ການນໍາກະຊວງ ອຄ ເຂົ້າອວຍພອນກະຊວງປ້ອງກັນປະເທດ

295

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ພ້ອມຄະນະກົມອ້ອມຂ້າງ, ບໍລິສັດເບຍລາວ, ລັດວິສາຫະກິດນໍ້າມັນເຊື້ອ   ໄຟລາວ ແລະ ສະພາການຄ້າອຸດສາຫະກໍາແຫ່ຊາດລາວ         ( ສຄອຊ ) ເຂົ້າອວຍພອນການນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ.

ຕ້ອນຮັບຄະນະໃນຄັ້ງນີ້ ໂດຍ ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະນະນໍາກະຊວງປ້ອງກັນປະເທດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ຕາງໜ້າພະນັກງານກະຊວງ ອຄ, ບໍລິສັດລັດວິສາຫະກິດອ້ອມຂ້າງ, ສຄອຊ ເຂົ້າອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ 2021 ເຊິ່ງປີນີ້ກໍຄົບຮອບ 72 ປີ, ພ້ອມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງກະຊວງປ້ອງກັນປະເທດ ຕະຫຼອດໄລຍະ 72 ປີຜ່ານມາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ ຫຼວງໃນການປົກປັກຮັກສາປະເທດຊາດ, ສະແດງຄວາມຊົມເຊີຍຢ່າງຍິ່ງໃນການຮ່ວມມືຂອງສອງກະຊວງ ໂດຍສະເພາະການຍົກລະດັບພະນັກງານວິຊາການຮ່ວມກັນໃນໄລຍະຜ່ານມາ ພ້ອມຈະສືບຕໍ່ສາຍພົວພັນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.

ໃນໂອກາດດັ່ງກ່າວກໍປະກອບສ່ວນມອບເງິນໃຫ້ກະຊວງປ້ອງກັນປະເທດ ລວມມູນຄ່າ 20 ລ້ານກີບ ເພື່ອປະກອບສ່ວນສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ.

ທ່ານ ພົນໂທ ທອງລອຍ ສິລິວົງ ກໍໄດ້ສະແດງຄວາມຊົມເຊີຍທີ່ຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ ຍາມໃດກໍມີສາຍພົວພັນທີ່ດີ ພ້ອມສະໜັບສະໜູນອ້າຍນ້ອງກະຊວງປ້ອງກັນປະເທດ ເພື່ອເຮັດສໍາເລັດໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຜ່ານມາໄດ້ຮັບການປະກອບສ່ວນດ້ານວັດຖຸປັດໄຈຈາກສັງຄົມ ກໍຄືກະຊວງ ອຄ ເພື່ອໃຫ້ອ້າຍນ້ອງທະຫານໃນແຕ່ລະບ່ອນ ແຕ່ລະທ້ອງຖິ່ນປະຕິບັດສໍາເລັດຫຼ້ອນໜ້າທີ່ຂອງຕົນ ພ້ອມຮຽກຮ້ອງໃຫ້ມີການຮ່ວມມືເພີ່ມຂຶ້ນໃນຕໍ່ໜ້າ.