ກະເສມລາດ ເລັ່ງເຕັມທີ່ຫວັງໃຫ້ໄດ້ເປີດບໍລິການ 3 ເດືອນຂ້າງໜ້ານີ້

606

ພວກເຮົາລືມຫຼັງໄປຫຼາຍເດືອນນັບແຕ່ມີໂຄວິດເຂົ້າມາເຮັດໃຫ້ການດຳລົງຊີວິດມີຄວາມຫຍຸ້ງຍາກຫຼາຍຂຶ້ນ ຈົນລືມໄປເລີຍວ່າໂຮງໝໍກະເສມລາດຕອນນີ້ສ້າງໃກ້ຈະສຳເລັດແລ້ວ ຂະນະນີ້ກຳລັງກຽມເອົາວິຊາການເຂົ້າມາ ເພື່ອໃຫ້ໄດ້ບໍລິການປິ່ນປົວໃຫ້ພີ່ນ້ອງຊາວລາວ ເປັນການຫຼຸດຜ່ອນບັນຫາການຂ້າມໄປປົວຢູ່ປະເທດເພື່ອນບ້ານ.

ທ່ານ ນາງວາລີ ເວດສະພົງ ໜຶ່ງໃນຜູ້ຖືຮຸ້ນຝ່າຍລາວໃນໂຮງໝໍກະເສມລາດ ເປີດເຜີຍມື້ນີ້ຜ່ານເຟສບຸກສ່ວນຕົວຂອງເພິ່ນວ່າ: ພະຍາດໂຄວິດລະບາດແມ່ນໄດ້ສົ່ງຜົນກະທົບໄປທົ່ວ ມີຫຼາຍວຽກຢາກເລ່ງກໍເລ່ງບໍ່ໄດ້ ບັນຫາຈະຕ້ອງເອົາວິຊາການວິສະວະກອນ ພະນັກງານລະດັບຄຸມງານ ເລີ່ມເຂົ້າມາປະຈຳການບາງຕຳແຫນ່ງ ເຂົ້າມາກໍບໍ່ແມ່ນເລື່ອງງ່າຍ ແຕ່ກໍ່ຈະພະຍາຍາມຂັບເຄື່ອນທຸກຢ່າງໄປໃຫ້ໄວທີ່ສຸດ ອັນສຳຄັນກຳນົດການເປີດບໍລິການໃຫ້ໃຫ້ເປັນໄປຕາມຄວາມຄາດຫວັງປະມານເດືອນເມສາ-ພຶດສະພາ ມາຮັບໃຊ້ບໍລິການພີ່ນ້ອງລາວ.

ເຊິ່ງຄວາມຈີງແລ້ວໂຮງໝໍກະເສມລາດໃນໍ່ວງການກໍ່ສ້າງທຳອິດແມ່ນແຜນການເບື້ອງຕົ້ນຈະໃຫ້ແລ້ວທັງໝົດພາຍໃນທ້າຍປີ 2020 ພ້ອມທົດລອງໃຊ້ງານ ແລະເປີດບໍລິການຕົ້ນປີນີ້ເລີຍ ແຕ່ຍ້ອນຄວາມຫຍຸ້ງຍາກຈາກໂຄວິດ ເຮັດໃຫ້ຕ້ອງເລື່ອນເວລາອອກໄປອີກ.


ສຳລັບໜ້າວຽກໂຄງສ້າງຕຶກ ແລະວຽກລະບົບກໍເວົ້າໄດ້ວ່າ ສຳເລັດໂດຍພື້ນຖານ ຕອນນີ້ຖ້າແຕ່ຕິດຕັ້ງເຄື່ອງມືແພດ ເຟີນີເຈີ້ ລະບົບ IT ຝຶກອົບຮົມບຸກຄະລາກອນ ທົດສອບລະບົບຮອບດ້ານລະ ແມ່ນເປີດໄດ້ແລ້ວວ ທຸກໆທີມທັງລາວ ແລະໄທ ແມ່ນຮັບຜິດຊອບປະຕິບັດຕາມຫນ້າວຽກໃຜລາວຄູ່ຂະຫນານກັນ ໄດ້ແຂ່ງກັບເວລາຢູ່ທຸກມື້.


ທ່ານ ນາງວາລີ ເວດສະພົງ ຍັງລະບຸອີກວ່າ: ພວກເຮົາລົງທຶນມະຫາສານແລະຕັ້ງໃຈສູງແທ້ໆ ເພື່ອໃຫ້ໄດ້ຄຸນນະພາບມາດຕະຖານ ສາກົນເພື່ອມາຮັບໃຊ້ສັງຄົມລາວ ແລະການລົງທຶນໂຮງຫມໍລະດັບນີ້ ມັນກໍຈະສ້າງຄວາມເຊື່ອຫມັ້ນ ໃຫ້ຜູ້ທີ່ຈະເຂົ້າມາລົງທຶນ ມາເຮັດວຽກໃນລະດັບ ວິຊາການ ນັກທ່ອງທ່ຽວ ບັນດາຜູ້ຊ່ຽວຊານຕ່າງປະເທດ ອົງການສາກົນ ທູດຕ່າງໆ ລວມທັງພີ່ນ້ອງລາວເຮົາທີ່ໄປໃຊ້ ບໍລິການຢູ່ປະເທດເພື່ອນບ້ານ ແລະຜູ້ອື່ນໆຈະໄດ້ມີຄວາມຫມັ້ນໃຈທີ່ຈະມາບ້ານເຮົາຫລາຍຂື້ນ ເຊິ່ງເຮົາກໍມີຫລາຍໂຮງຫມໍຢູ່ ແຕ່ບໍລິການບໍ່ທັນທຸກມື້ນີ້ ຄົນໄຂ້ຫລາຍກະເສມລາດ ຈະເປັນອີກທາງເລືອກຫນຶ່ງ ໃນການບໍລິການ ການຮັກສາປິ່ນປົວ ຄົນເຈັບຊ່ວຍພາກລັດໄດ້ຕື່ມອີກ.