ຍິນດີນໍາ! ຊານະ ເປີດຕົວກັບ ລາວໂຕໂຢຕ້າ ເອັຟຊີ ກຽມລຸຍລາວລີກ 1 ຮຽບຮ້ອຍ

20 Jan 2021

ຄລິກແຊຣ໌ 0 Facebook WhatsApp

ຊານະ ມະນີຜົນ ກອງກາງດາວເດັ່ນຈາກທີມແຂວງຫຼວງພະບາງ ກຽມໄດ້ລົງແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ເປັນຄັ້ງທໍາອິດ ຫຼັງຈາກທີ່ເປີດຕົວກັບ ລາວໂຕໂຢຕ້າ ເອັຟຊີ ຢ່າງເປັນທາງການໃນມື້ນີ້ວັນທີ 20 ມັງກອນ 2021 ເພື່ອກຽມພ້ອມລຸຍລາວລີກ 1 ລະດູການ 2021.

ຊານະ ມະນີຜົນ ປັດຈຸບັນອາຍຸ 17 ປີປັດຈຸບັນກຳລັງສຶກສາຢູ່ ມະຫາວິທະຍາໄລເເຫ່ງຊາດປີທີ 1 ເຊິ່ງປີ 2014-2019 ເປັນເຕະເຕະຂອງ ຫຼວງພະບາງ ອະຄາເດມີ ແລະ 2020 ເປັນນັກກິລາຕົວແທນຂອງທີມແຂວງຫຼວງພະບາງ ( ຊຸດນັກຮຽນ ) ແລະ ລາຍການຫຼ້າສຸດ ພາທີມແຂວງຫຼວງພະບາງ ຄວ້າອັນດັບ 2 ບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ເມື່ອປີ 2020.

ນອກນັ້ນ, ໃນປີ 2020 ຊານະ ກໍຍິງຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີໃນຮອບ 35 ຄົນສຸດທ້າຍ.

ຮູບຈາກ:

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ