ເຜີຍ 3 ເຫດຜົນຫຼັກ! ມາສເຕີ 7 ເອັຟຊີ ຮອງແຊັມລາວລີກ 1 ຖອນຕົວການແຂ່ງຂັນປີ 2021

184

ຖືເປັນຂ່າວຊ໊ອກຂອງວົງການບານເຕະລາວ ຫຼັງຈາກທີ່ ມາສເຕີ 7 ເອັຟຊີ ອອກມາປະກາດຖອນຕົວຈາກການແຂ່ງຂັນ ເປບຊີ ລາວລີກ 1 ປີ2021 ເມື່ອວັນທີ 18 ມັງກອນ 2021 ທີ່ຜ່ານມາ ດ້ວຍ 3 ເຫດຜົນຫຼັກ.

ຫຼ້າສຸດ ທີມຂ່າວເສດຖະກິດ-ການຄ້າ ໄດ້ຕິດຕໍ່ຫາ ທ່ານ ບຸນຖະໜອມ ສີຫາລາດ ເຊິ່ງທ່ານໃຫ້ຄໍາເຫັນວ່າ: ເຫດຜົນຫຼັກໆທີ່ເຮັດໃຫ້ ມາສເຕີ 7 ເອັຟຊີ ຖອນຕົວແມ່ນ (1) ເນື່ອງຈາກ ໂຄວິດ-19 ລະບາດເຮັດໃຫ້ພວກເຮົາໄດ້ຮັບຜົນກະທົບໜັກເຊັ່ນດຽວກັບຫຼາຍໆທີມ, (2) ຜູ້ສະໜັບສະໜູນຂອງ ມາສເຕີ 7 ຖອນຕົວຫຼາຍ ເຮັດໃຫ້ພວກເຮົາບໍ່ສາມາດໄປຕໍ່ໄດ້ ແລະ (3) ດັ່ງທີ່ຮູ້ເປົ້າໝາຍຂອງ ມາສເຕີ 7 ເອັຟຊີ ແມ່ນວາງເປົ້າສູງສຸດ ແຕ່ຄວາມພ້ອມຂອງສະໂມສອນພວກເຮົາບໍ່ດີເທົ່າທີ່ຄວນ ເນື່ອງຈາກບໍ່ສາມາດດຶງເອົານັກກີລາຈາກຕ່າງປະເທດມາຊ່ວຍໄດ້ ໃນໄລຍະນີ້ ຈິ່ງຕັດສິນໃຈພັກໃນລະດູການ 2021 ແຕ່ພວກເຮົາສັນຍາວ່າຈະກັບມາໃນເວລາທີ່ເໝາະສົມ.

“ ຫຼັງຈາກຕົກລົງຈະບໍ່ສົ່ງທີມເຂົ້າຮ່ວມ ພວກເຮົາຈິ່ງແຈ້ງທາງ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບຮູ້ແລ້ວ. ຢ່າງໃດກໍຕາມ ພວກເຮົາຍັງສືບຕໍ່ຢູ່ກັບວົງການບານເຕະລາວ ໃນປີນີ້ກໍຄື ສືບຕໍ່ສ້າງທີມຮຸ່ນນ້ອຍທັງ ຮຸ່ນອາຍຸບໍ່ເກີນ 15 – 18 ທັງປະເພດຍິງ ແລະ ຊາຍ ເພື່ອເຂົ້າຮ່ວມການແຂ່ງຂັນຕ່າງໆ ລວມເຖິງສົ່ງທີມເຂົ້າຮ່ວມໃນລາວລີກ 2, ສ່ວນເລື່ອງນັກເຕະພວກເຮົາຈະປ່ອຍໃຫ້ກັບສະໂມສອນອື່ນໆທີ່ສົນໃຈສາມາດດຶງຕົວໄປຮ່ວມທີມໄດ້.

ສໍາລັບ ມາສເຕີ 7 ເອັຟຊີ ເປັນສະໂມສອນທີ່ສ້າງຄວາມຮືຮາ ແລະ ໂດດເດັ່ນທີ່ສຸດໃນລາວລີກ 1 ລະດູການ 2020 ເປັນຕົ້ນແມ່ນສ້າງແຟນບານໄປເຊຍໃນແຕ່ລະນັດບໍ່ຂາດສາຍ ແລະ ຫຼາຍກວ່າທີມອື່ນໆ, ສ່ວນເລື່ອງຜົນງານກໍໂດດເດັ່ນກາຍເປັນທີມດຽວໃນລາວລີກ1ທີ່ບໍ່ເສຍໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ແຊັມລາວລີກ 5 ສະໄໝ ໂດຍປີ 2020 ສະເໝີທັງ 2 ນັດ ( ຮອບຂາໄປ ແລະ ຂາກັບ ) ລົງແຂ່ງຂັນ 12 ນັດຊະນະ 7, ສະເໝີ 4 ແລະ ເສຍພຽງ 1 ນັດມີ 25 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມລາວລີກ 2020 ຕາມຫຼັງ ລາວໂຕໂຢຕ້າ ເອັຟຊີ 7 ຄະແນນ.