ບຸນຊ້າງປີນີ້ ກໍານົດຈັດພຽງ 1ວັນ ພ້ອມຈໍາກັດແຂກເຂົ້າຮ່ວມງານ ແລະ ບໍ່ມີຕະຫຼາດນັດ

516

ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດແຫ່ງຊາດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນັ້ນ, ແຂວງ ໄຊຍະບູລີ ຈະໄດ້ຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ, ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມ ແລະ ງານບຸນດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021, ກໍານົດ 1 ວັນ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານບຸນຊ້າງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນຊ້າງ ໃນວັນທີ 17 ມັງກອນ 2021 ທີ່ສະໂມສອນຫ້ອງວ່າການແຂວງ ໃຫ້ຮູ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີ 2021 ນີ້ ຖືວ່າເປັນຄັ້ງທີ 15 ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ຕາມຮີດຄອງທີ່ເຄີຍປະຕິບັດມາ; ແຕ່ປີນີ້ ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າທີວ່າຈະຜ່ອນຄາຍລົງ ໂດຍສະເພາະແມ່ນບັນດາປະເທດໃກ້ຄຽງ.

ຕໍ່ກັບບັນຫາດັ່ງກ່າວ ແຂວງໄຊຍະບູລີ ຈຶ່ງຈຳເປັນຕ້ອງໄດ້ກໍານົດຈັດງານມະຫະກຳບຸນຊ້າງປະຈໍາປີ 2021 ນີ້ພຽງ 1 ວັນ, ຈະບໍ່ໄດ້ຈັດງານໃຫຍ່ ແລະ ຈະຈໍາກັດຜູ້ເຂົ້າຮ່ວມພາຍໃນພຽງແຕ່ 200-300 ຄົນເທົ່ານັ້ນ, ຈະບໍ່ມີຕະຫຼາດນັດວາງສະແດງສິນຄ້າ ແລະ ການບັນເທີງຕ່າງໆ.

ຂ່າວສານ ອຸ່ນເຮືອນ ໂພທິລັກ
ພາບໂດຍ : Khaen Khonesavanh Chanthalangsy