ຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອອກໂຮງໝໍທຸກຄົນແລ້ວ ແຕ່ໃຫ້ສືບຕໍ່ຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ

96

ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍຕອນນີ້ ຄົນເຈັບທີ່ຕິດເຊື້ອໂຄວິດ-19 ໄດ້ປິ່ນປົວຫາຍດີ ອອກໂຮງໝໍໝົດທຸກຄົນແລ້ວ ແລະ ກັບໄປຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ, ດ້ານການເກັບຕົວຢ່າງມາກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 18 ມັງກອນ 2021 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 17 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.263 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 17 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 643 ຄົນ, ໃນນັ້ນ ມີ 386 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 72 ຕົວຢ່າງ ແລະແຮງງານຈີນບໍ່ມີອາການ 185 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 17 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ສໍາລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ແມ່ນໄດ້ອອກໂຮງໝໍໝົດທຸກຄົນແລ້ວ ແລະ ສືບຕໍ່ຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ປັດຈຸບັນ ມີລາຍງານຜູ້ຕິດເຊື້ອສະສົມໃນທົ່ວໂລກ ຈາກພະຍາດ ໂຄວິດ-19 ສູງເຖິງ 95 ລ້ານ
ກວ່າຄົນແລ້ວ, ເສຍຊີວິດ 2 ລ້ານກວ່າຄົນ, ຫຼາຍປະເທດ ລວມທັງ ປະເທດໃກ້ຄຽງຍັງຄົງໜ້າເປັນຫ່ວງ ເພາະມີລາຍງານຜູ້ຕິດເຊື້ອສູງຂຶ້ນຢ່າງຕໍ່ເນື່ອງ; ຕໍ່ກັບສະພາບການດັ່ງກ່າວ ພວກເຮົາບໍ່ຄວນປະໝາດຢ່າງເດັດຂາດ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ວາງອອກຢ່າງເຂັ້ມງວດ, ສິ່ງສຳຄັນແມ່ນ ພວກເຮົາທຸກຄົນ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເຊັ່ນ: ໃສ່ຜ້າປິດ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ, ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງການຊຸມນຸມກັນ, ຮັກສາມາລະຍາດໃນການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ.

ພາບປະກອບຂ່າວເທົ່ານັ້ນ

ນອກຈາກນັ້ນ ກໍ່ໃຫ້ທ່ານໝັ່ນສັງເກດສຸຂະພາບຮ່າງກາຍຂອງຕົນເອງ, ລູກຫຼານ ແລະ ຄົນໃນຄອບຄົວ ຖ້າຫາກທ່ານມີອາການ ຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດສຸຂະພາບໂດຍໄວ ຖ້າແມ່ນອາການເຂົ້າກັບນິຍາມ ກໍ່ຈະໄດ້ເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ຢ່າງທັນທີ; ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອໃນປະເທດເປັນຮອບໃໝ່ ຄືກັບ ຫຼາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ ກັບ ສປປ ລາວ.