ເຈົ້າແຂວງສາລະວັນ ລົງຢ້ຽມຢາມອ້າຍນ້ອງທະຫານ ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ

185

ໃນວັນທີ 18 ມັງກອນປີ 2021 ທີ່ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມພົບປະນາຍ ແລະພົນທະຫານໂຮງໝໍທະຫານແຂວງສາລະວັນ ແລະ ກອງຮ້ອຍ 33 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20/1/1949-20/1/2021).

ການລົງໄປຢ້ຽມຢາມຄັ້ງນີ້ທ່ານ ເຈົ້າແຂວງ ໄດ້ມີຄຳເຫັນໂອ້ລົມຍົກໃຫ້ເຫັນບັນຫາໃນພາກພື້ນສາກົນ ແລະຂອງໂລກ, ບັນຫາການລະບາດຂອງພະຍາດໂຄວິດ 19, ພ້ອມນັ້ນກໍ່ໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົວປະເທດຄັ້ງທີ XI  ຂອງພັກປະຊາຊົນປະຕິວັດລາວທີ່ອັດລົງຫວ່າງບໍ່ດົນມານີ້.

ນອກຈາກນີ້ ທ່ານ ໂພໄຊ ໄຊຍະສອນ ຍັງໄດ້ເນັ້ນໃຫ້ອ້າຍນ້ອງນາຍ ແລະ ພົນທະຫານເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະຮ່ວມແຮງ, ຮ່ວມໃຈກັນໃນການສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານວິຊາສະເພາະຂອງຕົນມີຄວາມເຂັ້ມແຂງໃນທຸກດ້ານ, ທັງເປັນການຮັບປະກັນເຮັດໃຫ້ທົ່ວປວງຊົນມີຄວາມສະຫງົບໃນທຸກດ້ານ, ສືບຕໍ່ສຶກສາຄົ້ນຄວ້າ, ເອົາໃຈໃສ່ຍົກສູງດ້ານຄວາມຮູ້ວິຊາສະເພາະ ແລະເຂົ້າຮ່ວມພົບປະແລກປ່ຽນບົດຮຽນສີລະປະຍຸດ-ຍຸດທະວິທີ, ຈຳແນກໄດ້ມິດ ແລະສັດຕູຢ່າງຈະແຈ້ງ, ເຊິ່ງຍາມໃດກຸ່ມຄົນບໍ່ຫວັງດີກໍ່ຢາກຫວັງມ້າງເພທຳລາຍຄວາມສາມັກຄີ.

ພ້ອມທັງໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ, ຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ໃນການຈັດວາງກຳລັງເພາະວ່າກຳລັງພວກເຮົາແມ່ນມີຄວາມສຳຄັນຫຼາຍທີ່ສຸດໃນການປົກປັກຮັກສາເຂດນໍ້າແດນດິນ ແລະຄວາມສະຫງົບສຸກຂອງປະເທດຊາດ, ເອົາໃຈໃສ່ໃນການພັດທະນາສີມືແຮງງານທາງດ້ານການແພດ ແລະ ສືບຕໍ່ຮັບໃຊ້ການບໍລິການກົມກອງ-ສັງຄົມໃຫ້ມີຄຸນນະພາບ.

ໂອກາດດຽວກັນ ທ່ານ ຫົວໜ້າການເມືອງກອງຮ້ອຍ 33 ແລະຫົວໜ້າການທະຫານໂຮງໝໍທະຫານແຂວງ ກໍ່ໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານມາຂອງຕົນພ້ອມທັງສະເໜີຂໍ ເປັນຕົ້ນກໍ່ແມ່ນຂໍກະເບື້ອງ ແລະເຄື່ອງເອໂກ 3 ມິຕີ ເພື່ອເອົາໄປນຳໃຊ້ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ພ້ອມນີ້, ທ່ານ ເຈົ້າແຂວງໆສາລະວັນ ກໍ່ໄດ້ນຳເອົາເຄື່ອງອຸປະໂພກ ແລະບໍລິໂພກຈຳນວນໜຶ່ງມອບໃຫ້ອ້າຍນ້ອງນາຍ-ພົນທະຫານກອງຮ້ອຍ 33 ແລະ ຫົວໜ້າການທະຫານໂຮງໝໍທະຫານແຂວງສາລະວັນ

ພາບ-ຂ່າວ: ສິດຕາ ເພັດວົງສາ