ເປີດໂຄງການໃຫ້ຄຳປຶກສາ ດ້ານທຸລະກິດ

153

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ເປີດໂຄງການໃຫ້ຄຳປຶກສາດ້ານທຸລະກິດ MSME Clinic ເພື່ອຊ່ວຍແກ້ໄຂບັນຫາ ແລະ ປັບປຸງສະພາບທຸລະກິດສ້າງຜົນສຳເລັດໃນໄລຍະຍາວ.

ພິທີເປີດຈັດຂຶ້ນວັນທີ 19 ມັງກອນ 2021 ທີ່ ສຄອຊ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ H.E Jens Peter Lutken herm ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ພ້ອມດ້ວຍແຂກທີ່ໄດ້ຮັບເຊີນຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ດາວວອນ ພະຈັນທະວົງ ກ່າວວ່າ: ຄະນະບໍລິຫານ ສຄອຊ ໄດ້ປຶກສາຫາລື ແລະ ຊອກຫາແນວທາງໃນການຊ່ວຍເຫຼືອຜູ້ປະກອບກິດຈະການໃຫ້ສາມາດປະຄອງຕົວເອງໄປໄດ້ ໂດຍໄດ້ສ້າງຕັ້ງຄະນະສະເພາະກິດຂຶ້ນມາ ເພື່ອຄົ້ນຄວ້າ ແລະ ເຮັດວຽກຮ່ວມກັບພາກລັດ ແລະ ອົງການຈັດຕັ້ງສາກົນ, ທາງຄະນະນຳໄດ້ມອບໝາຍໃຫ້ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງເຮັດວຽກຢ່າງໃກ້ຊິດກັບໂຄງການ GIZ REATED ເພື່ອສຶກສາ ແລະ ຄົ້ນຄວ້າແນວທາງ ແລະ ວິທີການຊ່ວຍເຫຼືອຜູ້ປະກອບກິດຈະການ ໂດຍສະເພາະໃນຂະແໜງການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຊື່ໂຄງການ MSME Clinic.

ຈຸດປະສົງເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ – 19 ຊ່ວຍໃຫ້ພວກເຂົາສາມາດຮັບມືກັບສິ່ງທ້າທາຍທາງດ້ານການເງິນ ແລະ ການດຳເນີນທຸລະກິດໃນປັດຈຸບັນໄດ້ດີຂຶ້ນ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ອີງໃສ່ນະໂຍບາຍຂອງລັດຖະບານແລ້ວ ແມ່ນເອົາໃຈໃສ່ໃນການສົ່ງເສີມ MSME, ອັນໜຶ່ງກໍແມ່ນການສົ່ງເສີມເຕັກໂນໂລຊີນະວັດຕະກຳ, ການເຂົ້າຫາແຫຼ່ງທຶນ, ສົ່ງເສີມການເຂົ້າເຖິງຕະຫຼາດ, ການສ້າງຊີວິດໃຫ້ທ່ານໃໝ່, ການສ້າງ ແລະ ດຳເນີນທຸລະກິດ, ນະໂຍບາຍການເງິນ, ການເຂົ້າເຖິງໂຄງການໃຫ້ຄຳປຶກສາ ແລະ ການພັດທະນາທຸລະກິດທີ່ກ່າວມານັ້ນມັນມີ ຄວາມຈຳເປັນທີ່ຕ້ອງໄດ້ພັດທະນາ ແລະ ຈັດຕັ້ງໂຄງການສະໜັບສະໜູນທີ່ແທ້ຈິງເພື່ອສາມາດຈັດຕັ້ງໃຫ້ເຂົ້າເຖິງແຫຼ່ງທຶນ, ການພັດທະນາທັກສະ ແລະ ການປົກປ້ອງສົ່ງເສີມທຸລະກິດໃນໄລຍະຍາວ ເຖິງແມ່ນວ່າຜົນກະທົບຂອງພະຍາດໂຄວິດ – 19 ຈະມີຄວາມຮຸນແຮງ, ເລັ່ງລັດຄວາມກ້າວໜ້າໃຫ້ພວກເຮົາບຸກບືນໄປສູ່ການພັດທະນາຂອງເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າສູ່ສະພາບການໃນໄລຍະ new normal.