ, ເຄື່ອງກວດລະເບີດ ຈໍານວນ 134 ຊຸດ ລວມມູນຄ່າທັງໝົດ 1,19 ລ້ານໂດລາສະຫະລັດ ເພື່ອມອບໃຫ້ແກ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ປະຕິບັດໜ້າທີ່ຢູ່ໃນ 5 ແຂວງ ທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານສະຫະລັດອາເມຣິກາ ຄື: ແຂວງ ອັດຕະປື, ແຂວງ ຫົວພັນ, ແຂວງ ຄຳມ່ວນ, ແຂວງ ສາລະວັນ ແລະ ແຂວງ ສະຫວັນນະເຂດ.


ໃນພິທີ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດກ່າວມີຄໍາເຫັນວ່າ: “ການສະໜັບສະໜູນວຽກງານເກັບກູ້ລະເບີດ ໃຫ້ແກ່ ຄກລ ແມ່ນສະທ້ອນໃຫ້ເຫັນເຖິງ ການຮ່ວມມືຢ່າງໃກ້ຊິດ ແລະ ຍາວນານ ລະຫວ່າງ ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານແຫ່ງ ສປປ ລາວ ເປັນເວລາຫຼາຍກວ່າສອງທົດສະວັດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ.

ທ່ານໄດ້ກ່າວຕື່ມອີກວ່າ ນັບແຕ່ຊຸມປີ 1990 ເປັນຕົ້ນມາ ລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອລວມມູນຄ່າທັງໝົດຫຼາຍກວ່າ 230 ລ້ານໂດລາສະຫະລັດ ເຂົ້າໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ເພື່ອຫຼຸດຜ່ອນການບາດເຈັບລົ້ມຕາຍຈາກອຸປະຕິເຫດອັນເກີດຈາກລະເບີດບໍ່ທັນແຕກ ແລະ ເພີ່ມເນື້ອທີ່ດິນທີ່ປອດໄພໃນການຜະລິດກະສິກຳ ແລະ ການພັດທະນາເສດຖະກິດ-ສັງຄົມ ພ້ອມທັງ ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.”


ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: “ການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ ເປັນການຊ່ວຍເຫຼືອດ້ານມະນຸດສະທຳອັນຍິ່ງໃຫຍ່ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ເປັນອຸປະສັກຕໍ່ການພັດທະນາ ຢູ່ ສປປ ລາວ, ທັງເປັນການຊ່ວຍຊີວິດຂອງປະຊາຊົນລາວບັນດາເຜົ່າໃຫ້ປອດໄພຈາກການບາດເຈັບລົ້ມຕາຍຍ້ອນອຸປະຕິເຫດຈາກລະເບີດບໍ່ທັນແຕກ”.

ທີ່ມາ:Lao National Unexploded Ordnance Programme