ບໍລິສັດ ບົວລະພາ ສຶກສາຕະຫຼາດພາຍໃນຕອບໂຈດລູກຄ້າໄລຍະໂຄວິດລະບາດ

360

ການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຫຼາຍຫົວໜ່ວຍທຸລະກິດທີ່ຜະລິດສົ່ງອອກ ຕ້ອງໄດ້ທົບທວນສາຍການຜະລິດ ເພື່ອຜະລິດຕອບໂຈດຜູ້ຊົມໃຊ້ສິນຄ້າພາຍໃນ ລວມທັງຫາຕະຫຼາດໃໝ່ໃນຕ່າງປະເທດ, ບໍລິສັດບົວລະພາກໍເຊັ່ນກັນ ເນັ້ນເອົາປະສົບການດໍາເນີນທຸລະກິດມາປັບໃຊ້ໃນການຜະລິດ ເພື່ອຕອບໂຈດສັງຄົມພາຍໃນ ແລະ ຊອກຕະຫຼາດໃໝ່ຢູ່ຕ່າງປະເທດ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ກ່າວວ່າ: ການນໍາສິນຄ້າເຂົ້າວາງສະແດງໃນງານວາງສະແດງສິນຄ້າເຟີນີເຈີ ຄັ້ງທີ 7 ເນື່ອງຈາກພວກເຮົາໄດ້ສຶກສາວ່າຕະຫຼາດໃນປະເທດເຮົາປະຊາຊົນນິຍົມແນວໃດ? ເພາະສິນຄ້າຂອງບໍລິສັດ ບໍ່ມີລາຄາສູງ ຜະລິດຕາມໃຈລູກຄ້າ ໂດຍລວມແມ່ນຜະລິດມາໃຫ້ສາມາດຈໍາໜ່າຍໄດ້ ເພາະໃນໄລຍະນີ້ການລະບາດຂອງພະຍາດໂຄ  ວິດ – 19 ກະທົບຕໍ່ການສົ່ງອອກຫຼຸດນ້ອຍຖອຍລົງ. ສະນັ້ນ, ເຮົາກໍເພີ່ມຂີດຄວາມສາມາດຂອງຕະຫຼາດພາຍໃນໃຫ້ກວ້າງອອກ ໂດຍສະເພາະຂະໜາດນ້ອຍລົງ, ຄວາມຫຼາກຫຼາຍຂອງຜະລິດຕະພັນ ແລະ ທີ່ສໍາຄັນຮັກສາຄຸນນະພາບສິນຄ້າທຸກລາຍການ.

ในภาพอาจจะมี 1 คน, สถานที่ในร่ม

ໃນງານວາງສະແດງສິນຄ້າເຟີນີເຈີລາວ ເຫັນວ່າມີ ຄວາມເພິ່ງພໍໃຈສູງ ລູກຄ້າໃຫ້ຜົນຕອບຮັບເປັນຢ່າງດີ ເນື່ອງຈາກບໍລິສັດໄດ້ມີຜະລິດຕະພັນໃໝ່ໆອອກມາຂາຍ ສະເລ່ຍການອອກຈໍາໜ່າຍໃນແຕ່ລະງານມີຍອດຂາຍ ປະມານ 70 – 80% ຂອງສິນຄ້າທີ່ເຂົ້າຮ່ວມງານ.

ສ່ວນການສົ່ງອອກສິນຄ້າໄປຕ່າງປະເທດ ໃນໄລຍະການລະບາດໂຄວິດ – 19 ແມ່ນຫຼຸດລົງຫຼາຍ ເນື່ອງຈາກການຂົນສົ່ງມີມູນຄ່າສູງ ແລະ ໃຊ້ເວລາດົນຂຶ້ນ ແຕ່ວ່າບໍລິສັດພວກເຮົາກໍໄດ້ພະຍາຍາມຊອກຫາຕະຫຼາດບັນດາປະເທດອື່ນໆມາທົດແທນ ເນື່ອງຈາກວ່າບາງປະເທດກໍມີຄວາມຕ້ອງການຜະລິດຕະພັນຈາກໄມ້ປູກຂອງບໍລິສັດພວກເຮົາຢູ່, ທ່ານ ນາງ ສຸໄພວັນ ກ່າວ.

ในภาพอาจจะมี ผู้คนกำลังนั่ง, ตาราง และสถานที่ในร่ม

ในภาพอาจจะมี 1 คน, สถานที่กลางแจ้ง

ບໍລິສັດ ບົວລະພາ ນອກຈາກມີຜະລິດຕະພັນເຟີນີເຈີແລ້ວ ເຮົາກໍຍັງຂະຫຍາຍໂຮງງານຜະລິດຕະພັນສໍາເລັດຮູບຂຶ້ນ ເຊິ່ງປັດຈຸບັນໄດ້ກໍ່ສ້າງໂຮງງານໄມ້ອັດຢູ່ເມືອງຫີນເຫີບ ແຂວງວຽງຈັນ ໃກ້ສໍາເລັດ. ປັດຈຸບັນກຳລັງກະກຽມເພື່ອຕັດໄມ້ເຂົ້າໂຮງງານເພື່ອທົດລອງລະບົບເຄື່ອງຈັກ ແລະ ການຜະລິດຕ່າງໆ ຄາດວ່າເດືອນເມສາ 2021 ກໍຈະໃຫ້ສາມາດດໍາເນີນການຜະລິດໄດ້.

ສໍາລັບຜະລິດຕະພັນຂອງໂຮງງານ ກໍແມ່ນໄມ້ອັດເພື່ອສົ່ງຂາຍໄປຕ່າງປະເທດ ໂດຍເນັ້ນໄປບັນດາປະເທດເອີຣົບເປັນຫຼັກ ກວມ 95%, ສ່ວນ 5%ແມ່ນຂາຍໃຫ້ບໍລິສັດພາຍໃນ.

ในภาพอาจจะมี ตาราง

ในภาพอาจจะมี หนึ่งคนขึ้นไป

ສຸດທ້າຍເພື່ອເຮັດໃຫ້ເສດຖະກິດພາຍໃນມີການເຕີບໃຫຍ່ເຂັ້ມແຂງ ຜູ້ປະກອບການສາມາດຜະລິດສິນຄ້າໃໝ່ໆອອກມາຮັບໃຊ້ສັງຄົມ ປະຊາຊົນລາວຕ້ອງພ້ອມກັນຫັນມາຊົມໃຊ້ສິນຄ້າພາຍໃນປະເທດໃຫ້ຫຼາຍ ແລະ ເປັນຂະບວນຟົດຟື້ນຂຶ້ນ ບໍ່ວ່າຈະເປັນສິນຄ້າໃດກໍຕາມທີ່ຜະລິດພາຍໃນ. ບໍລິສັດບົວລະພາ ເອງກໍເຊັ່ນດຽວກັນ ປູກໄມ້ໃນປະເທດໃຫ້ຫຼາຍ ເພີ່ມພື້ນທີ່ປົກຫຸ້ມປ່າໄມ້ປ້ອນໂຮງງານອຸດສາຫະກຳ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ຜະລິດສິນຄ້າສົ່ງຂາຍນໍາເງິນຕາເຂົ້າມາຊ່ວຍພັດທະນາປະເທດຊາດ, ທ່ານ ນາງ ສຸໄພວັນ ກ່າວປິດທ້າຍ.