ລາວລີກ 2021 ຈະບໍ່ມີ ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ ຮ່ວມຊີງໄຊ

99

ເປັນຂ່າວດັງຫຼັງຈາກທີ່ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານ ແລະ ຜູ້ຈັດການທີມຂອງ ມາສເຕີ 7 ເອັຟຊີ ອອກມາໂພສຜ່ານເຟສບຸກສ່ວນຕົວວ່າ: ກ່ອນອື່ນຂອງຂອບໃຈນໍາ ສຕລ ທີ່ໃຫ້ໂອກາດທີມ Master7 Fc ທີເຂົ້າຮ່ວມການແຂ່ງຂັນມາ 3 ປີແລ້ວແລະຊ່ວຍສົ່ງເສີມສ້າງທີມ Master7 fc ມາຕະຫລອດ.

ຂໍໂທດຄອບຄົວ Master ທີ່ພວກເຮົາບໍ່ສາມາດສານຝັນຂອງພໍ່, ແມ່, ນ້ອງນຸ່ງລູກຫລານໄດ້ ແລະ ພວກເຮົາບໍ່ສາມາດໄປຕໍ່ໃດ້ໃນການແຂ່ງຂັນ ລາວລີກ ລະດູການ 2021 ທາງບອດບໍລິຫານ ແລະ ທ່າງງານ ແລະ ພະນັກງານທຸກຄົນຂໍອະໄພມາໃນທີນີ້ດ້ວຍ. ພວກເຮົາຫວັງວ່າໃນລະດູການຫນ້າພວກເຮົາຈະກັບມາໄຫ່ມໃນວົງການລູກຫນັງເມື່ອງລາວ. ຂໍຂອບໃຈແລະຂໍອ່ວຍໄຊໃຫ້ພອນກັບບັນດາທີມທີເຂົ້າຮ່ວມໃນລາວລີກປີ 2021 ຂໍໃຫ້ທຸກທີມປະສົບຜົນສໍາເລັດຕາມທີແຕ່ລະທີມຫວັງໄວ້.

ສໍາລັບ ມາສເຕີ 7 ເອັຟຊີ ລົງແຂ່ງຂັນ 12 ນັດຊະນະ 7, ສະເໝີ 4 ແລະ ເສຍພຽງ 1 ນັດມີ 25 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມລາວລີກ 2020 ຕາມຫຼັງ ລາວໂຕໂຢຕ້າ ເອັຟຊີ 7 ຄະແນນ.

ເຊິ່ງເປັນທີ່ແນ່ນອນແລ້ວວ່າ ລາວລີກ 2021 ຈະບໍ່ມີ ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ ຮ່ວມຊີງໄຊ, ແຕ່ ມາສເຕີ 7 ເອັຟຊີ ຈະກັບມາອີກຄັ້ງແນ່ນອນ…