ບົດຮຽນ 4 ຂໍ້ ການເຮັດທຸລະກິດ ໃຫ້ກ້າວສູ່ ຄວາມສຳເລັດຂອງ ທ່ານ ອຸເດດ ສຸວັນນະວົງ

567

ປີໃໝ່ນີ້ໜັງສືພິມເສດຖະກິດ – ການຄ້າ ໄດ້ຜະລິດລາຍການໃໝ່ຊື່ວ່າ Business Talk ພາຍໃຕ້ຄຳຂວັນແຫຼ່ງ ຄວາມຮູ້ຄູ່ທຸລະກິດ.

ເປັນລາຍການທີ່ຈະມາເຈາະເລິກເສັ້ນທາງຊີວິດ ແລະ ທຸລະກິດ ກ່ອນກ້າວສູ່ຄວາມສຳເລັດໃນວັນນີ້ ໄດ້ຜ່ານຜ່າບັນຫາອຸປະສັກຄວາມສຸກສົມຫວັງຮ້ອຍເລື່ອງພັນຢ່າງ ແຕ່ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ບຸກຄົນເຫຼົ່ານີ້ກ້າວຜ່ານມາໄດ້.

ດັ່ງນັ້ນ, ລາຍການນີ້ນອກຈາກຈະໃຫ້ຄວາມຮູ້, ເປັນເວທີແລກປ່ຽນບົດຮຽນຊີວິດ ແລະ ການເຮັດທຸລະກິດແລ້ວຍັງຈະເປັນລາຍການທີ່ສ້າງແຮງຜັກດັນ ແລະ ບັນດານໃຈໃຫ້ຄົນຮຸ່ນໃໝ່ ເພື່ອກ້າວສູ່ຄວາມສຳເລັດບໍ່ວ່າໃນຊີວິດ ຫຼື ທຸລະກິດກໍຄືອາຊີບວຽກງານ.

ຕິດຕາມລາຍການພວກເຮົາໄດ້ຜ່ານຊ່ອງທາງເພຈ໌ເຟສບຸ໊ກ Business Talk ແລະ ຊ່ອງຢູທູບ Business Talk ເຊິ່ງປ່ອຍອອກໃຫ້ທ່ານໄດ້ຮັບຊົມທຸກໆວັນອັງຄານ ເວລາ 9:00 ໂມງ ເລີ່ມແຕ່ວັນອັງຄານທີ 12 ມັງກອນ 2021 ຜ່ານມາ. ນອກນັ້ນ, ທ່ານຍັງສາມາດຕິດຕາມອ່ານໃນໜ້າໜັງສືພິມເສດຖະກິດ – ການຄ້າ ສະບັບວັນຈັນ ເຊິ່ງໄດ້ຄັດເອົາເນື້ອໃນສຳຄັນມາໃຫ້ທ່ານໄດ້ອ່ານຕື່ມ.

ในภาพอาจจะมี 1 คน, สถานที่ในร่ม

ວິດີໂອທຳອິດຂອງພວກເຮົາໄດ້ຮັບໂອກາດໂອ້ລົມສົນທະນາກັບ ທ່ານ ອຸເດດ ສຸວັນນະວົງ ຜູ້ທີ່ຜ່ານຖະໜົນທຸລະກິດມາກວ່າ 30 ປີ ພົບພໍ້ທັງ ຄວາມສຳເລັດ ແລະ ຄວາມຫຼົ້ມແຫຼວ ແຕ່ແມ່ນຫຍັງຄືແຮງຊຸກດັນໃຫ້ກ້າວໄປຕໍ່ຢ່າງເຂັ້ມແຂງ ແລະ ປະສົບຜົນສຳເລັດກ້າວຂຶ້ນເປັນປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມື້ນີ້ເຮົາມາໄຂຄຳຕອບດັ່ງກ່າວນັ້ນຮ່ວມກັນ.

ທ່ານ ອຸເດດ ສຸວັນນະວົງ ຮຽນຈົບວິຊາເລກ – ວັດຖຸ ທີ່ໃນເມື່ອກ່ອນເປັນໂຮງຮຽນສ້າງຄູ ແລະ ປັດຈຸບັນແມ່ນມະຫາວິທະຍາໄລແຫ່ງຊາດ, ຫຼັງຈາກຮຽນຈົບກໍເຂົ້າເຮັດວຽກສັງກັດລັດ ຕໍ່ມາກໍໄດ້ໄປເຮັດວຽກຢູ່ລັດວິສາຫະກິດປ່າໄມ້ເລກ 1 ຂອງກະຊວງອຸດສາຫະກຳ ແລະ ປ່າໄມ້. ຈາກນັ້ນ, ກໍຍ້າຍໄປເປັນຜູ້ອຳນວຍການຂຸດຄົ້ນ ແລະ ປຸງແຕ່ງໄມ້ ຢູ່ແຂວງບໍລິຄຳໄຊ ເຊິ່ງປະສົບການກ່ຽວກັບການເຮັດທຸລະກິດສ່ວນຫຼາຍແມ່ນໄດ້ຈາກການເຮັດວຽກນຳລັດວິສາຫະກິດ ເນື່ອງຈາກເປັນວິສາຫະກິດທີ່ມີຫຼາຍຂະແໜງການຢູ່ຮ່ວມກັນ.

ຕົກມາຮອດປີ 1991 ໄດ້ອອກມາສ້າງເສດຖະກິດຄອບຄົວ ໂດຍເລີ່ມຈາກການເຮັດທຸລະກິດກ່ຽວກັບໂຮງແຮມ ເຊິ່ງເບື້ອງຕົ້ນມີຊື່ວ່າໂຮງແຮມມີໄຊ ຕໍ່ມາປ່ຽນເປັນໂຮງແຮມເວດເຕີນ ວຽງຈັນ ເທົ່າປັດຈຸບັນ.

ເຫດຜົນທີ່ ທ່ານ ອຸເດດ ສຸວັນນະວົງ ຕັດສິນໃຈເລີ່ມລົງທຶນເຮັດໂຮງແຮມ ກໍຍ້ອນທາງຄອບຄົວມີອະສັງຫາປະໄວ້ ກໍເລີຍຊອກທຶນຮອນມາສ້າງເປັນໂຮງແຮມ. ໃນໄລຍະເຮັດທຸລະກິດໂຮງແຮມ ກໍຍັງເປັນທີ່ປຶກສາໃຫ້ແກ່ບໍລິສັດແຫ່ງໜຶ່ງ, ຈົນຮອດປີ 1994 ຈຶ່ງອອກມາສ້າງບໍລິສັດທີ່ປຶກສາ ໂດຍມີຮຸ້ນສ່ວນກັບໝູ່ ຈົນຮອດ 2008 ກໍໄດ້ຢຸດຕິບໍລິສັດດັ່ງກ່າວ ເພາະວ່າຕົວເລກລາຍຮັບເລີ່ມຫຼຸດລົງ ຄິດວ່າເອົາລາຍຮັບທີ່ມີດັ່ງກ່າວໄປເຮັດທຸລະກິດໃໝ່ທີ່ມີໂອກາດຫຼາຍກວ່າ. ຈາກນັ້ນ, ກໍໄດ້ມີຮຸ້ນສ່ວນກັບຫຼາຍບໍລິສັດ ເຊັ່ນ: ບໍລິສັດການຄ້າ, ບໍລິສັດກໍ່ສ້າງ, ບໍລິສັດຂົນສົ່ງ, ຮ້ານອາຫານ ແລະ ອີກຫຼາຍບໍລິສັດ.

ການເຮັດທຸລະກິດໃນໄລຍະຜ່ານມາ ກໍບໍ່ແມ່ນເລື່ອງງ່າຍ ບາງທຸລະກິດກໍໄດ້ຖືກປິດຕົວໄປ ແລ້ວໄປເລີ່ມທຸລະກິດໃໝ່. ນອກນັ້ນ, ຍັງພົບຫຼາຍວິກິດການໃຫຍ່ທີ່ກະທົບຕໍ່ການເຮັດທຸລະກິດ, ໃນນັ້ນກໍແມ່ນວິກິດຕົ້ມຍຳກຸ້ງໃນປີ 1998 ເກີດສະພາບເງິນເຟີ້ຮ້າຍແຮງ ເຮັດໃຫ້ສະພາບທຸລະກິດໂຮງແຮມໄດ້ຮັບຜົນກະທົບກໍຄືຄົນບໍ່ມາທ່ຽວ; ເງິນກູ້ມາກໍເປັນເງິນຕາຕ່າງປະເທດ ແລະ ເມື່ອໃຊ້ຄືນກໍຕ້ອງໃຊ້ຄືນເປັນເງິນຕາຕ່າງປະເທດ ຈຶ່ງເຮັດໃຫ້ພົບບັນຫາໃນການຊຳລະສະສາງ; ຕໍ່ມາກໍແມ່ນວິກິດການເງິນໂລກໃນປີ 2008 ຂອງປະເທດມະຫາອຳນາດ ກໍກະທົບຕໍ່ລາຍຮັບເຮົາເຊັ່ນດຽວກັນ ຫາກເຮົາບໍ່ລະວັງກໍອາດຈະເຮັດໃຫ້ຫຼົ້ມໄດ້. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງເຮັດຫຼາຍທຸລະກິດ ເວລາທຸລະກິດໃດໜຶ່ງດຳເນີນໄປຕໍ່ບໍ່ໄດ້ ກໍຍັງມີອີກທຸລະກິດໜຶ່ງຄ່ອຍສະໜັບສະໜູນ.

ຈາກວິກິດຕົ້ມຍຳກຸ້ງ ໄດ້ເຮັດໃຫ້ເຮົາຮູ້ວ່າການເຮັດທຸລະກິດຕ້ອງມີເງິນແຮໄວ້ຈຳນວນໜຶ່ງ ບໍ່ຄວນເອົາໄປລົງທຶນຈົນໝົດ ເພາະຫາກພົບວິກິດຫຍັງເຮົາກໍຍັງມີເງິນໄປໝູນໄດ້. ດັ່ງກັບສະພາບປັດຈຸບັນການລະບາດຂອງພະຍາດໂຄວິດທຸກຢ່າງຢຸດສະງັກໝົດ ບໍ່ວ່າຈະເປັນຕະຫຼາດການຊື້ – ການຂາຍກັບຕ່າງປະເທດກໍບໍ່ໄດ້ ແຕ່ເຖິງຈະພົບວິກິດຈາກບົດຮຽນຜ່ານມາເຮົາກໍຍັງມີເງິນໝູນ.

ຕະຫຼອດໄລຍະທີ່ດຳເນີນທຸລະກິດຜ່ານມາ ເຫັນວ່າວິກິດຈາກການລະບາດຂອງພະຍາດໂຄວິດ – 19 ນີ້ແມ່ນໜັກໜ່ວງກວ່າເຫດການຕົ້ມຍຳກຸ້ງອີກ ເພາະວ່າເຮົາບໍ່ຮູ້ມື້ໃນຈຶ່ງຈະກັບມາດີຂຶ້ນ ແລະ ຍັງບໍ່ຮູ້ວິທີວ່າຈະແກ້ໄຂແບບໃດຈຶ່ງຈະດີຂຶ້ນ.

ມາຮອດປັດຈຸບັນພວກເຮົາກໍໄດ້ພະຍາຍາມລອງຫຼາຍດ້ານໃນການເຮັດທຸລະກິດ ເພາະລາຍຮັບຜ່ານມາແມ່ນພວກເຮົາໄດ້ຈາກຕ່າງປະເທດຫຼາຍກວ່າພາຍໃນ; ດັ່ງນັ້ນຫາກເຮົາຈະຫັນມາເຮັດການຕະຫຼາດພາຍໃນເຮົາພັດໜ້ອຍ, ກຳລັງຊື້ກໍບໍ່ຫຼາຍ ຫາກເຮົາຈະໄປປັບໝົດທຸກຢ່າງກໍຈະກະທົບທຸກຢ່າງທີ່ເຮົາລົງທຶນໄປ, ສົມທົບກັບການນຳເຂົ້າ – ສົ່ງອອກສິນຄ້າແພງຂຶ້ນ, ຍາກຂຶ້ນ ຈຶ່ງເຮັດໃຫ້ເຮົາແຂ່ງຂັນບໍ່ໄດ້.

ສຳລັບກົນລະຍຸດ ຫຼື ບົດຮຽນໃນການດຳເນີນທຸລະກິດໃຫ້ກ້າວໄປສູ່ຄວາມສຳເລັດຈາກປະສົບການທີ່ພົບພໍ້ໃນເສັ້ນທາງທຸລະກິດ 30 ກວ່າປີຂອງ ທ່ານ ອຸເດດ ສຸວັນນະວົງ ໄດ້ສັງລວມເປັນບົດຮຽນແບ່ງປັນ 4 ຂໍ້ ຄື:

  1. ການລົງມືເຮັດໃນສິ່ງທີ່ຜູ້ອື່ນຍັງບໍ່ທັນເຮັດ

  2. ການດຳເນີນທຸລະກິດຕ້ອງມີການປັບຕົວຕະຫຼອດ ບໍ່ວ່າຈະເປັນທາງການເງິນ, ດ້ານການຕະຫຼາດ

  3. ເວລາພົບບັນຫາດຳເນີນທຸລະກິດບໍ່ໄດ້ ຢ່າຢ້ານໃນການປິດທຸລະກິດ ແລະ ຢ່າຄິດວ່າຢ້ານໝູ່ເວົ້າໃຫ້ ຫຼື ອາຍໝູ່ ແລ້ວເອົາເງິນທີ່ຍັງມີໄປລົງທຶນເຮັດທຸລະກິດໃໝ່ດີກວ່າ

  4. ຄອບຄົວເປັນອີກປັດໄຈສຳຄັນຂອງການກ້າວສູ່ຄວາມສຳເລັດ ເຮັດທຸລະກິດຢ່າລືມຄອບຄົວ ຕ້ອງຮູ້ຈັກແບ່ງເວລາ ແລະ ເຮັດຫຍັງຕ້ອງແຈ້ງໃຫ້ຄອບຄົວຮູ້ກ່ອນ ເມື່ອພົບບັນຫາໃດກໍຕ້ອງແຈ້ງໃຫ້ຄອບຄົວຮັບຮູ້, ສຸກ – ທຸກຮ່ວມກັນສູ້.

ທ່ານ ອຸເດດ ສຸວັນນະວົງ ຍັງຝາກຂໍ້ຄິດໃຫ້ຄົນຮຸ່ນໃໝ່ທີ່ຢາກກ້າວສູ່ຖະໜົນທຸລະກິດ ອັນທີໜຶ່ງ: ແມ່ນຕ້ອງຮຽນຮູ້ເລື່ອງບັນຊີ ຫຼື ການເງິນ ເພາະເຫັນວ່າສ່ວນຫຼາຍນັກທຸລະກິດຍັງອ່ອນເລື່ອງນີ້, ຫາກນັກທຸລະກິດຮູ້ຈັກບັນຊີແລ້ວ ກໍຈະຮູ້ຈັກການບໍລິຫານທຶນ ເຊິ່ງຈະເຮັດໃຫ້ເຮົາສາມາດວາງແຜນຂະຫຍາຍທຸລະກິດໄປໄດ້ ແລະ ມີເງິນແຮໄວ້ຮອງຮັບເມື່ອພົບວິກິດໃດໜຶ່ງ; ສອງ: ເວລາເຮັດທຸລະກິດໃດໜຶ່ງຕ້ອງເຮັດເອງກ່ອນ ຕ້ອງຮູ້ຈັກທຸກໜ້າວຽກຍິ່ງເປັນການດີ ເພາະເຮົາຈະຮູ້ຈັກແກ້ເມື່ອເກີດບັນຫາຂຶ້ນ. ພ້ອມນີ້, ຕ້ອງເອົາໃຈໃສ່ອ້າຍນ້ອງພະນັກງານບໍ່ວ່າຈະເປັນສະຫວັດດີການຕ່າງໆ ເພາະຄົນຄືຫົວໃຈສຳຄັນຂອງໜ້າວຽກ; ສາມ: ການສ້າງສາຍພົວພັນກັບພາກສ່ວນຕ່າງໆໃຫ້ກວ້າງຂວາງ ເພາະມັນຈະສາມາດຊ່ວຍເຫຼືອເຮົາໄດ້ຫຼາຍຢ່າງ; ສີ່: ການສຶກສາຕະຫຼາດກ່ອນເປັນສິ່ງສຳຄັນ ແລ້ວຈຶ່ງຕັດສິນໃຈລົງທຶນ ຕ້ອງຮູ້ວ່າເຮົາຈະຢູ່ຈຸດໃດຂອງຕະຫຼາດ ແລະ ຈະຢູ່ຈັກປີ? ຫາກຕະຫຼາດມີການປ່ຽນແປງຈະເຮັດແນວໃດ?.