ກໍານົດ 6 ເປົ້າໝາຍໃຫຍ່ ແລະ 25 ແຜນງານຈຸດສຸມ ພັດທະນາເສດຖະກິດ – ສັງຄົມ ແຕ່ປີ 2021 – 2025

260

ໃນໄລຍະ 5 ປີ ນັບແຕ່ປີ 2021 – 2025 ໄດ້ກໍານົດຈັດຕັ້ງປະຕິບັດ 6 ເປົ້າໝາຍ ໃຫຍ່ ແລະ 25 ແຜນງານຈຸດສຸມ ເພື່ອພັດທະນາເສດຖະກິດຫັນໄປສູ່ຄຸນນະພາບໃໝ່ ມີຈຸດສຸມ ຍືນຍົງ ແລະ ສີຂຽວ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ນັບແຕ່ປີ 2021 – 2025 ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເມື່ອວັນທີ 13 ມັງກອນ 2021 ວ່າ: ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ເປັນແຜນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ເປັນແຜນການທີ່ມີຈຸດໝາຍສຳຄັນ ຄື: ສືບຕໍ່ກະກຽມຄວາມພ້ອມ ເພື່ອນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ປະຊາຊົນມີວຽກເຮັດງານທຳ ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ ບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງທີ່ເປັນອຸປະສັກຕ່າງໆຂອງການພັດທະນາໃນໄລຍະຜ່ານມາ, ບວກກັບສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະໃໝ່ເປັນຕົ້ນ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19, ການປ່ຽນແປງຂອງດິນຟ້າອາກາດ, ສະຖານະການຂອງໂລກບໍ່ແນ່ນອນ ພ້ອມທັງເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງຊາດ ໂດຍນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານທີ່ເໝາະສົມໃຫ້ກາຍເປັນກໍາລັງແຮງ ແລະ ເປັນເຈົ້າຕົນເອງເພິ່ງຕົນເອງດ້ານເສດຖະກິດເປັນກ້າວໆ.

ไม่มีคำอธิบายรูปภาพ

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และน้ำ

ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ຕື່ມວ່າ: ເພື່ອປະຕິບັດໃຫ້ໄດ້ 3 ເປົ້າໝາຍນີ້ ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຕ້ອງມີຫຼັກສະນະບຸກທະລຸເພື່ອປະຄັບປະຄອງເສດຖະກິດຂອງປະເທດເຮົາບໍ່ໃຫ້ຕົກເຂົ້າສູ່ສະພາວະວິກິດ ຈຶ່ງຈໍາເປັນຕ້ອງຫັນໄປສູ່ຄຸນນະພາບໃໝ່ມີຈຸດສຸມ ຍືນຍົງ ແລະ ສີຂຽວ ໂດຍໄດ້ກໍານົດ 6 ເປົ້າໝາຍໃຫຍ່ ແລະ 25 ແຜນວຽກຈຸດສຸມ. ໃນນີ້, ສະເພາະເປົ້າໝາຍທີ 1 ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ມີຄຸນນະພາບໝັ້ນທ່ຽງ ແລະ ຍືນຍົງ ປະກອບມີ 5 ວຽກຈຸດສຸມ, ໃນນີ້ຕ້ອງສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍໃນລະດັບ 4 ຫາ 5% ຕໍ່ປີ ມູນຄ່າລວມຍອດຜະ ລິດຕະພັນພາຍໃນ ຫຼື GDP ໃນໄລຍະ 5 ປີເທົ່າກັບ 1.057.689 ຕື້ກີບ GDP ຕໍ່ຫົວຄົນ ໃຫ້ໄດ້ 2.887 ໂດລາສະຫະລັດໃນປີ 2025.