ມອບ – ຮັບໜ້າທີ່ຮອງເຈົ້າແຂວງບໍ່ແກ້ວ

190

ພິທີມອບ – ຮັບໜ້າທີ່ຮອງເຈົ້າແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ ທີ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາການນຳຂອງພະແນກການ – ກົມກອງ, ອະດີດການນຳຂອງແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ຄຳກິ່ງ ເອື່ອຍມະນີຮັກ ຮອງເລຂາພັກແຂວງ ສະໄໝທີ 5 ຮອງເຈົ້າແຂວງບໍ່ແກ້ວ ອອກພັກການຮັບອຸດໜູນບຳນານ ໃນງວດ 1 ປີ 2021, ຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳຜະຫຍາ ພົມປັນຍາ ເປັນຮອງເຈົ້າແຂວງ ຊີ້ນຳຂົງເຂດວຽກງານວັດທະນະທຳ – ສັງຄົມ, ແຕ່ງຕັ້ງ ທ່ານ ເຄື່ອນເພັດ ວົງຈັນ ເປັນຮອງເຈົ້າ ແຂວງ ຊີ້ນຳຂົງເຂດວຽກງານເສດຖະກິດ.

ໃນພິທີໄດ້ເຊັນບົດບັນທຶກມອບ – ຮັບໜ້າທີ່ ລະຫວ່າງ ທ່ານ ຄຳກິ່ງ ເອື່ອຍມະນີຮັກ ຮອງເຈົ້າແຂວງຜູ້ເກົ່າ ກັບ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງຜູ້ໃໝ່, ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງ ຜູ້ເກົ່າ ກັບ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງຜູ້ໃໝ່ ຢ່າງເປັນທາງການ.

ໄດ້ຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ, ສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານບັນດາພະແນກການ, ອົງການຂອງແຂວງ ຈຳນວນ 20 ຕຳແໜ່ງ.

ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນກ່າວວ່າ: ການອອກຮັບອຸດໜູນບຳນານຂອງພະນັກງານການນຳ ແມ່ນການປະຕິບັດຕາມກົດລະບຽບຂອງພະນັກງານ – ລັດຖະກອນ ແລະ ໃຫ້ຜູ້ທີ່ໄດ້ຮັບອຸດໜູນບຳນານ ຈົ່ງສືບຕໍ່ໃຫ້ການຊຸກຍູ້ຊ່ວຍເຫຼືອ, ແລກປ່ຽນບົດຮຽນ, ປະສົບການໃຫ້ແກ່ພະນັກງານຜູ້ສືບທອດໄດ້ນຳໃຊ້ເຂົ້າໃນວຽກງານຕົວຈິງໃຫ້ແລ່ນສະດວກ; ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ບຸກບືນ, ຊອກຮູ້ຮ່ຳຮຽນເອົາຄວາມຮູ້, ປະສົບການໃຫ້ກວ້າງຂວາງ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ສອດຄ່ອງກັບວຽກງານທີ່ຕົນເອງຮັບຜິດຊອບ.