ບໍ່ແກ້ວແຕ່ງຕັ້ງຮອງເຈົ້າແຂວງໃໝ່ 2 ທ່ານ, ພ້ອມສັບປ່ຽນຕຳແໜ່ງພະນັກງານອີກ 20 ຄົນ

199

ແຂວງບໍ່ແກ້ວໄດ້ມີພິທີມອບ – ຮັບ ໜ້າທີ່ຮອງເຈົ້າແຂວງໆບໍ່ແກ້ວ ໄດ້ຈັດຂື້ນໃນວັນທີ 19 ມັງກອນນີ້ ທີ່ຫ້ອງວ່າການແຂວງ. ໂດຍການເຂົ້າຮ່ວມຂອງທ່ານ ບົວຄົງ ນາມມະວົງ  ເຈົ້າແຂວງໆບໍ່ແກ້ວ, ມີບັນດາການນຳຂອງພະແນກການ – ກົມກອງ, ອາດິດການນຳຂອງແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມ.


ທ່ານ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ຄຳກິ່ງ ເອື່ອຍມະນີຮັກ ຮອງເລຂາພັກແຂວງ ສະໄໝທີ່ 5 ຮອງເຈົ້າແຂວງໆບໍ່ແກ້ວ ອອກພັກການຮັບອຸດໜູນບຳນານ ໃນງວດ 1 ປີ 2021, ຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳຜະຫຍາ ພົມປັນຍາ ເປັນຮອງເຈົ້າແຂວງ ຊີ້ນຳຂົງເຂດວຽກງານວັດທະນະທຳ – ສັງຄົມ, ແຕ່ງຕັ້ງທ່ານ ເຄື່ອນເພັດ ວົງຈັນ ເປັນຮອງເຈົ້າແຂວງ ຊີ້ນຳຂົງເຂດວຽກງານເສດຖະກິດ ພ້ອມທັງເຊັນບົດບັນທືກມອບ – ຮັບໜ້າທີ່ ລະຫວ່າງ ທ່ານ ຄຳກິ່ງ ເອື່ອຍມະນີຮັກ ຮອງເຈົ້າແຂວງຜູ້ເກົ່າ ກັບ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງຜູ້ໃໝ່, ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງຜູ້ເກົ່າ ກັບ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງຜູ້ໃໝ່ ຢ່າງເປັນທາງການ ແລະ ໄດ້ຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ, ສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານບັນດາພະແນກການ, ອົງການຂອງແຂວງ ຈຳນວນ 20 ຕຳແໜ່ງ.


ໂອກາດນີ້ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນກ່າວວ່າ: ການອອກຮັບອຸດໜູນບຳນານຂອງພະນັກ ງານການນຳແມ່ນ ການປະຕິບັດຕາມກົດລະບຽບຂອງພະນັກງານ – ລັດຖະກອນ ແລະ ໃຫ້ຜູ້ທີ່ໄດ້ຮັບອຸດໜູນບຳນານ ຈົ່ງສືບຕໍ່ໃຫ້ການຊຸກຍູ້ຊ່ວຍເຫຼືອ, ແລກປ່ຽນບົດຮຽນ, ປະສົບການໃຫ້ແກ່ພະນັກງານຜູ້ສືບທອດໄດ້ນຳໃຊ້ເຂົ້າໃນວຽກງານຕົວຈິ່ງໃຫ້ແລ່ນສະດວກ.

ພ້ອມດຽວກັນນີ້ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ບຸກບືນ, ຊອກຮູ້ຮ່ຳຮຽນເອົາຄວາມຮູ້, ປະສົບການໃຫ້ກວ້າງຂວາງ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ສອດຄ່ອງກັບວຽກງານທີ່ຕົນເອງຮັບຜິດຊອບ .

ຂອບໃຈຂ່າວຈາກ: ໜັງສືພິມແຂວງບໍ່ແກ້ວ