ສາລະວັນ ອະຄາເດມີ ຢູ 15 ຜ່ານເຂົ້າຮອບ 8 ທີມບານເຕະຊີງຂັນ ສຕລ ທີ່ຈໍາປາສັກ

146

ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ສ້າງຜົນງານໂດດເດັ່ນລົງສະໜາມນັດສຸດທ້າຍຖະຫຼົ່ມ ປາກເຊ ຢູໄນເຕັດ 7-1 ໃນການແຂ່ງຂັນບານເຕະຊີງຂັນສະຫະພັນບານເຕະແຫ່ງຊາດລາວ ( ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ເມື່ອວັນທີ 17 ມັງກອນ 2021 ເຮັດໃຫ້ຢຶດທີມນໍາກຸ່ມ B ຜ່ານເຂົ້າຮອບ 8 ທີມສຸດທ້າຍໄດ້ສໍາເລັດ.

ທີມບານເຕະສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີພາຍໃຕ້ການນໍາທີມຂອງ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກທີມແຂວງສາລະວັນ ຊຸດບານເຕະທົ່ວປະເທດ ເມື່ອປີ 2020 ເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນ ສຕລ ທີ່ແຂວງຈໍາປາສັກ ໂດຍຖືກຈັບຢູ່ສາຍ B ຮ່ວມກັບ ປາກຊ່ອງ, ປາກເຊ ຢູໄນເຕັດ ແລະ ເສັດຄົດ ເອັຟຊີ ເຊິ່ງ 2 ນັດກ່ອນໜ້ານີ້ ສາລະວັນ ອະຄາເດມີ ສາມາດຊະນະໄດ້ 1 ແລະ ສະເໝີ 1 ນັດມີ 4 ຄະແນນ.

ຫຼ້າສຸດເມື່ອວັນທີ 17 ມັງກອນ 2021 ລົງສະໜາມນັດສຸດທ້າຍຂອງຮອບແບ່ງກຸ່ມ ປາກົດວ່າ ສາລະວັນ ອະຄາເດມີ ສາມາດເອົາຊະນະ ປາກເຊ ຢູໄນເຕັດ ໄປຂາດລອຍ 7-1 ຈາກການຍິງຂອງ ໂທນີ ໄຊມັງກອນ 4 ປະຕູ, ໂອມ ປະສິດ 2 ປະຕູ ແລະ 1 ປະຕູໄດ້ຈາກການສະກັດເຂົ້າປະຕູຕົວເອງຂອງ ປາກເຊ ຢູໄນເຕ.

ຈາກຜົນດັ່ງກ່າວເຮັດໃຫ້ ສາລະວັນ ອະຄາເດມີ ເກັບເພີ່ມເປັນ 7 ຄະແນນຢຶດທີມນໍາກຸ່ມ B ຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະແຊັມກຸ່ມໄປພົບກັບ ອັນດັບ 2 ຂອງສາຍ A ຢ່າງທີມ BT.Vapi ໂດຍຈະແຂ່ງຂັນໃນວັນທີ 30 ມັງກອນ 2021, ສ່ວນອັນດັບ 2 ຂອງສາຍ B ເປັນຂອງ ປາກຊ່ອງ ມີ 4 ຄະແນນຜ່ານເຂົ້າຮອບໄປພົບກັບທີ 1 ຂອງສາຍ A ໄອດີຊີ ເຊກອງ ທີ່ລົງສະໜາມ 3 ນັດມີ 9 ຄະແນນ, ຂະນະທີ່ ສາຍ C ແລະ ສາຍ D ແມ່ນຍັງແຂ່ງຂັນບໍ່ທັນຈົບ.

ສຳລັບ ສາລະວັນ ລົງສະໜາມໄປ 3 ນັດຍິງໄປ 10 ປະຕູຈາກ ເບີ 29 ໂທນີ ໄຊມັງກອນ ປ່ຽມມະໄລ 7 ປະຕູ, ເບີ 9 ໂອມ ປະສິດ ຫອມສົມບັດ 3 ປະຕູ ແລະ ເບີ 27 ຢູໂລ ສຸກດວງໃຈ ອິນທະລາດ 1 ປະຕູ.
ຫຼ້າສຸດ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກ ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ສໍາລັບການແຂ່ງຂັນລາຍການນີ້ເປັນລາຍການທີ່ ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະແຂວງຈໍາປາສັກ ຈັດການແຂ່ງຂັນຂຶ້ນມາ ໃນຮຸ່ນຢູ 15 ທັງຍິງ ແລະ ຊາຍ ເຊິ່ງທີມຍິງແມ່ນສໍາເລັດໄປແລ້ວກ່ອນໜ້ານີ້ ໂດຍທາງຜູ້ຈັດການແຂ່ງຂັນໄດ້ເປີດກວ້າງໃຫ້ທີມຕ່າງແຂວງເຂົ້າຮ່ວມໄດ້ ແລະ ມີທີມຈາກແຂວງສາລະວັນ, ອັດຕະປື ແລະ ເຊກອງ ທີ່ເປັນທີມຕ່າງແຂວງເຂົ້າຮ່ວມໃນການແຂ່ງຂັນລາຍການນີ້.

“ ຜົນງານຂອງ ສາລະວັນ ອະຄາເດມີ ຢູ 15 ແມ່ນຕໍ່ຍອດຈາກ ສາລະວັນ ຢູ 17 ທີ່ສົ່ງເຂົ້າຮ່ວມການແຂ່ງຂັນບານເຕະທີ່ແຂວງຈໍາປາສັກ ຢ່າງຕໍ່ເນື່ອງ ເຊິ່ງຢູ 15 ຂອງພວກເຮົາແມ່ນຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະທີ 1 ຂອງສາຍເປັນທີ່ແນ່ນອນແລ້ວຈາກຜົນງານຊະນະ 2 ແລະ ສະເໝີ 1 ນັດໂດຍຈະໄປພົບກັບ BT.Vapi ເຊິ່ງເປັນອີກທີມຈາກແຂວງສາລະວັນ ທີ່ເປັນທີ 2 ຂອງສາຍ A ” ຫົວໜ້າຄູຝຶກ ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີກ່າວ.

ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ທີ່ແຂວງຈໍາປາສັກ ແມ່ນເລີ່ມການແຂ່ງຂັນມາແຕ່ທ້າຍປີ 2020 ໂດຍມີເຖິງ 16 ທີມເຂົ້າຮ່ວມແບ່ງເປັນ 4 ສາຍຄື:
-ສາຍ A: ເຊກອງ, ອ໊ອດລາວ ຊະນະສົມບູນ, ບາຈຽງ ແລະ ວາປີ
-ສາຍ B: ປາກຊ່ອງ, ປາກເຊ ຢູໄນເຕັດ, ເສັດຄົດ ເອັຟຊີ ແລະ ສາລະວັນ

-ສາຍ C: ຟາຍເດ, ສຸຂຸມາ, ໂພນທອງ ແລະ ໂຮມຊັບ
-ສາຍ D: ປາດ໋ອງ ເອັຟເອ, ບິກເຮົ້າ, ໂຕໂຕ້ ແລະ ສີລາເພັດ ເອັຟຊີ.
ຂ່າວ: ຄໍາສອນ; ຮູບຈາກ: F.C.Champasak